ຜູ້ບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ເຂົ້າອວຍພອນຄະນະນໍາກອງພົນທີ 5
ເວລາອອກຂ່າວ: 2026-04-07 14:37:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 731 | ຄວາມນິຍົມ: ![]()
ວັນທີ 6 ເມສາ 2026 ນີ້, ຜູ້ບັນຊາການທະຫານເຂດ 5 ແລະ ບໍລິສັດ ມິດຕະພາບ 206 ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພົນຕີ ເລຫງັອກຫາຍ ຜູ້ບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະໄດ້ເຂົ້າອວຍພອນ ຄະນະນຳກອງພົນທີ 5 ເນື່ອງໃນໂອກາດ ວັນບຸນປີໃໝ່ລາວ ພສ 2569 ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ພົນຈັດຕະວາ ຄໍາກົດ ອິນສີນາ ຫົວໜ້າການເມືອງກອງພົນທີ 5 ພ້ອມດ້ວຍຄະນະ.
ສະຫາຍ ພົນຕີ ເລຫງັອກຫາຍ ໄດ້ຕ່າງໜ້າໃຫ້ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານເຂດ 5 ສະແດງຄວາມຢ້ຽມຢາມຖາມຂ່າວ ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ກອງພົນທີ 5 ທີ່ກໍາລັງປະຈຳການ ແລະ ປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມກັນນີ້ ສະຫາຍກໍ່ຍັງໄດ້ກ່າວຄຳອວຍພອນໄຊເນື່ອງໃນໂອກາດປີໃໝ່ລາວ ໃຫ້ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ໃນທົ່ວກອງພົນທີ 5 ຈົ່ງມີແຕ່ຄວາມສຸກ ມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນທຸກໜ້າທີ່ທີ່ໄດ້ຮັບມອບໝາຍ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳກົດ ອິນສີນາ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ຕໍ່ສະຫາຍ ພົນຕີ ເລຫງັອກຫາຍ ຜູ້ບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ແລະ ທາງບໍລິສັດ ມິດຕະພາບ 206 ພ້ອມຄະນະ ທີ່ໄດ້ໃຫ້ກຽດເຂົ້າຢ້ຽມຢາມ ແລະ ອວຍພອນໄຊ ເນື່ອງໃນໂອກາດວັນບຸນປະເພນີສຳຄັນຂອງຊາດລາວ ຊຶ່ງສະທ້ອນໃຫ້ເຫັນເຖິງມິດຕະພາບອັນດີງາມ ແລະ ການພົວພັນຮ່ວມມືອັນສະໜິດແໜ້ນ ລະຫວ່າງສອງຊາດ ສອງກອງທັບ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງຂື້ນຢ່າງບໍ່ຢຸດຍັ້ງ.
ພາບ-ຂ່າວ: ໄຊຊຍະຄານ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















