ຫົວໜ້າກົມໃຫຍ່ເສນາທິການກອງທັບ ລົງຕິດຕາມ, ກວດກາວຽກງານປັບປຸງລະບົບສູນບັນ ຊາ ກົມປ້ອງກັນອາກາດ
ເວລາອອກຂ່າວ: 2026-04-07 10:46:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 888 | ຄວາມນິຍົມ: ![]()
ວັນທີ 6 ເມສາ 2026 ນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ກວດກາວຽກງານປັບປຸງລະບົບສູນບັນຊາ ຂອງ ກົມປ້ອງກັນອາກາດ ໂດຍການ ຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດສຸວັນ ຫົວໜ້າກົມປ້ອງກັນອາ ກາດ ກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ.
ສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດ ສຸວັນ ໄດ້ລາຍງານຫຍໍ້ສະພາບລວມຂອງສູນບັນ ຊາຜ່ານມາແມ່ນຍັງໃຊ້ລະບົບພື້ນຖານ ໃນການປະຕິບັດໜ້າທີ່ວຽກງານວຽກງານວິຊາສະເພາະ ເຊິ່ງພາຍຫຼັງທີ່ໄດ້ຮັບການປັບປຸງ ໄດ້ປ່ຽນແທນອຸປະກອນເອເລັກໂຕນິກແບບເກົ່າເປັນລຸ້ນ ໃໝ່ ທີ່ທັນສະໄໝ ຕອບສະໜອງການສະແດງຜົນລາຍງານຂໍ້ມູນທາງອາກາດໄດ້ຊັດແຈ້ງຂຶ້ນກວ່າ ເກົ່າ, ພ້ອມນັ້ນ ຄະນະຍັງ ໄດ້ລົງກວດກາຍານພາຫະນະ-ອາວຸດທີ່ນໍາໃຊ້ເຂົ້າໃນວຽກງານປ້ອງ ກັນຊາດປ້ອງກັນຄວາມສະຫງົບ ໃຫ້ມີຄວາມພ້ອມປະກອບສ່ວນເຂົ້າໃນການປົກປັກຮັກສານ່ານຟ້າໃຫ້ມີຄວາມປອດໄພ 100% ແລະ ລົງກວດກາ ພື້ນທີ່ຈະປັບປຸງພັດທະນາຂອງ ກົມກອງ ຕື່ມອີກ.
ໂດຍ:ສະຫວີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















