ຄະນະພັກ-ຄະນະບັນຊາ ກອງພົນທີ3 ອວຍພອນອາດີດຮອງຫົວໜ້າຫ້ອງການເມືອງ
ເວລາອອກຂ່າວ: 2026-04-07 10:31:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 754 | ຄວາມນິຍົມ: ![]()
ວັນທີ 6 ເມສາ 2026 ນີ້, ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ຫົວໜ້າການເມືອງກອງພົນທີ3 ພ້ອມຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ ສະຫາຍ ພັນໂທ ທອງຈັນ ວົງປະເສີດ ພະນັກງານບໍານານອາວຸໂສ ອາດີດຮອງຫົວໜ້າຫ້ອງການເມືອງກອງພົນທີ3 ເນື່ອງໃນໂອກາດວັນບຸນປີໃໝ່ລາວ ພສ 2569.
ໂອກາດນີ້ ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ກໍ່ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ຄວາມສາມັກຄີຮັກແພງອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ສະຫາຍ ພັນໂທ ທອງຈັນ ວົງປະເສີດ ພ້ອມດ້ວຍຄອບຄົວຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວທຸກປະການ, ມີອາຍຸຍືນຍາວໝັ້ນ ເປັນແບບຢ່າງທີ່ດີໃຫ້ແກ່ລູກຫຼານຮຸ່ນສືບທອດໃນຕໍ່ໜ້າ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















