ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ກອງບັນຊາການທະຫານຊາຍແດນ ມອບເງິນຊ່ວຍເຫຼືອພະນັກງານ-ນັກຮົບ ທີ່ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ
ເວລາອອກຂ່າວ: 2026-04-07 09:59:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 584 | ຄວາມນິຍົມ:



ໃນວັນທີ 3 ເມສາ 2026 ນີ້, ກອງບັນຊາການທະຫານຊາຍແດນ ໄດ້ມອບເງິນຊ່ວຍເຫຼືອໃຫ້ພະນັກງານ-ນັກຮົບ ທີ່ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບຕົກ ເຊິ່ງຕາງໜ້າກ່າວມອບໂດຍ ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ, ຕາງໜ້າພະແນກນະໂຍບາຍ, ຕະຫຼອດຮອດພະນັກງານ-ນັກຮົບຜູ້ທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ເຂົ້າຮ່ວມ. ສະຫາຍ ພັນໂທ ຄະຈອນ ສູນນະລາດ ຫົວໜ້າພະແນກນະໂຍບາຍ ໃຫ້ຮູ້ວ່າຈຳນວນເງິນທີ່ນຳມາມອບໃນຄັ້ງນີ້ມີຈຳນວນທັງໝົດ 92.570.000 ກີບ (ເກົ້າສິບສອງລ້ານຫ້າແສນເຈັດສິບພັນກີບ), ( ລວມທັງຈຳນວນທີ່ມອບໄປແລ້ວກ່ອນໜ້ານັ້ນ ) ທັງນີ້ເພື່ອເປັນການຊ່ວຍເຫຼືອໃຫ້ບັນດາຄອບຄົວພະນັກງານ-ນັກຮົບ ທີ່ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບຕົກ ໃນຄັ້ງວັນທີ 22 ມີນາ 2026 ທີ່ຜ່ານມາ ເຊິ່ງເຮັດໃຫ້ມີຜົນກະທົບຢ່າງໜັກ ໂດຍສະເພາະແມ່ນທີ່ຢູ່ອາໄສ, ຊັບສິນ ເຮັດໃຫ້ຫຼັງຄາເຮືອນເສຍຫາຍເປັນຈຳນວນຫຼາຍຫຼັງ, ເຊິ່ງໃນນັ້ນມີຄອບຄົວພະນັກງານທີ່ສັງກັດຢູ່ກອງບັນຊາການທະຫານຊາຍແດນ ທັງໝົດ 22 ຄອບຄົວ ແລະ ຄອບຄົວພະນັກງານ ທີ່ສັງກັດຢູ່ໂຮງຮຽນທະຫານຊາຍແດນ 3 ຄອບຄົວ. ໂດຍ: ອານຸພອນ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ