ກອງບັນຊາການທະຫານເຂດ 2 ຢ້ຽມຢາມ ແລະ ອວຍພອນ ລັດຖະມົນຕີກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2026-04-07 09:53:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 374 | ຄວາມນິຍົມ: ![]()
ວັນທີ 6 ເມສາ 2026 ນີ້, ຄະນະກອງບັນຊາການທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ, ນຳໂດຍ ສະຫາຍ ພົນຈັດຕະວາ ເຈີ້ນ ວັນ ບັກ ກຳມະການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າກອງບັນຊາການທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍ ສະຫາຍ ພັນເອກພິເສດ ຫວູ ຮົ່ງ ແມ໋ງ ປະທານບໍລິສັດຮ່ວມມືສາກົນ 705 ກອງບັນຊາການທະຫານເຂດ 2 ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ອວຍພອນ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກອງທັບປະຊາຊົນລາວ, ເນື່ອງໃນໂອກາດວັນບຸນປີໃໝ່ລາວ ພສ 2569 ທີ່ຈະໝູນວຽນມາເຖິງໃນມໍ່ໆນີ້.
ສະຫາຍ ພົນຈັດຕະວາ ເຈີ້ນ ວັນ ບັກ ໄດ້ຕາງໜ້າໃຫ້ຄະນະ ກ່າວສະແດງຄວາມຢື້ຢາມຖາມຂ່າວ ພ້ອມທັງອວຍພອນໄຊອັນປະເສີດ ມາຍັງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄອບຄົວ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ມີຜົນສຳເລັດໃນໜ້າທີ່ວຽກງານ ພ້ອມກັນສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2569 ດ້ວຍຄວາມເບີກບານມ່ວນຊື່ນ, ອວຍພອນແດ່ມິດຕະພາບ ລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ຍິ່ງໝັ້ນຄົງທະນົງແກ່ນຂຶ້ນໄປເລື້ອຍໆ.
ໂອກາດນີ້, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ຕາງໜ້າໃຫ້ຄະນະນຳກະຊວງປ້ອງກັນປະເທດ ກ່າວສະແດງຄວາມຂອບໃຈມາຍັງ ສະຫາຍ ພົນຈັດຕະວາ ເຈີ້ນ ວັນ ບັກ ພ້ອມດ້ວຍຄະນະ ແລະ ປະທານບໍລິສັດ ຮ່ວມມືສາກົນ 705 ທີ່ໄດ້ສະຫຼະເວລາອັນມີຄ່າມາຢ້ຽມຢາມ ແລະ ອວຍພອນໃນຄັ້ງນີ້ ພ້ອມທັງກ່າວອວຍພອນໄຊອັນປະເສີດ ມາຍັງ ຄະນະ ທັງ 2 ພາກສ່ວນ ຈົ່ງມີສຸຂະພາບແຂງແຮງ, ມີຜົນສຳເລັດໃນໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ໂດຍ: ລຸນທອງ ສີບຸນເຮືອງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















