ລະດູການຜ່ານມາ ເຊວຊີ ຂາດທຶນສູງສຸດໃນພຣີເມ່ຍລີກ ລວມ 262 ລ້ານກວ່າປອນ ທຳລາຍສະຖິຕິຂອງ ແມນຊິຕີ້ ໃນ 15 ປີ ຜ່ານມາ
ເວລາອອກຂ່າວ: 2026-04-07 09:42:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 231 | ຄວາມນິຍົມ: ![]()
ເມື່ອບໍ່ດົນມານີ້ ພຣີເມ່ຍລີກ ອັງກິດ ໄດ້ເປີດເຜີຍຕົວເລກສະໂມສອນບານເຕະ ທີ່ຂາດທຶນສູງສຸດໃນອັງກິດ ເຊິ່ງເປັນຕົວເລກທີ່ບໍ່ເຄີຍມີມາກ່ອນ ນັ້ນກໍຄື: ສະໂມສອນ ເຊວຊີ ໃນລະດູການຜ່ານມາ ຂາດທຶນເຖິງ 262,4 ລ້ານປອນ ເປັນຕົ້ນ ການນຳເງິນໄປໃຊ້ຈ່າຍຊຶ້ນັກກິລາ, ຄ່ານາຍໜ້າ ແລະ ຄ່າຊົດເຊີຍການປົດຜູ້ການທີມ.
ຢ່າງໃດກໍຕາມ ລະດູການຜ່ານມາ ເຊວຊີ ກໍ່ມີລາຍໄດ້ເປັນສະຖິຕິສູງສຸດຂອງສະໂມສອນ ລວມ 490,9 ລ້ານປອນ ຍ້ອນມີລາຍຮັບຈາກຜົນງານການຄວ້າແຊັມສະໂມສອນໂລກ, ຄ່າລິຂະສິດຖ່າຍທອດສົດ, ມູນຄ່າທາງການຄ້າຕ່າງໆ ເຮັດໃຫ້ຜົນຂາດທຶນໃນລະດູການຜ່ານມາ ຍັງບໍ່ເກີນ ກົດກຳໄລ ແລະ ຄວາມຍືນຍົງດ້ານການເງິນ (PSR) ຂອງພຣີເມ່ຍລີກ ເນື່ອງຈາກອະນຸຍາດໃຫ້ມີການຫັກລົບຄ່າໃຊ້ຈ່າຍບາງສ່ວນ ເຊິ່ງອະນຸຍາດໃຫ້ຂາດທຶນໄດ້ບໍ່ເກີນ 105 ລ້ານປອນ ໃນໄລຍະເວລາ 3 ປີ.
ຕັ້ງແຕ່ ເຊວຊີ ໄດ້ຜູ້ບໍລິຫານໃໝ່ໃນປີ 2022 ໃຊ້ເງິນຊື້ນັກກິລາເສີມທັບຫຼັກ 1.000 ລ້ານປອນ ໂດຍສະເພາະການຊຶ້ນັກກິລາທີ່ອາຍຸນ້ອຍ ມູນຄ່າສູງ ໃນສັນຍາໄລຍະຍາວ.
ຕົ້ນລະດູການນີ້ ເຊວຊີ ຫາກໍ່ຖືກ ສະຫະພັນບານເຕະເອີຣົບ (ຢູຟາ) ປັບໄໝ 26,7 ລ້ານປອນ ກໍລະນີລະເມີດກົດການເສີມທັບເກີນອັດຕາສ່ວນຕົ້ນທຶນຕໍ່ຈຳນວນຜູ້ຫຼິ້ນ ແລະ ກຳລັງຖືກຕິດຕາມຢ່າງໃກ້ຊິດໃນໄລຍະເວລາ 3 ປີ ຫາກລະເມີດກົດອີກ ອາດຖືກລົງໂທດໜັກ.
ການຂາດທຶນຂອງ ເຊວຊີ ໃນລະດູການຜ່ານມາ 262,4 ລ້ານປອນ ເປັນການຂາດທຶນທີ່ຫຼາຍສຸດໃນປະຫວັດສາດຂອງ ພຣີເມ່ຍລີກ ທຳລາຍສະຖິຕິຂອງ ແມນຊິຕີ້ ໃນລະດູການ 2010-2011 ດ້ວຍຕົວເລກ 197,5 ລ້ານປອນ.
ກ່ອນໜ້ານີ້, ໃນກາງເດືອນມີນານີ້, ເຊວຊີ ຖືກປັບໄໝ 10,75 ລ້ານປອນ ແລະ ລົງໂທດຫ້າມລົງທະບຽນນັກເຕະ 1 ປີ ຂໍ້ຫາລະເມີດກົດການເງິນ ໃນລະ
ຫວ່າງປີ 2011-2018 ຍຸກການບໍລິຫານຂອງເຈົ້າຂອງທີມເກົ່າ ໂຮມັນ ອັບບຣາໂມວິກ ມະຫາເສດຖີຊາວຣັດເຊຍ, ແຕ່ໂທດຫ້າມລົງທະບຽນນັກເຕະເປັນເວລາ 1 ປີ ແມ່ນໃຫ້ລໍລົງອາຍາໄວ້ກ່ອນ, ໝາຍວ່າ: ເຊວຊີ ຍັງສາມາດຊື້-ຂາຍນັກກິລາໄດ້ເປັນປົກກະຕິ ຫາກບໍ່ເຮັດຜິດເພີ່ມຕື່ມ ໃນໄລຍະເວລາທີ່ຖືກວາງໂທດ ຄວບຄຸມການປະພຶດ.
ການສືບສວນສອບສວນຂອງ ພຣີເມ່ຍລີກ ລະບຸວ່າ: ມີການຈ່າຍເງິນຈຳນວນຫຼາຍລາຍການໃຫ້ກັບນາຍໜ້າ ແລະ ບຸກຄົນທີ່ກ່ຽວຂ້ອງກັບການຍ້າຍທີມຂອງນັກກິລາ ໂດຍບໍ່ບັນທຶກໄວ້ໃນບັນຊີຂອງສະໂມສອນ ເພື່ອສົ່ງຂໍ້ມູນໃຫ້ອົງກອນຜູ້ຮັບຜິດຊອບ ຖືວ່າເປັນການໃຫ້ຂໍ້ມູນທາງການເງິນທີ່ບໍ່ຄົບຖ້ວນ ຫຼື ເຊື່ອງອຳຂໍ້ມູນຄວາມເປັນຈິງ. ນອກຈາກນີ້ ເຊວຊີ ຍັງຖືກລົງໂທດຫ້າມລົງທະບຽນນັກເຕະໃນລະດັບອາຄາເດມີ້ ເປັນເວລາ 9 ເດືອນ ຈາກບັນຫາ ກ່ຽວກັບການລົງທະບຽນນັກເຕະເຍົາວະຊົນ-ໄວໜຸ່ມ ໃນລະຫວ່າງປີ 2019-2022.
ກ່ອນໜ້ານີ້ ເຊວຊີ ຖືກ ຢູຟາ ປັບໄໝ 10 ລ້ານເອີໂຣ ໃນປີ 2023 ຈາກກໍລະນີດຽວກັນ ໃນໄລຍະປີ 2018-2019.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















