ງານສັບປະດາຄວາມປອດໄພທາງຫຼວງ ປະຈຳປີ 2026
ເວລາອອກຂ່າວ: 2026-04-07 09:27:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 318 | ຄວາມນິຍົມ: ![]()
ງານສັບປະດາຄວາມປອດໄພທາງຫຼວງ ປະຈຳປີ 2026 ພາຍໃຕ້ຄຳຂວັນ “ ດື່ມຢ່າງມີສະຕິ, ເມົາບໍ່ຂັບລົດ “ ຈັດຂຶ້ນໃນຕອນເຊົ້າວັນທີ 4 ເມສາ 2026 ທີ່ສວນປະຕູໄຊ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍບັນດາຮອງລັດຖະມົນຕີ, ພາກທຸລະກິດທີ່ກ່ຽວຂ້ອງ ແລະ ນັກຮຽນ-ນັກສຶກສາເຂົ້າຮ່ວມ.
ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມີຄຳເຫັນວ່າ: ແຕ່ລະປີ, ອຸບັດເຫດທາງບົກໄດ້ສ້າງຄວາມສູນເສຍຢ່າງມະຫາສານໃຫ້ແກ່ຊີວິດ, ຊັບສິນ ແລະ ຊັບພະຍາກອນມະນຸດຂອງຊາດເຮົາ,
ຜ່ານການເກັບກຳຂໍ້ມູນ, ສາເຫດຕົ້ນຕໍທີ່ພາໃຫ້ເກີດຄວາມສູນເສຍ ແມ່ນມາຈາກການດື່ມສິ່ງມຶນເມົາແລ້ວຂັບຂີ່, ຂັບຂີ່ລົດໄວເກີນເຂດກຳນົດ, ສັງເກດເຫັນວ່າ ເມື່ອຂາດສະຕິຈາກລິດຂອງທາດເຫຼົ້າ, ຍານພາຫະນະທີ່ຂັບຂີ່ ຈະກາຍເປັນອາວຸດທີ່ທຳລາຍທັງຕົວເອງ ແລະ ຄົນອ້ອມຂ້າງ. ດັ່ງນັ້ນ, ການຈັດງານໃນຄັ້ງນີ້ ຈຶ່ງມີຈຸດປະສົງສຳຄັນຄື: ເພື່ອຈັດຕັ້ງຜັນຂະຫຍາຍຍຸດທະສາດແຫ່ງຊາດດ້ານ
ຄວາມປອດໄພທາງຫຼວງ ນັບແຕ່ປີ 2021-2030 ເພື່ອເຮັດໃຫ້ອັດຕາຜູ້ບາດເຈັບສາຫັດ ແລະ ເສຍຊີວິດ ຫຼຸດລົງ 50 ສ່ວນຮ້ອຍໃນປີ 2030, ເພື່ອກະຕຸກຊຸກຍູ້ໃຫ້ທຸກພາກສ່ວນມີສ່ວນຮ່ວມໃນການປ້ອງກັນ, ແກ້ໄຂວຽກງານຄວາມປອດໄພຕາມທາງຫຼວງ ໃຫ້ຜູ້ຂັບຂີ່ມີສະຕິຕື່ນຕົວ ເອົາໃຈໃສ່ຈັດຕັ້ງປະຕິບັດກົດລະບຽບຈະລາຈອນທາງບົກ, ຂັບຂີ່ລົດໃຫ້ມີຄວາມປອດໄພເປັນລະບຽບຮຽບຮ້ອຍ, ຫຼຸດຜ່ອນອຸບັດເຫດຕາມທາງຫຼວງ ໂດຍສະເພາະ ການປູກຈິດສຳນຶກໃຫ້ທົ່ວສັງຄົມຮັບຮູ້ວ່າ “ຄວາມປອດໄພເລີ່ມຕົ້ນທີ່ຕົວເຮົາເອງ”, ປ່ຽນພຶດຕິກຳຈາກການ “ເມົາບໍ່ຂັບ” ກາຍເປັນວັດທະນະທຳໃໝ່ໃນການໃຊ້ລົດໃຊ້ຖະໜົນ, ຫຼຸດຜ່ອນອຸບັດເຫດ ເພື່ອໃຫ້ທຸກຄອບຄົວຢູ່ຮ່ວມກັນຢ່າງມີຄວາມສຸກ ແລະ ບໍ່ຕ້ອງມີໃຜສູນເສຍຄົນຮັກຍ້ອນຄວາມປະໝາດ.
ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ມີຄຳເຫັນຕື່ມວ່າ: ການຈັດງານຄັ້ງນີ້ ເພື່ອຄວາມເປັນຫ່ວງເປັນໄຍ, ຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບຂອງລັດຖະບານ ກໍຄື ບັນດາແຂວງຕໍ່ວຽກງານຄວາມປອດໄພທາງຫຼວງ, ເປັນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈະລາຈອນທາງບົກ, ຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫຼວງ ແລະ ມະຕິຂອງອົງການສະຫະປະຊາຊາດກ່ຽວກັບການປັບປຸງຄວາມປອດໄພທາງຫຼວງໃນທົ່ວໂລກ, ເພື່ອໂຄສະນາ, ສ້າງສະຕິ ແລະ ປູກຈິດສຳນຶກ ໃຫ້ປະຊາຊົນທຸກຊັ້ນຄົນໃນທົ່ວສັງຄົມ ເຫັນໄດ້ໄພອັນຕະລາຍຂອງການລະເມີດກົດຈະລາຈອນ ເປັນຕົ້ນ ການຂັບຂີ່ລົດໄວ, ການດື່ມສິ່ງມຶນເມົາແລ້ວຂັບລົດ ຊຶ່ງເປັນສາເຫດສ່ວນໃຫຍ່ໃນການເກີດອຸບັດເຫດ, ເຫັນໄດ້ຜົນກະທົບ ແລະ ຜົນສະທ້ອນຂອງການເກີດອຸບັດເຫດຕໍ່ການດຳລົງຊີວິດຂອງຄົນໃນສັງຄົມ, ຕໍ່ເສດຖະກິດ ແລະ ການພັດທະນາຂອງຊາດ. ພ້ອມນີ້, ທ່ານຍັງຮຽກຮ້ອງໃຫ້ທຸກພາກສ່ວນ, ທຸກຂະແໜງການ ແລະ ທົ່ວ
ສັງຄົມ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ, ພ້ອມກັນ ໂຄສະນາປູກຈິດສຳນຶກກ່ຽວກັບວຽກງານຄວາມປອດໄພ
ທາງຫຼວງໃຫ້ທົ່ວສັງຄົມຮັບຮູ້ ເພື່ອເປັນການຈຳກັດ ແລະ ຫຼຸດຜ່ອນອຸບັດເຫດທາງຫຼວງ, ເພື່ອປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນ-ຂອງຊາດ ກໍຄື ການ
ປົກປ້ອງສຸຂະພາບ ແລະ ສະຫວັດດີການສັງຄົມ, ຮຽກຮ້ອງເຖິງຜູ້ຂັບຂີ່ທຸກຄົນ ຈົ່ງມີສະຕິທຸກຄັ້ງກ່ອນຈະຂັບລົດ, ຖ້າຮູ້ວ່າມີການດື່ມສິ່ງມຶນເມົາ, ຂໍໃຫ້ເລືອກໃຊ້ບໍລິການລົດສາທາລະນະ ຫຼື ໃຫ້ຜູ້ທີ່ບໍ່ດື່ມຂັບແທນ ເພາະຊີວິດຂອງທ່ານ ແລະ ຄົນອື່ນ ມີຄ່າກວ່າຈອກເຫຼົ້າພຽງຈອກດຽວ.
ງານຄັ້ງນີ້ ຍັງໄດ້ເປີດຂະບວນຄະລາວານຂັບຂີ່ປອດໄພ ໂດຍເລີ່ມແຕ່ປະຕູໄຊ ໄປຕາມຖະໜົນ 23 ສິງຫາ, ຖະໜົນໜອງບອນ ລ້ຽວຊ້າຍວົງວຽນ 450
ປີ ເຂົ້າຖະໜົນໄກສອນພົມວິຫານ ເຂົ້າຖະໜົນລ້ານຊ້າງ ຮອດປະຕູໄຊ, ພ້ອມນັ້ນ ຍັງໄດ້ຈັດກິດຈະກຳຖາມ-ຕອບຄວາມຮູ້ກ່ຽວກັບກົດລະບຽບຈະລາຈອນ ແລະ ສາທິດການປະຖົມພະຍາບານເບື້ອງຕົ້ນໃນເວລາເກີດອຸບັດເຫດຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















