ປະກາດແຕ່ງຕັ້ງການນຳຂັ້ນສູງ ກະຊວງສາທາລະນະສຸກ
ເວລາອອກຂ່າວ: 2026-04-07 09:26:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 320 | ຄວາມນິຍົມ: ![]()
ພິທີປະກາດການແຕ່ງຕັ້ງການນຳຂັ້ນສູງ ກະຊວງສາທາລະນະສຸກ ໄດ້ຈັດຂຶ້ນໃນວັນທີ 3 ເມສາ 2026 ນີ້, ທີ່ກະຊວງດັ່ງກ່າວ, ໂດຍການເປັນປະທານຂອງ ສະຫາຍ ນາງ ໃບຄຳ ຂັດທິຍະ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຮອງລັດຖະມົນຕີ, ສະມາຊິກພັກ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ສະຫາຍ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດຳລັດວ່າດ້ວຍການແຕ່ງຕັ້ງຮອງລັດ
ຖະມົນຕີກະຊວງສາທາລະນະສຸກ ສະບັບເລກທີ 53/ນຍ, ລົງວັນທີ 11 ມີນາ 2026 ນາຍົກລັດຖະມົນຕີອອກດຳລັດ ແຕ່ງຕັ້ງ ສະຫາຍ ວັນນະໄຊ ຊາດຕະກຸນ ກຳມະການສຳຮອງສູນກາງພັກ ເປັນຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ດຳລັດສະບັບເລກທີ 70/ນຍ, ລົງວັນທີ 26 ມີນາ 2026 ນາຍົກລັດ
ຖະມົນຕີອອກດຳລັດ ແຕ່ງຕັ້ງສະຫາຍ ບຸນເສີດ ແກ້ວປະສິດ ເປັນຮອງລັດຖະມົນຕີກະຊວງສາທາລະນະສຸກ; ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງກຳມະການປະຈຳພັກ ກະຊວງສາທາລະນະສຸກ ສະບັບເລກທີ 30/ຄລສພ, ລົງວັນທີ 12 ມີນາ 2026 ຄະນະເລຂາທິການສູນກາງພັກ ຕົກລົງແຕ່ງຕັ້ງ ສະຫາຍ ວັນນະໄຊ ຊາດຕະກຸນ ກຳມະການສຳຮອງສູນກາງພັກ ເປັນກຳມະ
ການປະຈຳພັກ ກະຊວງສາທາລະນະສຸກ; ຜ່ານຄຳສັ່ງວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ສະບັບເລກທີ 28/ກມສພ, ລົງວັນທີ 11 ມີນາ 2026 ກົມການເມືອງສູນກາງພັກ ອອກຄຳສັ່ງຍົກຍ້າຍ ສະຫາຍ ວັນນະໄຊ ຊາດຕະກຸນ ກຳມະການສຳຮອງສູນກາງພັກ ກຳມະການປະຈຳພັກແຂວງເລຂາຄະນະບໍລິຫານງານພັກ ນະຄອນປາກເຊ ແຂວງຈຳປາສັກ
ໄປຮັບໜ້າທີ່ໃໝ່ ຢູ່ກະຊວງສາທາລະນະສຸກ. ນອກນັ້ນ, ຍັງໄດ້ປະກາດແຕ່ງຕັ້ງຫົວໜ້າກົມ ແລະ ຜູ້ອຳນວຍການໂຮງໝໍແມ່ ແລະ ເດັກເກີດໃໝ່ຄື: ສະຫາຍ ສີວັນໄຊ ຈັນທະວົງສັກ ຜູ້ອຳນວຍການໂຮງໝໍແມ່ ແລະ ເດັກເກີດໃໝ່ ເປັນຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງສາທາລະນະສຸກ; ທ່ານ ນາງ ພຸດທະສອນ ພົມມະຈັນ ຫົວໜ້າສູນປິ່ນປົວພະຍາດມະເຮັງ ເປັນຜູ້ອຳນວຍການໂຮງໝໍແມ່ ແລະ ເດັກເກີດໃໝ່ ກະຊວງສາທາລະນະສຸກ. ຈາກນັ້ນ, ໄດ້ມີພິທີເຊັນໜັງສືມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ບຸນເສີດ ແກ້ວປະສິດ ກຳມະການປະຈຳພັກ ຮອງລັດຖະມົນຕີ, ສະຫາຍ ສີວັນໄຊ ຈັນທະວົງສັກ ກຳມະການຄະນະບໍລິຫານງານພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ແລະ ສະຫາຍ ນາງ ພຸດທະສອນ ພົມມະຈັນ ກຳມະການຄະນະບໍລິຫານງານພັກ ຜູ້ອຳນວຍການໂຮງ
ໝໍແມ່ ແລະ ເດັກເກີດໃໝ່ ກະຊວງສາທາລະນະສຸກ.
ໂອກາດນີ້, ສະຫາຍ ນາງ ໃບຄຳ ຂັດທິຍະ ໄດ້ໃຫ້ກຽດໂອ້ລົມຕໍ່ບັນດາສະຫາຍທີ່ ໄດ້ຖືກແຕ່ງຕັ້ງຮັບໜ້າທີ່ໃໝ່ໃນຄັ້ງນີ້, ກ່ອນອື່ນໄດ້ສະແດງຄວາມຊົມ
ເຊີຍຕໍ່ຜົນງານຂອງບັນດາສະຫາຍທີ່ຫ້າວຫັນ ປະຕິບັດ ໜ້າທີ່ວຽກງານຢ່າງມີຜົນສຳເລັດຕະຫຼອດໄລຍະຜ່ານມາ ແລະ ໃຫ້ສືບຕໍ່ກຳແໜ້ນທິດນຳຂອງພັກ, ມະຕິຄຳສັ່ງ, ນະໂຍບາຍຂອງລັດ ແລະ ຍຸດທະສາດແຜນພັດທະນາລວມ ແລະ ຂອງຂະແໜງການ, ສົມທົບແໜ້ນດ້ານຕັ້ງໜ້າ ເພີ່ມເສີມຂະຫຍາຍ, ກຳໃຫ້ໄດ້ຈຸດທ້າທາຍຕົ້ນຕໍ ເພື່ອວາງແຜນແກ້ໄຂ; ມີແບບແຜນວິທີນຳພາ ແລະ ແບບແຜນວິທີເຮັດວຽກ, ຢຶດໝັ້ນຫຼັກການລວມສູນ ປະຊາທິປະໄຕຂອງພັກຢ່າງເຄັ່ງຄັດ, ເຮັດວຽກຢ່າງມີແຜນການ, ມີຫຼັກການ ແລະ ເຊື່ອວ່າມູນເຊື້ອ, ບົດຮຽນ, ຄວາມຮູ້-ຄວາມສາມາດຂອງບັນດາສະຫາຍຈະເປັນກຳລັງແຮງທີ່ສຳຄັນໃຫ້ ແກ່ຂະແໜງສາທາລະນະສຸກ.
ຂ່າວ-ພາບ: ວັນເພັງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















