23 ທີມທີ່ຜ່ານການຄັດເລືອກສູ່ ຮອບສຸດທ້າຍ ເຕະບານຊາຍ ຊີງແຊັມອາຊີ 2027
ເວລາອອກຂ່າວ: 2026-04-06 09:25:07 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 249 | ຄວາມນິຍົມ: ![]()
ພາຍຫຼັງຈົບການແຂ່ງຂັນຮອບຄັດເລືອກນັດຫຼ້າສຸດ ເມື່ອອາທິດທີ່ຜ່ານມາ ເຊິ່ງໄດ້ອີກ 2 ທີມຄື: ທີມຊາດໄທ ແລະ ທີມຊາດທາຈີກິດສະຖານ, ສ່ວນອີກໜຶ່ງທີມຍັງຕ້ອງລຸ້ນກັນລະຫວ່າງ ທີມຊາດລີບັງ ແລະ ທີມຊາດເຢເມັນ ທີ່ຖືກເລື່ອນການແຂ່ງຂັນອອກໄປ ຍ້ອນສະພາບຄວາມບໍ່ສະຫງົບໃນເຂດຕາເວັນອອກກາງ.
ສຳລັບ 5 ທີມ ທີ່ຜ່ານຮອບຄັດເລືອກ ຮອບທີ 3 ປະກອບມີ: ຊີຣີ, ສິງກະໂປ (ເຂົ້າຮອບສຸດທ້າຍເປັນຄັ້ງທີ 2 ໃນຮອບ 42 ປີ, ຫວຽດນາມ, ໄທ ແລະ ທາຈີກິດສະຖານ.
18 ທີມ ທີ່ຜ່ານຈາກຮອບຄັດເລືອກຮອບທີ 2 ປະກອບມີ: ອົດສະຕຣາລີ, ອີຣັກ, ອີຣານ, ອຸດສະເບກິດສະຖານ, ກາຕ້າ ແຊັມເກົ່າ, ສະຫະລັດ ອາຣັບ ເອມີເຣດ, ຍີ່ປຸ່ນ, ສາທາລະນະລັດເກົາຫຼີ, ໂອມານ, ປາປາເລັສຕິນ, ບາເຣນ,
ຊັອກການີ ຮອງແຊັມຄັ້ງຜ່ານມາ, ຈີນ, ອິນໂດເນເຊຍ, ສປປ ເກົາຫຼີ, ກູເວດ ແລະ ກຽກກີສະຖານ.
ຮອບສຸດທ້າຍ 24 ທີມ ຈະແບ່ງອອກເປັນ 6 ກຸ່ມ, ກຸ່ມລະ 4 ທີມ ພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງກຸ່ມ ບວກກັບອັນດັບທີ 3 ດີສຸດ 4 ທີມ ເຂົ້າຮອບ 16 ທີມສຸດທ້າຍຕໍ່ໄປ, ຮອບແບ່ງກຸ່ມ ຈະຈັບສະຫຼາກວັນທີ 11 ເມສາ 2026 ນີ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















