ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ການເຄື່ອນໄຫວ​ກວດກາ​ລາດຕະເວນ​ເສັ້ນຊາຍ​ແດນ​ຮ່ວມ​ກັນ 2 ຝ່າຍ ລາວ-ຫວຽດນາມ
ເວລາອອກຂ່າວ: 2026-04-06 08:58:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 130 | ຄວາມນິຍົມ:



ໃນ​ວັນ​ທີ 26 ມີນາ 2026, ກອງຮ້ອຍ​ທະຫານ​ຊາຍ​ແດນ 119 ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ແຫ່ງ ​ສປປ ລາວ ແລະ ຄ້າຍ​ທະຫານ​ຊາຍ​ແດນ 423 ແທ່ງ​ລວງ ກອງ​ບັນຊາ​ການ​ທະຫານ​ແຂວງ​ດຽນ​ບຽນແຫ່ງ ​ສສ ຫວຽດນາມ ໄດ້​ຮ່ວມ​ກັນ​ ຈາລຶກ​ບາດກ້າວ​ແຫ່ງ​ປະຫວັດ ສາດ​ດ້ວຍ​ການເຄື່ອນໄຫວ​ກວດ ກາ​ລາດຕະເວນ​ຮ່ວມສອງຝ່າຍ, ເຊິ່ງ ຝ່າຍ​ລາວ ນຳ​ໂດຍ ສະຫາຍ ຮ້ອຍ​ເອກ ວົງ​ເພັດ ສູນ​ວິ​ເລີດ ຫົວໜ້າ​ການ​ທະຫານກອງຮ້ອຍ 119 ພ້ອມ​ດ້ວຍ​ຄະນະ ແລະ ຝ່າຍ​ຫວຽດນາມ ນຳ​ໂດຍ ສະຫາຍ ພັນ​ໂທ ຫງວ​​ຽ​ນວັນ​ດ້າຍ ຫົວໜ້າ​ການ​ທະຫານ ຄ້າຍ​ທະຫານ​ຊາຍ​ແດນ 423 ແທ່ງ​ລວງ ພ້ອມ​ດ້ວຍ​ຄະນະ. ສອງ​ຝ່າຍ​ໄດ້​ຮ່ວມ​ກັນດຳເນີນ​ການ​ກວດກາ​ລະບົບ​ຊາຍ​ແດນ, ຫຼັກ​ໝາຍ​ຊາຍ​ແດນ ແລະ ເສັ້ນ​ຊາຍ​ແດນ ໃນ​ພາລະກິດ​ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ​ໄວ້​ໃຫ້​ໝັ້ນຄົງ​ຕະຫຼອດ​ໄປ, ການເຄື່ອນໄຫວ​ກວດກາ​ລາດ ຕະເວນ​ຄັ້ງ​ນີ້ ບໍ່​ພຽງ​ແຕ່​ເປັນ​ການ​ປະຕິບັດ​ໜ້າທີ່​ຕາມ​ລະບຽບ​ການ​ເທົ່າ​ນັ້ນ​ແຕ່​ມັນ​ຄື​ການ​ຢືນຢັນ​ເຖິງ “ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່ ແລະ ຄວາມ​ສາມັກ ຄີ​ຮັກແພງ​ແບບ​ພິເສດ, ເພື່ອ​ກວດ ກາ​ລະບົບ​ຫຼັກ​ໝາຍ​ຊາຍ​ແດນ​ໃຫ້​ມີ​ຄວາມ​ໝັ້ນຄົງ”. ຜົນ​ການ​ກວດກາ​ພົບ​ວ່າ ທຸກ​ຫຼັກ​ໝາຍ​ຍັງ​ຄົງ​ຕັ້ງ​ເດັ່ນ​ສະຫງ່າ, ບໍ່​ມີ​ການ​ລ່ວງ​ລະເມີດ​ອະທິປະ​ໄຕ​ໃດໆ, ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ສັກສິດ​ຂອງ​ກົດໝາຍ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ສູງ​ຈາກ​ພັກ-ລັດ​ຂອງ​ສອງ​ປະເທດ; ນອກຈາກ​ວຽກ​ງານ​ປ້ອງ​ກັນ​ຊາດ​ແລ້ວ ສອງ​ກຳລັງ​ຍັງ​ໄດ້​ລົງ​ໃກ້ຊິດຕິດແທດ​ກັບ​ພໍ່​ແມ່​ປະຊາຊົນ ບ້ານ​ຢາ​ຟູ ແລະ ບ້ານ​ຫ້ວຍ​ແວ່ນ ເພື່ອ​ໂຄສະນາ​ສຶກ​ສາ​ອົບຮົມ​ໃຫ້​ເຂົ້າໃຈ​ເຖິງ​ການ​ຮັກສາ​ປ່າໄມ້ ແລະ ການ​ປະຕິບັດ​ຕາມ​ລະບຽບ​ຊາຍ​ແດນ​ຢ່າງ​ເຂັ້ມ​ງວດ. ສິ່ງ​ທີ່​ຖອດ​ຖອນ​ໄດ້​ບໍ່​ແມ່ນ​ພຽງ​ແຕ່​ຜົນສຳເລັດ​ຂອງ​ໜ້າທີ່, ແຕ່​ແມ່ນ​ການ “ເຂົ້າ​ສູ່​ລວງ​ເລິກ” ຂອງ​ສາຍ​ພົວພັນ ລາວ-ຫວຽດນາມ ທີ່​ນັບ​ມື້​ນັບ​ແໜ້ນ​ແກ່ນ​ດັ່ງ​ສາຍພູ​ຫຼວງ. ໂອກາດ​ດຽວ​ກັນ​ນີ້, ສອງຝ່າຍ ຍັງ​ໄດ້​ຈັບ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ພ້ອມ​ທັງ ເອກະ​ພາບ​ກັນ​ວ່າ ໃນຕໍ່ໜ້າ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ແລະ ຈະ​ຜັດປ່ຽນ​ກັນ​ເປັນ​ເຈົ້າພາບ​ໃນ​ການ​ລາດຕະເວນ​ຄັ້ງ​ຕໍ່​ໄປ ເພື່ອ​ໃຫ້​ວຽກ​ງານ​ຊາຍ​ແດນ ຜົ້ງ​ສາລີ-ດຽນ​ບຽນ ເປັນ​ສັນຍະລັກ​ແຫ່ງ​ສັນຕິພາບ ແລະ ມິດຕະພາບ​ຕະຫຼອດ​ກາລະ​ນານ. ໂດຍ: ນາງ ສຸ​ນາລີ ອຸ່ນ​ວີ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ