ລົງກວດກາສະຖານທີ່ສ້າງປ້າຍປາໂນຄຳຂວັນ ຄະຕິເຕືອນໃຈ ຢູ່ ກອງບັນຊາການທະຫານຊາຍແດນ
ເວລາອອກຂ່າວ: 2026-04-06 08:57:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 124 | ຄວາມນິຍົມ: ![]()
ໃນວັນທີ 31 ມີນາ 2026, ກົມໂຄສະນາອົບຮົມ ນຳໂດຍ ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ສົມທົບກັບ ກອງບັນຊາການທະຫານຊາຍແດນ ໄດ້ລົງກວດກາເບິ່ງສະຖານທີ່ກໍ່ສ້າງປ້າຍປາໂນ ຄຳຂວັນຄະຕິເຕືອນໃຈ ຂອງກອງບັນຊາການທະຫານຊາຍແດນ, ໂດຍມີ ສະຫາຍ ພັນໂທ ສົມເພັດ ຈັນທະພິມ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະ ຫານຊາຍແດນ, ມີສະຫາຍ ພັນໂທ ຄຳແສງວົງ ພຸດດາວົງ ຮອງຫົວ ໜ້າຫ້ອງພະລາທິການ ກອງບັນຊາການທະຫານຊາຍແດນ ພ້ອມດ້ວຍວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຈຸດປະສົງໃນການລົງກວດກາໃນຄັ້ງນີ້, ເພື່ອຮັບປະກັນໄດ້ຄຸນນະພາບການອອກແບບເນື້ອໃນປ້າຍ ແລະ ການຈັດວາງໃຫ້ມີ ຄວາມເໝາະສົມສອດຄ່ອງກັບ ພູມສັນຖານ ແລະ ບົດບາດຂອງ ກອງບັນຊາການຊາຍແດນທະ ຫານຊາຍແດນ ແລະ ຖືກຕ້ອງຕາມກົດລະບຽບຂອງກົມໃຫຍ່ການເມືອງກອງທັບ.
ໂອກາດດຽວກັນນີ້, ສະຫາຍ ພັນເອກ ແສງອາລຸນ ແກ້ວສະ ຫວ່າງ ໄດ້ໃຫ້ທິດຊີ້ນຳຕໍ່ຄະນະດຳເນີນງານໃຫ້ເນັ້ນໃສ່ຄຸນນະ ພາບວຽກງານ, ຄວາມປອດໄພໃນການກໍ່ສ້າງ, ການອອກແບບເນື້ອໃນໃຫ້ມີຄວາມຊັດເຈນ ແລະ ສະທ້ອນເນື້ອໃນການເມືອງ-ອຸດົມການຖືກຕາມທິດທາງ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້.
ໂດຍ: ນາງ ອານຸພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















