ຄະນະຜູ້ແທນ ກອງບັນຊາການທະຫານແຂວງ ຢາລາຍ ສສ ຫວຽດນາມ ເຄື່ອນໄຫວຢ້ຽມຢາມ ທະຫານແຂວງອັດຕະປື
ເວລາອອກຂ່າວ: 2026-04-03 10:12:05 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 190 | ຄວາມນິຍົມ: ![]()
ໃນວັນທີ 26 ມີນາ 2026 ຜ່ານມານີ້, ສະຫາຍ ພັນເອກ ເລ ແທັງ ຕຸ່ງ ຮອງຫົວໜ້າກອງບັນຊາການທະຫານແຂວງຢາລາຍ, ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະແພດທະຫານ ແລະ ປົກຄອງ ໄດ້ເຄື່ອນໄຫວຢ້ຽມຢາມ ກອງບັນຊາການທະຫານແຂວງອັດຕະປື, ໂດຍການໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ພັນເອກ ສີສົມໃຈ ມະໂນລາ ຫົວໜ້າການ
ເມືອງ ກອງບັນຊາການທະຫານແຂວງອັດຕະປື ພ້ອມດ້ວຍຄະນະ.
ໃນການເດີນທາງມາຢ້ຽມຢາມ ໃນຄັ້ງນີ້ ມີຈຸດປະສົງຄື: ເນື່ອງໃນໂອກາດ ບຸນປີໃໝ່ລາວ ທີ່ຈະມາເຖິງໃນໝໍ່ໆນີ້, ຄະນະຜູ້ແທນ ກອງບັນຊາການທະຫານແຂວງຢາລາຍ ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ເພື່ອອວຍພອນປີໃໝ່, ກວດພະຍາດ, ຈ່າຍຢາ, ມອບຂອງຂວັນ ແລະ ມອບທຶນຊ່ວຍເຫຼືອສ້ອມແປງເຮືອນ ໃຫ້ແກ່ຄອບຄົວພະນັກງານ ແລະ ປະຊາຊົນແຂວງອັດຕະປື ໂດຍສະເພາະແມ່ນປະຊາຊົນຢູ່ບ້ານສະໝອງໄໝ່ປິນດົງ ເມືອງສະໜາມໄຊ.
ຕໍ່ການມາຢ້ຽມຢາມນີ້, ສະຫາຍ ພັນເອກ ສີສົມໃຈ ມະໂນລາ ກໍໄດ້ສະແດງຄວາມຂອບໃຈ ພ້ອມທັງອວຍພອນໄຊອັນປະເສີດໃຫ້ແກ່ ສະຫາຍ ພັນເອກ ເລ ແທັງ ຕຸ່ງ ພ້ອມດ້ວຍບັນດາສະຫາຍຄະນະແພດໝໍທະຫານ ແລະ ປົກຄອງ ຈົ່ງມີສຸກຂະພາບເຂັ້ມແຂງ, ແຂງແຮງ ມີຄວາມພາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ຈົ່ງປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງທ່ານ, ອວຍພອນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ສອງຊາດ
ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ກໍຄືກອງບັນຊາການທະຫານແຂວງອັດຕະປື ແລະ ກອງບັນຊາການທະຫານແຂວງຢາລາຍໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ. ໂອກາດນີ້ ທັງ 2 ຝ່າຍກໍໄດ້ມອບຂອງຂວັນໃຫ້ເຊິ່ງກັນ ແລະ ກັນ ຕື່ມອີກ.
ໂດຍ: ຈັນສະໝອນ ໄຊຍະພູມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















