ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດແຕ່ງຕັ້ງຄະນະພັກກອງບັນຊາການ ທະຫານອາກາດກອງທັບປະຊາຊົນລາວ
ເວລາອອກຂ່າວ: 2019-09-30 09:36:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 124 | ຄວາມນິຍົມ:



ພິທີປະກາດການແຕ່ງຕັ້ງຄະ ນະພັກ, ຄະນະຫ້ອງ, ຄະນະພະ ແນກກອງບັນຊາການທະຫານ ອາກາດກອງທັບປະຊາຊົນລາວ ໄດ້ຈັດຂຶ້ນ ໃນວັນທີ 27 ກັນຍາ 2019 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ປອ ທອງ ລອຍ ສິລິວົງ ກໍາມະການສູນກາງ ພັກ, ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ, ຫົວໜ້າກົມ ໃຫຍ່ການເມືອງກອງທັບ, ມີບັນ ດາສະຫາຍຜູ້ຕາງໜ້າຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະ ຊວງປ້ອງກັນປະເທດ, ຄະນະພັກ ກອງບັນຊາການ, ກອງພັນໃຫຍ່ 702, 703 ແລະ ພະນັກງານທີ່ ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ທອງສີ ວິຈິດ ວົງສາ ຮອງຫົວໜ້າກົມຈັດຕັ້ງ ພັກກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດວ່າດ້ວຍການ ຕົກລົງບົ່ງຕົວແຕ່ງຕັ້ງຄະນະພັກ ກອງບັນຊາການທະຫານອາ ກາດປະກອບມີ ສະຫາຍ ພົນຈັດ ຕະວາ ພູຫຼວງ ບົວພະຈັນ ເປັນເລ ຂາຄະນະພັກ, ສະຫາຍ ພັນເອກ ຄໍາເຫຼັກ ແສງພະຈັນ ເປັນຮອງ ເລຂາຄະນະພັກ, ສະຫາຍ ພັນ ເອກ ຄໍາຫຼ້າ ສິມມະວົງ ເປັນປະ ທານກວດກາພັກ, ສະຫາຍ ພັນ ເອກ ພັນທະມິດ ວໍລະບຸດ, ສະ ຫາຍ ພັນໂທ ບຸນດອມ ບຸບຜາລີ ວັນ, ສະຫາຍ ພັນໂທ ທອງພັນ ບຸນສະຫວັນ, ສະຫາຍ ພັນໂທ ສອນທອງ ແກ້ວຈັນດາ, ສະຫາຍ ພັນໂທ ແສງຖະຫນອມ ບຸດຕະ ວົງ, ສະຫາຍ ພັນໂທ ຄໍາສຸກ ຄຳ ເລືອງເທບ, ສະຫາຍ ພັນໂທ ສີ ວິໄລພົງ ເພົ້າວິໄລ ແລະ ສະຫາຍ ພັນເອກ ສູນທອນ ພົມມະເສນ ເປັນກໍາມະການຄະນະພັກ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຫົວໜ້າຫ້ອງ ແລະ ຮອງຫ້ອງທີ່ ຂຶ້ນກັບກອງບັນຊາການທະຫານ ອາກາດຄື: ສະຫາຍ ພັນໂທ ແສງ ຖະຫນອມ ບຸດຕະວົງ ເປັນຫົວ ໜ້າຫ້ອງການ, ສະຫາຍ ພັນໂທ ບຸນເລີດ ອຸດທະຈັກ, ສະຫາຍ ພັນໂທ ຄອນສະຫວັນ ພັນທະລາ ວົງ ເປັນຮອງຫ້ອງການ, ສະ ຫາຍ ພັນໂທ ສຸພັນ ເດດນໍລະສິນ, ສະຫາຍ ພັນໂທ ພອນສະຫວັດ ໄຊບຸນເຮືອງ, ສະຫາຍ ພັນໂທ ສິງພອນ ແກ້ວຈໍາປາ, ສະຫາຍ ພັນໂທ ແພງສີ ເສັງວິໄຊ, ສະ ຫາຍ ພັນໂທ ຄໍາສຸກ ຄໍາເລືອງ ເທບ, ສະຫາຍ ພັນໂທ ຄໍາປັນ ສຸ ດີ ແລະ ສະຫາຍ ພັນໂທ ສະຫງົບ ຈັນທະຫນອມ, ສະຫາຍ ພັນໂທ ສຸລິວົງ ໂຄດໂຍທາ ເປັນຮອງ ຫ້ອງເຕັກນິກ. ນອກນັ້ນກໍຍັງ ຜ່ານຂໍ້ຕົກລົງກົມໃຫຍ່ການ ເມືອງກອງທັບວ່າດ້ວຍການ ແຕ່ງຕັ້ງບັນດາຫົວໜ້າ ແລະ ຮອງພະແນກທີ່ຂຶ້ນກັບກອງບັນ ຊາການທະຫານອາກາດອີກຈຳ ນວນໜຶ່ງ. ການປະກາດແຕ່ງຕັ້ງໃນຄັ້ງນີ້ຖືເປັນການປະຕິບັດຕາມທິດ ທາງກ່ຽວກັບການປັບປຸງບູລະ ນະກົງຈັກການຈັດຕັ້ງນໍາພາ- ບັນຊາໃນກໍາລັງປະກອບອາວຸດ ໃຫ້ນັບມື້ເຂັ້ມແຂງສາມາດນຳ ພາກົມກອງເຮັດສໍາເລັດໜ້າທີ່ ປົກປັກຮັກສາ ແລະ ພັດທະນາ ປະເທດໃນໄລຍະໃໝ່ກໍຄືໜ້າທີ່ ການເມືອງຂອງກົມກອງທີ່ໄດ້ ຮັບມອບໝາຍໃຫ້. ສະຫາຍ ພົນໂທ ປອ ທອງ ລອຍ ສິລິວົງ ກໍໄດ້ໂອ້ລົມຕໍ່ນາຍທະຫານທີ່ໄດ້ຮັບການແຕ່ງຕັ້ງ ມອບໝາຍໜ້າທີ່ໃໝ່ໃນຄັ້ງນີ້ວ່າ: ນີ້ແມ່ນຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ວຽກງານໃນໄລ ຍະໃໝ່ ແລະ ເປັນການມອບໝາຍ ໜ້າທີ່ອັນສໍາຄັນຂອງຄະນະນໍາ ກະຊວງປ້ອງກັນປະເທດ ທີ່ໃຫ້ ຄວາມໄວ້ເນື້ອເຊື່ອໝັ້ນໄວ້ວາງ ໃຈ ດັ່ງນັ້ນຈົ່ງຍົກສູງຄວາມຮັບ ຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ ຮັບມອບໝາຍໃນການ ເປັນເສ ນາທິການທີ່ເຂັ້ມແຂງໃຫ້ແກ່ ພັກ-ລັດກໍຄືກະຊວງປ້ອງກັນປະ ເທດ, ສືບຕໍ່ຫັນກໍາລັງລົງກໍ່ສ້າງ ຮາກຖານການເມືອງພັດທະນາ ຊົນນະບົດຮອບດ້ານຕິດພັນກັບ ວຽກງານ 3 ສ້າງເພື່ອກໍາແໜ້ນ ສະພາບຮອບດ້ານຂອງຄົນບໍ່ດີ, ຕ້ານ ແລະ ສະກັດກັ້ນ ບັນດາປະ ກົດການຫຍໍ້ທໍ້ຕ່າງໆໃຫ້ທັນ ການ, ຕ້ອງເປັນແບບຢ່າງທີ່ດີ ໃນການເຄື່ອນໄຫວເຮັດໜ້າທີ່ ວຽກງານ ແລະ ການດໍາລົງຊີວິດ ທີ່ປອດໃສຂາວສະອາດ, ພ້ອມ ກັນເສີມຂະຫຍາຍຄວາມສາມັກ ຄີພາຍໃນໝູ່ຄະນະໃຫ້ເລິກເຊິ່ງ, ມີແບບແຜນວິທີເຮັດວຽກນໍາພາ ໃຫ້ລະອຽດເປັນ ໝູ່ຄະນະ ແລະ ພ້ອມກັນສືບຕໍ່ນໍາພາກົມກອງ ເຮັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍດ້ວຍໝາກຜົນອັນດີ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ