ໂຢເຄເຣັສ ຍິງປະຕູໄຊ ຊ່ວຍ ທີມຊາດຊູແອັດ ຊະນະ ທີມຊາດໂປໂລຍ 3-2 ຜ່ານເຂົ້າໄປຫຼິ້ນໃນ ບານໂລກ 2026 ຮອບສຸດທ້າຍ
ເວລາອອກຂ່າວ: 2026-04-03 09:56:53 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 295 | ຄວາມນິຍົມ: ![]()
ບານໂລກ 2026 ຮອບເພອັອຟ ຂົງເຂດເອີຣົບ ຄືນວັນທີ 31 ມີນາຜ່ານມາ, ທີມຊາດຊູແອັດ ເປີດບ້ານພົບກັບ ທີມຊາດໂປໂລຍ 3-1 ປະຕູ.
ເຈົ້າບ້ານ ເປັນຝ່າຍນຳກ່ອນ ແຕ່ກໍຖືກໄລ່ຕີສະເໝີທັງສອງຄັ້ງ, ແຕ່ທ້າຍເກມ ເຈົ້າບ້ານມາໄດ້ປະຕູໄຊຈາກ ວິກຕໍຣ ໂຢເຄເຣັສ ກອງໜ້າຈາກ ອາຣເຊນໍລ ນາທີ 88' ກາຍເປັນຮີໂຣ້ ພາທີມເອົາຊະນະ ໂປໂລຍ ແບບຫວຸດວິດ 3-2, ເຊິ່ງນັດກ່ອນໜ້ານີ້ ໂຢເຄເຣັສ ກໍຍິງແຮັດທຣິກພາທີມຜ່ານ ທີມຊາດອູແກຣນ ກາຍເປັນ 19 ປະຕູ ຈາກການຮັບໃຊ້ທີມ 32 ນັດກັບທີມຊາດ.
ສະວີເດັນ ຜ່ານເຂົ້າຮອບສຸດທ້າຍ ບານໂລກ ເປັນຄັ້ງທີ 13 ຕໍ່ຈາກປີ 2018, ໂດຍ ບານໂລກ 2026 ຢູ່ກຸ່ມ F ຮ່ວມກັບ ໂຮນລັງ, ຍີ່ປຸ່ນ ແລະ ຕູນີຊີ. ຂະນະທີ່ ໂປໂລຍ ຕົກຮອບຄັດເລືອກຄັ້ງທຳອິດໃນຮອບ 12 ປີ ຕໍ່ຈາກປີ 2014.
ຄູ່ອື່ນ: ທີມຊາດຕັວກກີ້ ບຸກຊະນະ ໂຄໂຊໂວ 1-0 ປະຕູ ຜ່ານເຂົ້າຮອບສຸດທ້າຍ ບານໂລກ ເປັນຄັ້ງທີ 3 ໃນຮອບ 24 ປີ ຕໍ່ຈາກປີ 2002 ໂດຍ ບານໂລກ 2026 ໄປຢູ່ກຸ່ມ D ຮ່ວມກັບ ສະຫະລັດ ອາເມຣິກາ ເຈົ້າພາບຮ່ວມ, ປາຣາໄກວ ແລະ ອົດສະຕຣາລີ.
ສາທາລະນະລັດ ເຊັກ ເປີດບ້ານຊະນະດວນຈຸດໂທດ ດານມາກ 3-1 ເວລາປົກກະຕິສະໝີກັນ 1-1 ຕໍ່ເວລາພິເສດສະເໝີກັນ 2-2 ສາທາລະນະລັດເຊັກ ເຂົ້າຮອບສຸດທ້າຍ ບານໂລກ ເປັນຄັ້ງທີ 2 ໃນຮອບ 20 ປີ ຕໍ່ຈາກປີ 2006 ໃນນາມຊື່ ສາທາລະນະລັດເຊັກ ຖ້າສະໄໝຮວມໂຕເປັນ ເຊັກໂກສະໂລວາກີ ແມ່ນໄປຮອບສຸດທ້າຍຄັ້ງທີ 10 ໂດຍ ບານໂລກ 2026 ໄປຢູ່ກຸ່ມ A ຮ່ວມກັບ ເມັກຊິກ ເຈົ້າພາບຮ່ວມ, ອາຟາຣິກາໃຕ້ ແລະ ສາທາລະນະລັດເກົາຫຼີ.
ສ່ວນທີມຊາດອີຕາລີ ອະດີດແຊັມໂລກ 4 ສະໄໝ ພາຍໃຕ້ການຄຸມທີມຂອງ ເກັນນາໂຣ້ ກັດຕູໂຊ້ ອະດີດກອງກາງຂອງທີມ ຊຸດແຊັມໂລກ 2006 ນຳທີມບຸກໄປຢາມ ທີມຊາດບົດນີ້-ແຮກເຊໂກວີນ້າ.
ອີຕາລີ ເປັນຝ່າຍນຳກ່ອນຈາກ ມອຍ ຄີນ ສູນໜ້າຈາກ ຟິອໍເຣນຕິນ້າ ນາທີ 15' ແຕ່ມາເສຍປຽບຜູ້ຫຼິ້ນທ້າຍຕັ້ງທີໜຶ່ງ ເມື່ອ ອາເລັສຊານໂດຣ ບັສໂຕນີ້ ກອງຫຼັງຈາກ ອິນເຕີ ໄດ້ບັດແດງໂດຍກົງໃນນາທີ 41'.
ເຄິ່ງຫຼັງເຈົ້າບ້ານ ບັອສເນຍ ທວງປະຕູຄືນຈາກ ຮາວິສ ທາວາໂກວິກ ກອງໜ້າຈາກ ໂບຣຸສເຊຍ ມຸນເຊິນ ກັດບັກ ນາທີ 79' ຈົບເກມ 90' ສະເໝີກັນ 1-1 ໄປສູ້ກັນຕໍ່ໃນໄລຍະຕໍ່ເວາພິເສດອີກ 30' ນາທີ ຍັງບໍ່ມີຜູ້ຊະນະ ຕ້ອງດວນຈຸດໂທດຕັດສິນ ແລະ ເປັນ ບັອສເນຍ ຍິງໄດ້ຄົມກວ່າ ດັບຝັນ ອີຕາລີ ດ້ວຍການຊະນະດວນຈຸດໂທດ 4-1. ທີມຊາດອີຕາລີ ພາດໂອກາດໄປ ບານໂລກ ຮອບສຸດທ້າຍ 3 ຄັ້ງຕິດຕໍ່ກັນ, ເປັນຜົນງານຕົກຕ່ຳທີ່ສຸດໃນປະຫວັດສາດຂອງທີມ.
ສ່ວນ ທີມຊາດບັອສເນຍ-ເຮີເຊໂກວີນ້າ ໄດ້ໄປບານໂລກຮອບສຸດທ້າຍ ເປັນຄັ້ງທີ 2 ໃນຮອບ 12 ປີ ຕໍ່ຈາກ ປີ 2014 ທີ່ເບຣຊິນ, ບານໂລກ 2026 ຮອບສຸດທ້າຍ ບັອສເນຍ ໄປຢູ່ກຸ່ມ B ຮ່ວມກັບ ເຈົ້າພາບຮ່ວມ ການາດາ, ກາຕ້າ ແລະ ສະວິດເຊີແລນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















