ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ລົງຢ້ຽມຢາມ ແລະ ພົບປະຄະນະພັກ - ຄະນະບັນຊາກອງພັນ 224 ເຫຼົ່າຮົບສື່ສານ
ເວລາອອກຂ່າວ: 2019-09-30 09:33:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 152 | ຄວາມນິຍົມ:



ໃນວັນທີ 27 ກັນຍາ 2019 ນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງ ພັກ, ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ, ຫົວໜ້າກົມ ໃຫຍ່ເສນາທິການກອງທັບ ໄດ້ ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະຄະນະພັກ-ຄະນະບັນຊາ ກອງພັນ 224 ເຫຼົ່າຮົບສື່ສານ ທີ່ ຂຶ້ນກັບກົມສື່ສານກົມໃຫຍ່ເສນາ ທິການກອງທັບ ເຊິ່ງໄດ້ຮັບການ ຕ້ອນຮັບອັນອົບອຸ່ນຈາກສະຫາຍ ພັນໂທ ສົມພອນ ນໍລະສິນ ຫົວ ໜ້າການທະຫານກອງພັນ 224 ພ້ອມດ້ວຍຄະນະ, ມີຮອງຫົວໜ້າ ກົມສື່ສານ ແລະ ຄະນະພັກ-ຄະ ນະບັນຊາພະນັກງານ-ນັກຮົບ ທົ່ວກອງພັນໃຫ້ການຕ້ອນຮັບ. ສະຫາຍ ພັນໂທ ສົມພອນ ນໍລະສິນ ຫົວໜ້າການທະຫານ ກອງພັນ 224 ກໍໄດ້ລາຍງານ ສະພາບລວມໂດຍຫຍໍ້ໃນການ ຈັດຕັ້ງປະຕິບັດໜ້າທີ່ວິຊາສະ ເພາະເຄື່ອນໄຫວຕິດຕາມສະ ພາບພາຍໃນຂອບເຂດກົມກອງ ຕັ້ງທັບໃຫ້ມີຄວາມສະຫງົບປອດ ໄພດີ ແລະ ພື້ນຖານໂຄງລ່າງໃນ ການຊີ້ນຳ-ນຳພາຈັດຕັ້ງປະຕິບັດ ວຽກງານຂອງກົມກອງຕະຫຼອດໃນໄລຍະທີ່ຜ່ານມາ ເຊິ່ງເປັນກົມ ກອງໜຶ່ງທີ່ເຮັດໜ້າທີ່ວິຊາສະ ເພາະສື່ສານໂທລະລົມ, ຕະຫຼອດ ໄລຍະທີ່ຜ່ານມາກົມກອງໄດ້ປະ ກອບສ່ວນເຂົ້າໃນພາລະກິດປະ ຕິວັດອັນສູງສົ່ງໃນສະໄໝສົງ ຄາມຕໍ່ສູ້ຕ້ານຈັກກະພັດຝຣັ່ງ-ອາເມຣິກາ, ສົງຄາມຮັກສາດິນ ແດນທິດຕາເວັນຕົກສຽງເໜືອ ຂອງປະເທດຈາກການບຽດຍຶດ ຂອງພວກປະຕິການຂວາຈັດໄທ ຢ່າງພິລະອາດຫານ ແລະ ປະ ກອບສ່ວນເຄື່ອນໄຫວແກ້ໄຂ ຄວາມບໍ່ສະຫງົບ, ປະກອບສ່ວນ ສ້າງສາພັດທະນາປະເທດຊາດ ຢ່າງຕັ້ງໜ້າຈາກການປະຕິບັດ ໜ້າທີ່ການເມືອງຂອງກົມກອງ ດັ່ງກ່າວກອງພັນ 224 ຍັງໄດ້ ຮັບການຍ້ອງຍໍສັນລະເສີນ,ຈາກ ຂັ້ນເທິງເປັນກອງວິລະຊົນແຫ່ງ ຊາດ ແລະ ມີຫຼາຍສະຫາຍໄດ້ ເປັນວິລະຊົນ ແລະ ນັກຮົບແຂ່ງ ຂັນຢ່າງສົມກຽດ. ສະຫາຍ ພົນໂທ ສຸວອນ ເລືອງ ບຸນມີ ກໍໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຜົນງານ ແລະ ການ ເຄື່ອນໄຫວເຮັດໜ້າຂອງອ້າຍ ນ້ອງ, ຂອງກົມກອງ ພ້ອມທັງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະ ບັນຊາກົມກອງຈົ່ງເອົາໃຈໃສ່ກຳ ແໜ້ນສະພາບ ແລະ ປະກົດການ ຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂຶ້ນ, ເອົາໃຈໃສ່ຫັນລົງກໍ່ສ້າງຮາກ ຖານການເມືອງຕິດຕາມກຸ່ມຄົນ ບໍ່ຫວັງດີຢູ່ພາຍໃນກົມກອງທ້ອງ ຖິ່ນເຮັດໃຫ້ມີຄວາມສະຫງົບ ປອດໄພ, ສ້າງໃຫ້ໄດ້ພະນັກ ງານ-ນັກຮົບຜູ້ທີ່ດີເດ່ັນກໍຄືນັກ ຮົບວິຊາສະເພາະເຫຼົ່າຮົບສື່ສານ ແລະ ສົ່ງເສີມການເຝິກແອບຮໍ່າ ຮຽນມີທັດສະນະຫຼັກໜັ້ນທີ່ດີ, ມີລະບຽບວິໄນທີ່ເຂັ້ມງວດຍູ້ ແຮງຂະບວນການກໍ່ສ້າງກອງ ແຂງໜ່ວຍພັກຮູ້ນຳພາຮອບ ດ້ານ, ສ້າງໃຫ້ໄດ້ກົມກອງປອດ ໃສ ປອດໄພ ປອດຄະດີ ຕິດພັນ ກັບກົມກອງວັດທະນະທຳ-ນັກ ຮົບວັດທະນະທຳ, ສືບຕໍ່ເອົາໃຈ ໃສ່ສຶກສາອົບຮົມການເມືອງນຳ ພາແນວຄິດໃຫ້ພະນັກງານ-ສະ ມາຊິກພັກ, ນັກຮົບໃຫ້ມີສະຕິຕື່ນ ຕົວເຄົາລົບນັບຖືກົດລະບຽບ ຂອງກົມກອງກໍຄືຂອງກອງທັບ ປະຊາຊົນລາວວາງອອກ. ໂອ ກາດດຽວກັນນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ລົງໄປ ຢ້ຽມຢາມ ແລະ ຊົມການຫັດ ແອບເດີນຂະບວນສວນສະໝາມ ເພື່ອຂໍ່ານັບຮັບຕ້ອນວັນສ້າງ ຕັ້ງເຫຼົ່າຮົບສື່ສານ ຄື(15/12/ 1954-15/12/2019) ຄົບ ຮອບ 65 ປີ ຢູ່ໂຮງງານ 209 ຕື່ມອີກ ໂດຍ: ແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ