ວິກິດການອ່າວເປີເຊຍ ມີຄວາມສ່ຽງທີ່ຈະເພີ່ມຂຶ້ນເປັນສົງຄາມຂະໜາດໃຫຍ່ ຣັດເຊຍ ພ້ອມທີ່ຈະໄກ່ເກ່ຍທາງການທູດ
ເວລາອອກຂ່າວ: 2026-04-03 09:52:20 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 145 | ຄວາມນິຍົມ: ![]()
ສຳນັກຂ່າວ Sputnik ລາຍງານວ່າ ວິກິດການໃນອ່າວເປີ ເຊຍກຳລັງເພີ່ມຄວາມຮຸນແຮງ ຈົນເປັນຂໍ້ຂັດແຍ່ງທີ່ກວ້າງ ຂວາງກວ່າເກົ່າ, ໂດຍສັງເກດເຫັນວ່າສະຫະລັດ-ອິດສະຣາເເອນນຳໃຊ້ກໍາລັງທາງທະ ຫານໂຈມຕີໃສ່ເປົ້າໝາຍທາງ ຍຸດທະສາດຂອງ ອີຣານ. ທ່ານ ເຊເກ ລາບຣົບ ລັດຖະມົນຕີຕ່າງ ປະເທດຣັດເຊຍກ່າວໃນກອງ ປະຊຸມສະພາການຕ່າງປະເທດຣັດເຊຍ ວ່າໃນປັດຈຸບັນສະຖານະການໃນຕາເວັນອອກກາງມີແນວໂນ້ມທີ່ຈະເພີ່ມຂຶ້ນເລື້ອຍໆ, ເຊິ່ງເຮົາເອີ້ນວ່າ ‘ສົງຄາມໂລກໃໝ່’ ຣັດເຊຍພ້ອມທີ່ຈະເຮັດໜ້າທີ່ເປັນຜູ້ໄກ່ເກ່ຍ ແລະ ສະໜັບສະໜູນວິທີການທາງການທູດຕໍ່ຂໍ້ຂັດແຍ່ງລະຫວ່າງສະຫະລັດ-ອິດສະຣາເເອນ ກັບ ອີຣານ, ທ່ານຍັງກ່າວອີກວ່າ ສະຫະລັດ ແລະ ອິດສະຣາເເອນ ກຳລັງພະຍາຍາມເຮັດໃຫ້ປະເທດອາຣັບ ໃນອ່າວເປີເຊຍຕໍຕ້ານ ອີຣານ. “ສະຫະລັດ ແລະ ອິດສະຣາແອນ ກຳລັງພະ ຍາຍາມຂັດຂວາງການຟື້ນຟູສາຍພົວພັນລະຫວ່າງອີຣານ ແລະ ປະເທດເພື່ອນບ້ານ. ທ່ານ ເຊີເກ ລາບຣົບ ກ່າວອີກວ່າ ຣັດເຊຍຈະຊຸກຍູ້ທຸກຝ່າຍໃຫ້ເຄົາລົບກົດໝາຍສາກົນລະຫວ່າງປະເທດຢ່າງເຂັ້ມງວດ ແລະ ອີຣານບໍ່ມີເຈດຕະນາທີ່ຈະໂຈມຕີສະຫະລັດ ແລະ ອິດສະຣາເເອນ, ໂດຍຊີ້ໃຫ້ເຫັນວ່າຜູ້ທີ່ຕ້ອງການຄວບຄຸມຊັບພະ ຍາກອນຂອງໂລກບໍ່ຕ້ອງການເຫັນສາຍພົວພັນລະຫວ່າງອີຣານ ແລະ ບັນດາປະເທດໃນອ່າວເປີເຊຍດີ, ເຊິ່ງບັນດາປະເທດຕາເວັນຕົກກຳລັງປະເຊີນໜ້າຢ່າງເຄັ່ງຕຶງກັບປະເທດສ່ວນໃຫ່ຍຂອງໂລກ, ເຊິ່ງພະຍາຍາມແກ້ໄຂຄວາມບໍ່ສະເໝີພາບທີ່ເກີດຈາກ “ຄວາມທະເຍີທະຍານຂອງຊາດຕາເວັນຕົກ.” ເຊິ່ງໃນປະຈຸບັນລະບຽບໂລກກຳລັງຢູ່ໃນລະຫວ່າງການປັບປ່ຽນຄັ້ງສຳຄັນ ເຊິ່ງພວກເຮົາຫວັງວ່າຈະນຳໄປສູ່ໂລກທີ່ໝັ້ນຄົງ ແລະ ຍຸຕິທຳຫຼາຍຂົ້ວອຳນາດ. ແຕ່ໃນເວລານີ້, ການແຂ່ງຂັນເພື່ອຄວາມເປັນຜູ້ນຳໃນໂລກໃໝ່ແມ່ນຮຸນແຮງຂື້ນ. ທ່ານ ເຊເກ ລາບຣົບ ຕື່ມອີກວ່າ ບັນດາປະເທດ BRICS ແລະ ອົງການຮ່ວມມືຊຽງໄຮ້ ກຳລັງປະເຊີນກັບການຕໍ່ຕ້ານຢ່າງຮຸນແຮງຈາກບັນດາປະເທດຕາເວັນຕົກ ແລະ ຣັດເຊຍຍັງຄົງເປີດກວ້າງຕໍ່ການເຈລະຈາກັບປະເທດຕາເວັນຕົກບົນພື້ນຖານຄວາມສະເໝີພາບ ແລະ ຜົນປະໂຫຍດຮ່ວມກັນເທົ່ານັ້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















