ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວປກ ສະຫຼຸບການກໍ່ສ້າງກອງແຂງ - ໜ່ວຍພັກຮູ້ນຳພາຮອບດ້ານ
ເວລາອອກຂ່າວ: 2019-09-30 09:26:52 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 54 | ຄວາມນິຍົມ:



ໃນວັນທີ 26 ກັນຍາ ຜ່ານມານີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານໄດ້ຈັດຕັ້ງກອງປະຊຸມສະຫຼຸບຖອດຖອນບົດຮຽນການນຳພາປັບປຸງການ ກໍ່ສ້າງກອງຮາກຖານເຂັ້ມແຂງ- ໜ່ວຍພັກຮູ້ນຳພາ ຮອບດ້ານ ສົກ ປີ 2018-2019 ແລະ ທິດທາງ ແຜນການ ປະຈຳປີ 2019- 2020 ທົ່ວອົງຄະນະພັກ ວປກ ຂຶ້ນ, ໂດຍພາຍໃຕ້ການ ເປັນປະ ທານຂອງ ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ, ກຳມະການຄະນະ ພັກ ກະຊວງ ປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການ ເມືອງ ວປກ, ມີອົງຄະນະພັກວິ ທະຍາຄານ, ເລຂາຄະນະພັກ ຮາກຖານ,ຄະນະໜ່ວຍພັກ ແລະ ສະມາຊິກພັກ12 ຫົວໜ່ວຍກົມ ກອງທີ່ຂຶ້ນກັບເຂົ້າຮ່ວມ. ສະຫາຍ ພັນໂທ ປອ ສອນທະ ນູ ແກ້ວໝື່ນເຮືອງ, ຮອງຫົວໜ້າ ກົມການເມືອງ ວປກ ໄດ້ຂຶ້ນຜ່ານ ບົດສະຫຼຸບຕີລາຄາຜົນໄດ້ຮັບ ຂອງການກໍ່ສ້າງກອງຮາກຖານ ເຂັ້ມແຂງ-ໜ່ວຍພັກຮູ້ນຳພາ ຮອບດ້ານ ສົກ 2018-2019 ແລະ ທິດທາງແຜນການ ສົກ 2019-2020 ໂດຍໄດ້ຍົກໃຫ້ ເຫັນດ້ານດີ-ດ້ານອ່ອນ ແລະ ແບບແຜນການຊີ້ນຳ-ນຳພາ ຂອງຄະນະພັກ-ຄະນະບັນຊາແຕ່ ລະຂັ້ນໃນການປັບປຸງກໍ່ສ້າງ ກອງຮາກຖານເຂັ້ມແຂງ-ໜ່ວຍ ພັກຮູ້ນຳພາຮອບດ້ານ. ຜ່ານ ການຈັດຕັ້ງປະຕິບັດເຫັນໄດ້ວ່າ, ຄະນະພັກ-ຄະນະບັນຊາແຕ່ລະ ຂັ້ນໄດ້ມີຄວາມຮັບຮູ້, ເຊື່ອມຊຶມ ຕໍ່ມະຕິ, ຄຳສັ່ງຕ່າງໆຂອງຂັ້ນ ເທິງ,ຍົກສູງພາລະບົດບາດ ແລະ ໜ້າທີ່ການເມືອງຂອງ ກົມກອງ ໂດຍຖືເອົາວຽກງານໃຈກາງ ກາຍເປັນຂໍ້ແຂ່ງຂັນຕິດພັນກັບ ການສ້າງກອງປອດໃສ, ປອດ ໄພ, ປອດຄະດີ, ການສ້າງນັກ ຮົບວັດທະນະທຳ-ກອງວັດທະ ນະທຳ ຊຸກຍູ້ປຸກລະດົມຂະບວນ ການພາຍ ໃນກົມກອງໃຫ້ຟົດ ຟື້ນຕໍ່ເນື່ອງ, ເຮັດໃຫ້ການຈັດຕັ້ງ ປະຕິບັດແຜນການປັບປຸງກໍ່ສ້າງ ກອງຮາກຖານເຂັ້ມແຂງ- ໜ່ວຍ ພັກຮູ້ນຳພາຮອບດ້ານກາຍເປັນ ຮູບປະທຳ ແລະ ມີຄຸນນະພາບ ດີຂຶ້ນ. ໃນສົກ 2018-2019 ຂັ້ນ ເທິງໄດ້ອະນຸມັດຮັບຮອງເປັນ ກອງຮາກຖານເຂັ້ມແຂງ-ໜ່ວຍ ພັກຮູ້ນຳພາຮອບດ້ານທັງໝົດ 23 ຮາກຖານພັກ ເທົ່າກັບ 54,76%, ໄດ້ຮັບຮອງ 11 ຄັ້ງ ຕິດຕໍ່ກັນມີ 3 ໜ່ວຍພັກ, ຮັບຮອງ 10 ຄັ້ງຕີດຕໍ່ກັນມີ 1 ໜ່ວຍພັກ, ຮັບຮອງ 9 ຄັ້ງຕີດຕໍ່ກັນມີ 1 ໜ່ວຍພັກ ຮັບຮອງ 7 ຄັ້ງຕີດຕໍ່ ກັນມີ 1 ໜ່ວຍພັກ, ຮັບຮອງ 6 ຄັ້ງຕີດຕໍ່ກັນມີ 8 ໜ່ວຍພັກ, ຮັບ ຮອງ 5 ຄັ້ງຕີດຕໍ່ກັນມີ 6 ໜ່ວຍ ພັກ, ຮັບຮອງ 2 ຄັ້ງຕີດຕໍ່ກັນມີ 1 ໜ່ວຍພັກ ໂອກາດດຽວກັນ ນີ້ໄດ້ຈັດຕັ້ງພິທີມອບໃບຢັ້ງຢືນ ໃຫ້ແກ່ພາກສ່ວນທີ່ຖືກຮັບຮອງ ເປັນກອງເຂັ້ມແຂງ-ໜ່ວຍພັກຮູ້ ນຳພາຮອບດ້ານ, ມອບທຸງໄຊ ໃຫ້ບັນດາໜ່ວຍທີ່ຮັກສາມູນເຊື້ອ ການກໍ່ສ້າງກົມກອງໃຫ້ເປັນ ໜ່ວຍພັກເຂັ້ມແຂງຮູ້ນຳພາຮອບ ດ້ານ 5 ສະໄໝ ແລະ 10 ສະໄໝ ຕິດຕໍ່ກັນ ພ້ອມທັງຍັງໄດ້ປະກາດບົ່ງຕົວແຕ່ງຕັ້ງປ່ຽນແທນເລຂາ, ຮອງເລຂາ, ກຳມະການເຂົ້າໃນ ແຕ່ລະຄະນະພັກຮາກຖານ, ຄະ ນະໜ່ວຍພັກ. ໂອກາດນີ້ ສະຫາຍພົນຕີ ຄຳ ຫຼ້າ ພັນໄຊຍະສຸກ ກໍໄດ້ມີຄຳເຫັນ ໂອ້ລົມຕໍ່ພິທີ ເຊິ່ງສະຫາຍໄດ້ ກ່າວສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນງານ ແລະ ຜົນສຳເລັດ ທີ່ ຄະນະພັກ-ຄະນະບັນຊາກົມ ກອງໜ່ວຍພັກສາມາດຮັກສາໄດ້ ນາມມະຍົດມູນເຊື້ອກອງຮາກ ຖານເຂັ້ມແຂງ-ໜ່ວຍພັກຮູ້ນຳ ພາຮອບດ້ານຫຼາຍສະໄໝຕິດຕໍ່ ກັນ, ນີ້ສະແດງໃຫ້ເຫັນເຖິງ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ ການເມືອງຂອງຄະນະພັກ-ຄະ ນະບັນຊາໃນການເປັນເຈົົ້າການ ຊີ້ນຳ-ນຳພາກົມກອງເຮັດສຳ ເລັດໜ້າທີ່ຕາມການຈັດຕັ້ງຂັ້ນ ເທິງມອບໝາຍໃຫ້ພ້ອມທັງເນັ້ນ ໜັກໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຕ້ອງເພີ່ມທະວີວຽກ ງານສຶກສາອົບຮົມການເມືອງ ນຳພາແນວຄິດຕໍ່ພະນັກງານ- ສະມາຊິກພັກ, ນັກຮົບຖືເປັນບັນຫາສຳຄັນໃນການດຳລົງຊີວິດ, ຍຶດໝັ້ນຕໍ່ອຸດົມການ ສັງຄົມນິ ຍົມ, ກຳແໜ້ນທາດແທ້ ແລະ ມູນ ເຊື້ອປະຕິວັດຂອງພັກ, ຂອງ ກອງທັບ, ປະຕິບັດຕາມ 5 ຫຼັກ ການ 3 ທິດນຳຂອງພັກວາງ ອອກ, ເພີ່ມທະວີປັບປຸງການຈັດ ຕັ້ງ, ປັບປຸງແບບແຜນວິທີນຳພາ- ແບບແຜນວິທີເຮັດວຽກ, ຍົກສູງ ສະຕິລະວັງຕົວຕອບຕ້ານທຸກກົນ ອຸບາຍມ້າງເພທຳລາຍຂອງອິດ ທິກຳລັງປໍລະປັກ, ຄົ້ນຄວ້າເຊື່ອມ ຊຶມ, ກຳແໜັ້ນ ແລະ ຈັດຕັ້ງຜັນ ຂະຫຍາຍເນື້ອໃນຂໍ້ແຂ່ງຂັນຂະ ບວນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜັ້ນ ໃຫ້ຕິດພັນ ກັບກົມກອງ 3 ປອດ, ກົມກອງ ວັດທະນະທຳ ແລະ ນັກຮົບວັດ ທະນະທຳ. ເພີ່ມທະວີຄວາມສາ ມັກຄີເປັນເອກະພາບພາຍໃນ ພັກ, ຍົກສູງຄວາມສາມາດນຳ ພາ ແລະ ລັກສະນະນຳໜ້າຂອງ ພັກເຮັດໃຫ້ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ຮັບການຮັບຮອງ ແລະ ຜັນ ຂະຫຍາຍໃຫ້ມີຄຸນນະພາບອັນ ໃໝ່ ແລະ ພ້ອມກັນສືບຕໍ່ອອກ ແຮງແຂ່ງຂັນກັນສ້າງຂະບວນ ການດ້ານຕ່າງໆເພື່ອຂໍ່ານັບຮັບ ຕ້ອນກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ ໃຫ້ມີຜົນສຳເລັດຢ່າງຈົບງາມ. ຂ່າວ: ດາວວີນ ພາບ: ສາວີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ