ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດການແຕ່ງຕັ້ງຮອງຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2019-09-30 09:23:41 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 91 | ຄວາມນິຍົມ:



ໃນວັນທີ 24 ກັນຍາ ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີປະກາດການແຕ່ງຕັ້ງ ຮອງຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ພະລາທິການກອງທັບ ຂຶ້ນຢູ່ທີ່ສະໂມສອນກົມໃຫຍ່ພະ ລາທິການກອງທັບ, ໂດຍພາຍໃຕ້ ການເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ປອ ວົງສັກ ພັນ ທະວົງ ກຳມະການຄະນະພັກ ກະຊວງ ຮອງຫົວໜ້າກົມໃຫຍ່ ພະລາທິການກອງທັບ, ມີຄະນະ ພັກ-ຄະນະບັນຊາກົມກອງ, ພະ ແນກ, ຂະແໜງການ ພ້ອມດ້ວຍພະນັກງານ-ນັກຮົບພາຍໃນ ຫ້ອງການ ເຂົ້າຮ່ວມ. ສະຫາຍ ພັນໂທ ໄພວັນ ໄຊພູ ບານ ຮອງຫົວໜ້າຫ້ອງການ ເມືອງກົມໃຫຍ່ພະລາທິການ ກອງທັບ, ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ສະບັບເລກທີ 3673/ກປທ ລົງ ວັນທີ 3/9/2019 ວ່າດ້ວຍການ ແຕ່ງຕັ້ງຮອງຫົວໜ້າຫ້ອງການ ບໍລິຫານກົມໃຫຍ່ພະລາທິການ ກອງທັບ, ອີງຕາມກົດໝາຍນາຍ ທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ 2 ໝວດທີ 4 ມາດຕາ 26 ວ່າດ້ວຍ ການແຕ່ງຕັ້ງ ແລະ ຍົກຍ້າຍນາຍ ທະຫານ, ກະຊວງປ້ອງກັນປະ ເທດຕົກລົງແຕ່ງຕັ້ງ ສະຫາຍ ພັນ ໂທ ຄຳຜຸຍ ຈັນທະວົງ ເປັນຮອງ ຫົວໜ້າຫ້ອງການບໍລິຫານກົມ ໃຫຍ່ພະລາທິການກອງທັບ. ສະຫາຍ ພົນຈັດຕະວາ ປອ ວົງສັກ ພັນທະວົງ ກໍໄດ້ມີຄຳເຫັນ ໂອ້ລົມຊີ້ທິດເຍືອງທາງມາຍັງຜູ້ ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງເອົາໃຈໃສ່ ເຝິກຝົນຫຼໍ່ຫຼອມຕົນເອງທາງ ດ້ານຄຸນທາດການເມືອງໃຫ້ມີ ຄວາມໜັກແໜ້ນ, ມີຄວາມສາ ມັກຄີພາຍໃນ, ພາຍນອກກັບໝູ່ ເພື່ອນໃນຄະນະຢ່າງເປັນປຶກ ແຜ່ນແໜ້ນໜາ, ເຊື່ອໝັ້ນຕໍ່ການ ນຳພາຂອງພັກ, ປະຕິບັດມະຕິ, ຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມ ງວດ, ມີແບບແຜນວິທີເຮັດວຽກ ບົນພື້ນຖານຫຼັກການລວມສູນ ປະຊາທິປະໄຕແບ່ງວຽກງານ ໃຫ້ບຸກຄົນຮັບຜິດຊອບລະອຽດ ຈະແຈ້ງ, ຍົກສູງສະຕິປັນຍາ ທາງດ້ານຄວາມຮູ້-ຄວາມສາ ມາດຂອງຕົນເອງ ແລະ ຕັ້ງໜ້າ ເຂົ້າຮ່ວມທຸກຂະບວນການວຽກ ງານວິຊາສະ ເພາະຂອງກົມກອງ ໃຫ້ໄດ້ເປັນຢ່າງດີ ແລະ ຮຽກ ຮ້ອງມາຍັງຄະນະພັກ-ຄະນະບັນ ຊາກົມກອງ ພ້ອມດ້ວຍພະນັກ ງານ-ນັກຮົບທຸກສະຫາຍຈົ່ງ ພ້ອມກັນເອົາໃຈໃສ່ເພີ່ມທະວີ ວຽກງານສຶກສາອົບຮົມການ ເມືອງນຳພາແນວຄິດເປັນກົກ, ມີຄຸນສົມບັດສິນທຳປະຕິວັດ, ກຳ ແໜ້ນເຊື່ອມຊຶມປະຕິບັດຕໍ່ແນວ ທາງນະໂຍບາຍປ່ຽນແປງໃໝ່ ຂອງພັກ, ມີນໍ້າໃຈຮັກຊາດ, ຮັກ ລະບອບປະຊາທິປະໄຕປະຊາ ຊົນ, ເອົາໃຈໃສ່ຄຸ້ມຄອງປົກປັກ ຮັກສາວັດຖຸຊັບສິນເຄື່ອງຂອງ ສ່ວນລວມທີ່ມີຄ່າຂອງຂັ້ນເທິງ ແລະ ຈົ່ງພ້ອມກັນສືບຕໍ່ເຮັດສຳ ເລັດໃນໜ້າທີ່ວຽກງານທີ່ການ ຈັດຕັ້ງຂັ້ນເທິງມອບໝາຍໃຫ້. ໂດຍ: ຄຳປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ