4 ທີມສຸດທ້າຍ ບານເຕະຍິງ ຊີງແຊັມສະໂມສອນອາຊີ ລະດູການ 2025-2026 ແຊັມເກົ່າ ຕົກຮອບ
ເວລາອອກຂ່າວ: 2026-04-02 09:56:11 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 316 | ຄວາມນິຍົມ: ![]()
ໃນຮອບ 8 ທີມສຸດທ້າຍຄັ້ງນີ້ ສປປ ລາວ ໄດ້ເປັນເຈົ້າພາບ 1 ຄູ່: Naegohyang FC ແຊັມລີກສູງສຸດຂອງ ສປປ ເກົາຫຼີ ພົບກັບ Ho Chi Minh City FC ແຊັມລີກສູງສຸດຂອງຫວຽດນາມ ຜົນປະກົດວ່າ: ແຊັມລີກສູງສຸດຂອງ ສປປ ເກົາຫຼີ ເອົາຊະນະໄປໄດ້ 3-0 ໄດ້ໜຶ່ງປະຕູຈາກຕັ້ງທີໜຶ່ງ ແລະ ສອງປະຕູໃນຕັ້ງທີສອງ.
ນີ້ເປັນຄັ້ງທຳອິດ ທີ່ລາວເຮົາ ໄດ້ເປັນເຈົ້າພາບ ຮອບນັອກເອົ້າ ລາຍການໃຫຍ່ລະດັບທະວີບ ພາຍຫຼັງໄດ້ຮັບຄວາມໄວ້ວາງໃຈຈາກ ສະຫະພັນບານເຕະອາຊີ (AFC) ກ່ອນໜ້ານີ້ ພວກເຮົາເຄີຍເປັນເຈົ້າພາບລາຍການນີ້ ຮອບຄັດເລືອກ ກຸ່ມ D ທີ່ມີສະໂມສອນ ມາສເຕີ ແຊັມລາວລີກຍິງລະດູການຫຼ້າສຸດ, Kaosiung Attackers FC ຈາກໄຕ້ຫວັນ, RTC FC ຈາກພູຖານ ແລະ Naegohyang FC ຈາກ ສປປ ເກົາຫຼີ.
ໃນຮອບ 4 ທີມສຸດທ້າຍ Naegohyang FC ໄປພົບກັບ Suwon ແຊັມລີກສູງສຸດຂອງສາທາລະນະລັດເກົາຫຼີ ທີ່ບຸກຊະນະ Wuhan Jiangda ແຊັມເກົ່າ ຈາກຈີນ 4-0.
ຂະນະທີ່ Melbourne City ຮອງແຊັມລະດູການຜ່ານມາ ຈາກອົດສະຕຣາລີ ເປີດບ້ານເອົາຊະນະ Nasaf ແຊັມລີກສູງສຸດຈາກອຸສເບກິສຖານ 2-1 ຮອບ 4 ທີມສຸດທ້າຍ ໄປພົບກັບ Tokyo Verdy ແຊັມລີກສູງສຸດຂອງຍີ່
ປຸ່ນ ທີ່ຊະນະ Stallion Laguna ແຊັມລີກສູງສຸດຟີລິບປິນ 5-0.
ຮອບ 4 ທີມສຸດທ້າຍ ຈະແຂ່ງຂັນຢູ່ຊູວອນ, ສາທາລະນະລັດເກົາຫຼີ ວັນທີ 20 ພຶດສະພາ 2026.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















