ຈັດທຣຳ ແຊງຊະນະ ມາກ ອາວເລນ ຜ່ານເຂົ້າຮອບ 8 ຄົນສຸດທ້າຍ Tour Championship 2026
ເວລາອອກຂ່າວ: 2026-04-02 09:54:35 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 314 | ຄວາມນິຍົມ: ![]()
ການແຂ່ງຂັນສະນຸກເກີລະດັບໂລກ ຮອງລາຍການສຸດທ້າຍຂອງລະດູການນີ້ Tour Championship 2026 ທີ່ເມືອງແມນເຊັສເຕີ ປະເທດອັງກິດ ລະຫວ່າງວັນທີ 30 ມີນາ-5 ເມສານີ້ ຊີງເງິນລາງວັນລວມ 500.000 ປອນ.
ຮອບທຳອິດ ເພື່ອຄັດເຂົ້າສູ່ຮອບ 8 ຄົນສຸດທ້າຍ: ຈັດທຣຳ ມື 1 ຂອງໂລກ ເປັນມືວາງອັນດັບ 5 ຂອງລາຍການ ຈາກເຈົ້າພາບ ແຊງຊະນະ ມາກ ອາວເລນ ມື 12 ຂອງລາຍການ ຈາກ ອຽກລັງເໜືອ ທີ່ເຂົ້າມາແທນ ຣອນນີ້ ໂອຊຸນລີແວນ ແຊັມໂລກ 7 ສະໄໝ ເຊິ່ງຂໍຖອນຕົວ ແບບສຸດມ່ວນ 10-8 ເຟຣມ ຕາມຫຼັງກ່ອນ 4 ເຟຣມທຳອິດ ແຕ່ແຊງຊະນະໄດ້.
ຈັດທຣຳ ຍັງຢູ່ໃນເສັ້ນທາງການລຸ້ນແຊັມລາຍການນີ້ຄັ້ງທຳອິດ ໂດຍຮອບ 8 ຄົນສຸດທ້າຍ ໄປພົບກັບ ຊອນ ເມີຟີ້ ມື 4 ຂອງລາຍການ ເພື່ອນຮ່ວມຊາດ ທີ່ໄດ້ສິດລໍຖ້າໃນຮອບ 8 ຄົນສຸດທ້າຍ ເນື່ອງຈາກຕິດອັນດັບ 1-4 ຂອງໂລກ ທີ່ສະສົມເງິນລາງວັນ ຫຼື ສະສົມຄະແນນໄດ້ຫລາຍສຸດໃນລະດູການນີ້.
ຂະນະທີ່ ເທບໄຊຍາ ອຸນໜູ ນັກສະນຸກເກີສີມືດີຈາກໄທ ມື 9 ຂອງລາຍການ ແຊັມລາຍການໃຫຍ່ World Open ໃນອາທິດກ່ອນ ປັດຈຸບັນ ຈົບເຊັສຊັ່ນທຳອິດ ຕາມຫຼັງ ແບຣີ້ ຮໍກິ້ນ ມື 8 ຈາກເຈົ້າພາບ 3-5 ເຟຣມ.
ສ່ວນ ຫວູອີ້ເຈີ ມື 7 ຈາກຈີນ ຈົບເຊັສຊັ່ນທຳອິດ ຂຶ້ນນຳ ຄຣິສ ວາເຄຣິນ ຈາກເຈົ້າພາບ ມື 10 ຂອງລາຍການ 6-2 ເຟຣມ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















