ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ໂລກ​ກຳລັງ​ຫັນ​ມາ​ເປັນ​ຫຼາຍ​ຂົ້ວ​ຫຼາຍ​ຂຶ້ນ, ທຶນ​ທົ່ວ​ໂລກ​ຮ່ວມ​ກັນ “ສົ່ງ​ສາຍຕາ​ມາ​ຍັງ​ທິດຕາເວັນອອກ”
ເວລາອອກຂ່າວ: 2026-04-01 09:49:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 76 | ຄວາມນິຍົມ:



ວິທະຍຸ​ໂທລະພາບ​ສູນ​ກາງ​ຈີນ CMG ລາຍ​ງານ​ວ່າ: ໃນ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ລະດັບ​ສູງ ການ​ພັດທະນາ​ຈີນ ປະຈຳ​ປີ 2026 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ ຂອງ​ຈີນ ໃນ​ທ້າຍ​ເດືອນ​ມີນາ ນີ້, ຜູ້ນຳ​ວິ​ສາ​ຫະ​ກິດ​ຂ້າມ​ຊາດ ປະມານ 100 ຄົນ ໄດ້​ເຕົ້າໂຮມ​ກັນ​ເພື່ອ​ຮ່ວມ​ກັນ​ຕອບ​ສະ ໜອງ “ການ​ນັດ​ໝາຍ​ໃນ​ລະດູ​ໃບ​ໄມ້​ປົ່ງ” ຂອງ​ຈີນ. ເຫດຜົນ​ຢູ່​ເບື້ອງ​ຫລັງ​ຂອງ​ເລື່ອງ​ນີ້​ຄື​ດັ່ງ​ຄຳ​ປາ​ໄສ​ຂອງ​ທ່ານ ຫລີ​ສຽງ ນາຍົກລັດຖະມົນຕີ​ຈີນ ໃນ​ພິທີ​ໄຂ​ກອງ​ປະຊຸມ​ດັ່ງກ່າວ​ທີ່​ລະບຸ​ວ່າ: ຈີນ ສຸມ​ໃສ່​ຈະ​ກາຍເປັນ “ເສົາຄ້ຳ​ແຫ່ງ​ຄວາມ​ແນ່ນອນ” ແລະ “ທ່າ​ກຳປັ່ນ​ແຫ່ງ​ຄວາມ​ໝັ້ນ​ທ່ຽງ” ຂອງ​ໂລກ. ຄວາມ​ແນ່ນອນ ແລະ ຄວາມ​ ໝັ້ນ​ທ່ຽງ​ດັ່ງກ່າວ ມາ​ຈາກ​ຄວາມ​ໜັກ​ແໜ້ນ​ດ້ານ​ຍຸດ​ທະ​ສາດ​ຂອງ​ແຜນ​ແມ່​ບົດ ວ່າ​ດ້ວຍ​ການ​ພັດ ທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ 15 ເຊິ່ງ​ເປັນ​ເອ ກະສານ​ຫຼັກ​ນະໂຍບາຍ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ​ຂອງ​ຈີນ ໃນ 5 ປີ​ຂ້າງ​ໜ້າ ທີ່​ໄດ້​ກຳນົດ 7 ເປົ້າ​ໝາຍ​ຕົ້ນ ຕໍ​ຢ່າງ​ຈະແຈ້ງ, ລວມ​ເຖິງ​ເປົ້າ​ໝາຍ “ການ​ພັດທະນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໄດ້​ຮັບ​ປະ​ສິດທິ​ຜົນ​ຢ່າງ​ພົ້ນ​ເດັ່ນ”. ທ່ານ ແບຣນ​ດັນ ຕັນ​ຊີ ຜູ້ອຳນວຍການ​ໃຫຍ່ ບໍລິສັດ​ກຳ ປັ່ນ​ທ່ອງ​ທ່ຽວ​ວິ​ຄິງ (Viking Cruises) ປະຈຳ​ຈີນ ໃຫ້​ຮູ້​ວ່າ: ແຜນ​ພັດທະນາ​ຂອງ​ຈີນ ມີ​ລັກ ສະນະ​ເບິ່ງ​ກວ້າງ​ເຫັນ​ໄກ ແລະ ມີ​ຄວາມ​ແນ່ນອນ​ໃນ​ລະດັບ​ສູງ ເຊິ່ງ​ເປັນ​ທ່າແຮງ​ດ້ານ​ການ​ແຂ່ງຂັນ​ໃນ​ຂົງເຂດ​ສຳຄັນ ແລະ ເປັນ​ສາເຫດ​ທີ່​ພວກ​ເຮົາ​ກ້າ​ເພີ່ມ​ການ​ລົງທຶນ​ຢູ່​ຈີນ ຫຼາຍ​ກວ່າ​ເກົ່າ. ຄວາມ​ແນ່ນອນ ແລະ ຄວາມ​ໝັ້ນ​ທ່ຽງ​ດັ່ງກ່າວ​ມາ​ຈາກ​ທ່າ ແຮງ​ບົ່ມ​ຊ້ອນ​ອັນ​ມະຫາສານ​ຂອງ​ຕະຫຼາດ​ຂະໜາດ​ໃຫຍ່​ພິເສດ​ຂອງ​ຈີນ. ປີ​ນີ້, ລັດຖະບານ​ຈີນ ໄດ້​ຖື​ເອົາ “ການ​ສຸມ​ໃສ່​ສ້າງ​ຕະຫຼາຍ​ພາຍ​ໃນ​ທີ່​ເຂັ້ມແຂງ” ເປັນ​ວຽກ​ງານ​ບຸລິມະສິດ. ໃນ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື ດັ່ງກ່າວ, ຈີນ ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ນຳ​ເຂົ້າ​ສິນຄ້າ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຈາກ​ຕ່າງປະເທດ​ຫຼາຍ​ກວ່າ​ເກົ່າ ເພື່ອ​ຮ່ວມ​ກັນ​ສົ່ງເສີມ​ການ​ເຕີບ​ໂຕ​ລວມ​ຂອງ​ເສດຖະກິດ​ການ​ຄ້າ​ໃນ​ທົ່ວ​ໂລກ. ຄວາມ​ແນ່ນອນ ແລະ ຄວາມ​ໝັ້ນ​ທ່ຽງ​ດັ່ງກ່າວ​ມາ​ຈາກ​ຄວາມ​ສາມາດ​ດ້ານ​ການ​ປະດິດ​ສ້າງ​ທີ່​ເຂັ້ມແຂງ​ຂອງ​ຈີນ. ສຳລັບ​ທຶນ​ຕ່າງປະເທດ​ແລ້ວ, ຈີນ ບໍ່​ພຽງ​ແຕ່​ເປັນ “ໂຮງງານ​ໂລກ” ເທົ່າ​ນັ້ນ, ຍັງ​ເປັນ​ສູນ​ກາງ​ແຫ່ງ​ການ​ປະຍຸກ​ໃຊ້ ແລະ ປະດິດ​ສ້າງ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ທີ່​ນຳ​ໜ້າ​ໂລກ​ອີກ​ດ້ວຍ. ໜັງສືພິມ Financial Times ຂອງ​ອັງກິດ ຕີ​ລາຄາ​ວ່າ: ຈີນ ຈະ​ກາຍເປັນ​ສະ ໜາມ​ທົດ​ລອງ ແລະ ໝາກປິ່ນ​ຊີ້​ທິດ​ຕົວ​ຊ່ວຍ​ອັດ​ສະ​ລິ​ຍະ ຫຼື AI Agent. ຄວາມ​ແນ່ນອນ ແລະ ຄວາມ​ໝັ້ນ​ທ່ຽງ​ດັ່ງກ່າວ​ມາ​ຈາກ “ການ​ເປີດ​ປະຕູ​ສູ່​ພາຍ​ນອກ” ທີ່​ນັບ​ມື້​ນັບ​ກວ້າງຂວາງ​ກວ່າ​ເກົ່າ​ຂອງ​ຈີນ ອີກ​ດ້ວຍ. ຈາກ​ການ​ສ້າງຕັ້ງ​ດ່ານ​ພາສີ​ອິດສະຫລະ​ທົ່ວ​ເກາະ​ໄຫ​ຫຼຳ ຮອດແຜນ​ພັດທະນາ 5 ປີ​ ຄັ້ງ​ທີ 15 ໄດ້​ຈັດ​ວາງ​ດ້ານ​ການ​ເປີດ​ກວ້າງ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ທີ່​ມີ​ລະດັບ​ສູງ​ໂດຍ​ສະເພາະ, ຈີນ ໄດ້​ສົ່ງ​ສັນຍານ​ຢ່າງ​ຈະແຈ້ງ​ດ້ວຍ​ມາດ​ຕະການ​ຕ່າງໆ​ທີ່​ຕິດ​ແທດ​ຕົວ​ຈິງ​ວ່າ: ຈີນ ຈະ​ບໍ່​ອັດ​ປະຕູ ຫາກ​ຈະ​ນັບ​ມື້​ນັບ​ເປີດ​ກວ້າງ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ. ໃນ​ໄລຍະ​ເດືອນ​ມັງກອນ ຫາ ເດືອນ​ກຸມພາ ປີ​ນີ້, ຈີນ ໄດ້​ສ້າງຕັ້ງ​ວິ​ສາ​ຫະ​ກິດ​ລົງທຶນ​ຈາກ​ນັກທຸລະກິດ​ຕ່າງ ປະເທດ​ໃໝ່​ເຖິງ 8.631 ແຫ່ງ, ເພີ່ມ​ຂຶ້ນ 14% ເມື່ອ​ທຽບໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2025, ຄຳ​ເວົ້າ​ທີ່​ວ່າ “ການ​ລົງທຶນ​ຕໍ່​ຈີນ ກໍ​ແມ່ນ​ລົງທຶນ​ຕໍ່​ອະນາຄົດ” ໄດ້​ກາຍ​ເປັນຄວາມ​ເຫັນ​ທີ່​ເປັນ​ເອກະ​ພາບ​ກັນ​ຂອງ​ທຶນ​ຕ່າງ​ປະເທດ​ໄປ​ແລ້ວ, ເຮັດ​ໃຫ້​ສາຍຕາ​ຊາວ​ໂລກ​ກຳລັງ​ຫັນ​ມາ​ເປັນ​ຫຼາຍ​ຂົ້ວ​ຫຼາຍ​ຂຶ້ນ, ທຶນ​ທົ່ວ​ໂລກ​ຮ່ວມ​ກັນ “ສົ່ງ​ສາຍຕາ​ມາ​ຍັງ​ທິດຕາເວັນອອກ”, ເຊິ່ງ​ມີ​ທ່າ​ອ່ຽງ​ໝັ້ນຄົງ ຍືນ​ຍົງ ແລະ ຍຸຕິ​ທຳ​ກວ່າ. ໃນ​ທ່າມກາງ​ຄວາມ​ຜັນ​ຜວນ​ບໍ່​ໝັ້ນ​ທ່ຽງ​ດ້ານ​ພະລັງງານ, ຈີນ ຍິນ​ດີ​ຮ່ວມ​ກັບ​ປະຊາ​ຄົມ​ໂລກ​ເພື່ອ​ແກ້​ໄຂ​ບັນຫາ​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ. ເນື່ອງ​ຈາກ​ເກີດ​ ສົງຄາມ ລະຫວ່າງ ອາ​ເມ​ຣິ​ກາ ແລະ ອິດ​ສະ​ຣາ​ແອນ ກັບ ອີ​ຣານ ເຮັດ​ໃຫ້​ລາຄາ​ພະລັງງານ​ເໜັງ​ຕີງ, ໂດຍ​ສະເພາະ​ແມ່ນ​ຜົນ​ກະທົບ​ຮ້າຍ​ແຮງ​ຕໍ່​ປະເທດ​ໃນ​ອາຊີ​ຕາເວັນ ອອກ​ສ່ຽງ​ໃຕ້. ສະຖານະ​ການ​ຢູ່​ພາກ​ພື້ນ​ຕາ ເວັນ​ອອກ​ກາງ​ໃນ​ປັດຈຸບັນ​ນີ້​ສົ່ງຜົນ​ກະທົບ​ຕໍ່​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ​ຂອງ​ໂລກ, ຄວາມ​ສະດວກ​ຂອງ​ຕ່ອງ​ໂສ້​ການ​ຜະລິດ ​ແລະ ​ການ​ສະໜອງ ແລະ ລະບຽບ ​ການ​ຄ້າ​ສາກົນ. ປະເທດ​ທີ່​ກ່ຽວ ຂ້ອງ​ຄວນ​ຢຸດຕິ​ການເຄື່ອນໄຫວ​ທາງ​ການ​ທະຫານ​ໃນ​ທັນທີ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຄວາມ​ບໍ່​ໝັ້ນຄົງ​ໃນ​ພາກ​ພື້ນ​ສົ່ງ​ຜົນ​ກະທົບ​ຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ໂລກ​ຕື່ມ​ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ