ປະຊາຊົນຊາວອາເມຣິກາ ຫຼາຍລ້ານຄົນຮ່ວມຕົວປະທ້ວງເພື່ອຂັບໄລ່ ໂດນັນ ທຣໍາ
ເວລາອອກຂ່າວ: 2026-04-01 09:44:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 79 | ຄວາມນິຍົມ: ![]()
ສຳນັກຂ່າວ ຊິນຮວາ ລາຍງານໃນວັນທີ 30 ມີນານີ້ວ່າ: ໃນວັນທີ 28 ມີນາຜ່ານມາ, ເກີດການປະທ້ວງຂະໜາດໃຫຍ່ໃນຂອບເຂດທົ່ວປະເທດ ສະຫະລັດ ອາເມຣິກາ. ປະຊາຊົນຜູ້ປະທ້ວງໄດ້ສະແດງຄວາມບໍ່ພໍໃຈຕໍ່ນະໂຍບາຍຕ່າງໆຂອງ ສະຫະລັດ ອາເມຣິກາ,ໂດຍສະເພາະການທີ່ ໂດນັນທຣຳ ເຮັດຕົວຄືເຈົ້າຂອງໂລກແຕ່ພຽງຜູ້ດຽວ ແລະ ຮຽກຮ້ອງໃຫ້ສິ້ນສຸດການໂຈມຕີທາງການທະຫານຕໍ່ອີຣານທັນທີ. ຖ້າບໍ່ດັ່ງນັ້ນ ການປະທ້ວງຍັງຄົງຈະສືບຕໍ່ ແລະ ຮຸນແຮງຂຶ້ນເລື້ອຍໆ ຈົນກວ່າ ທຣຳ ຈະລາອອກຈາກຕຳແໜ່ງ.
ທົ່ວປະເທດ ອາເມຣິກາໄດ້ຈັດການປະທ້ວງຫຼາຍກວ່າ 3.000 ຄັ້ງ ໃນ 50 ລັດ ເຊິ່ງກວມທັງຕົວເມືອງສຳຄັນຕ່າງໆຂອງອາເມຣິກາ ເຊັ່ນ: ນະຄອນຫຼວງວໍຊິງຕັນ, ນະຄອນນິວຢອກ, ນະຄອນລອສແອງເຈີລີດ, ນະຄອນຟີເລີເດວຟີ, ນະຄອນບອສຕັນ ແລະ ອື່ນໆ. ສື່ມວນຊົນຄາດຄະເນວ່າ ມີ 9 ລ້ານຄົນເຂົ້າຮ່ວມການປະທ້ວງ.
ອີງຕາມຝ່າຍຈັດຕັ້ງການປະທ້ວງກ່າວວ່າ: ການປະທ້ວງເກືອບເຄິ່ງໜຶ່ງເກີດຂຶ້ນຢູ່ເຂດທີ່ປົກຄອງໂດຍພັກຣີພັບລິກັນ, ໂດຍສະເພາະໃນລັດເທັກຊັດ, ລັດຟລໍຣີດາ ແລະ ລັດໂອເຮໂອ ລ້ວນແຕ່ໄດ້ຈັດການປະທ້ວງຫຼາຍກວ່າ 100 ຄັ້ງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















