ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ເສດຖະກິດ​ອາຊີ ຈະ​ເຕີບ​ໂຕ 4,5% ໃນ​ປີ 2026
ເວລາອອກຂ່າວ: 2026-03-31 09:57:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 107 | ຄວາມນິຍົມ:



ສຳນັກ​ຂ່າວ​ຫວຽດນາມ​ລາຍ​ງານ​ວັນ​ທີ 30 ມີນາ​ວ່າ: ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ (BFA) ໄດ້​ເຜີຍແຜ່​ບົດ​ລາຍ​ງານ​ທ່າ​ອ່ຽງ​ເສດຖະກິດ​ອາຊີ ແລະ ຄວາມ​ຄືບ​ໜ້າ​ຂອງ​ການ​ເຊື່ອມ​ໂຍງ ປະຈຳ​ປີ 2026, ໂດຍ​ລະບຸ​ວ່າ​ອາຊີ​ຍັງ​ຄົງ​ເປັນ​ຕົວ​ຂັບ​ເຄື່ອນ​ການ​ເຕີບ​ໂຕ​ຂອງ​ໂລກ. ໂດຍ​ບົດ​ລາຍ​ງານ​ຄາດ​ຄະເນ​ວ່າ​ເສດຖະກິດ​ຂອງ​ອາຊີ​ຈະ​ເຕີບ​ໂຕ 4,5% ໃນ​ປີ 2026 ແລະ ຄາດ​ວ່າ​ຈະ​ສືບຕໍ່​ກວມ​ເອົາ​ສ່ວນ​ໃຫຍ່​ຂອງ​ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ປະເທດ (GDP) ຂອງ​ໂລກ, ເພີ່ມ​ຂຶ້ນ​ຈາກ 49,2% ໃນ​ປີ 2025 ເປັນ 49,7% ໃນ​ປີ 2026, ໂດຍ​ອີງໃສ່​ທິດ​ສະ​ດີ​ຄວາມ​ສະເໝີພາບ​ຂອງ​ອຳນາດ​ການ​ຊື້ (PPP). ບົດ​ລາຍ​ງານ​ລະບຸ​ວ່າ: ພື້ນຖານ​ຂອງ​ການ​ເຊື່ອມ​ໂຍງ​ການ​ຄ້າ​ໃນ​ອາຊີ​ຍັງ​ສືບຕໍ່​ເຂັ້ມແຂງ​ຂຶ້ນ, ໂດຍ​ອ້າງ​ອີງ​ຂໍ້​ມູນ​ທີ່​ສະແດງ​ໃຫ້​ເຫັນ​ວ່າການ​ເພິ່ງ​ພາ​ອາໄສ​ການ​ຄ້າ​ພາຍ​ໃນ​ພາກ​ພື້ນ​ເພີ່ມ​ຂຶ້ນ​ເລັກ​ນ້ອຍ​ຈາກ 56,3% ໃນ​ປີ 2023 ເປັນ 57,2% ໃນ​ປີ 2024 ຍ້ອນ​ວ່າ​ເສດຖະກິດ​ທີ່​ສຳຄັນ​ໃນ​ທົ່ວ​ພາກ​ພື້ນ​ຫັນ​ມາ​ໃຫ້​ຄວາມ​ສຳຄັນ​ກັບ​ສາຍ​ພົວພັນ​ທາງ​ການ​ຄ້າ​ລະ ຫວ່າງ​ກັນ​ຫຼາຍ​ຂຶ້ນ. ໃນ​ຂະນະ​ທີ່​ຈີນ ແລະ ອາ​ຊຽນ​ຍັງ​ຄົງ​ໂດດ​ເດັ່ນ​ໃນ​ຖານະ​ທີ່​ເປັນ “ເສົາຄໍ້າ​ແຫ່ງ​ສະຖຽນ​ລະ​ພາບ” ໃນ​ພາກ​ພື້ນ. ເສດຖະກິດ​ໃນ​ພາກ​ພື້ນ​ອາຊີ​ປາ​ຊີ​ຟິກ​ກຳລັງ​ຫັນປ່ຽນ​ຈາກ​ການ​ເຊື່ອມ​ໂຍງ​ທີ່​ແຕກ​ແຍກ​ພາຍ​ໃນ​ລະບົບ​ຕ່ອງ​ໂສ້​ມູນ​ຄ່າ​ລະດັບ​ໂລກ​ໄປ​ສູ່​ການ​ເຊື່ອມ​ໂຍງ​ພາກ​ພື້ນ​ທີ່​ມີ​ການ​ແບ່ງປັນ​ກັນ​ຫຼາຍ​ຂຶ້ນ. ໂດຍ​ຫຼາຍ​ປະເທດ​ກຳລັງ​ຍົກ​ລະດັບ​ລະບົບ​ຕ່ອງ​ໂສ້​ມູນ​ຄ່າ​ໄປ​ສູ່​ລະດັບ​ທີ່​ສູງ​ຂຶ້ນ​ດ້ວຍ​ການ​ສະໜັບສະໜູນ​ຈາກ​ພາຍ​ໃນ​ພາກ​ພື້ນ. ພາກ​ພື້ນ​ດັ່ງກ່າວ​ຍັງ​ຄົງ​ເປັນ​ຈຸດໝາຍ​ປາຍທາງ​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ສຳລັບ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະເທດ, ໂດຍ​ໄດ້​ຮັບ​ການ​ຍອມຮັບ​ໃນ​ດ້ານ​ຄວາມ​ຍືດ​ຍຸ່ນ, ທ່າແຮງ​ການ​ເຕີບ​ໂຕ ແລະ ຄວາມ​ດຶງ​ດູດ​ໃຈ​ຂອງ​ນັກ​ລົງທຶນ​ທົ່ວ​ໂລກ, ໂດຍ​ຈີນ ແລະ ອາ​ຊຽນ​ເປັນ​ຜູ້ນຳ​ໜ້າ​ໃນ​ຖານະ​ເປັນ​ຈຸດໝາຍ​ປາຍທາງ​ທີ່​ໜ້າ​ສົນໃຈ​ທີ່​ສຸດ. ໃນ​ດ້ານ​ເຕັກ​ໂນ​ໂລ​ຊີ, ບົດ​ລາຍ​ງານ​ຊີ້​ໃຫ້​ເຫັນ​ວ່າ: ສູນ​ກາງ​ການ​ພັດທະນາ​ປັນຍາ​ປະດິດ (AI) ລະດັບ​ໂລກ​ກຳລັງ​ຄ່ອຍໆ​ປ່ຽນ​ຈາກ​ເອີ​ຣົບ ແລະ ສະຫະລັດ ອາ​ເມ​ຣິ​ກາ ໄປ​ສູ່​ອາຊີ. ເສດຖະກິດ​ອາຊີ​ກຳລັງ​ພັດທະນາ​ຢ່າງ​ໄວວາ​ຈາກ​ຜູ້​ຕິດຕາມ​ໄປ​ສູ່​ຜູ້ນຳ​ດ້ານ AI, ໂດຍ​ການ​ນຳ​ໃຊ້​ປະໂຫຍດ​ຈາກ​ຈຳນວນ​ປະຊາກອນ​ດີ​ຈີ​ຕອນ​ຈຳ ນວນ​ຫຼວງຫຼາຍ, ລະບົບ​ນິເວດ​ການ​ນຳ​ໃຊ້​ທີ່​ຫຼາກ​ຫຼາຍ ແລະ ຂອບ​ນະໂຍບາຍ​ທີ່​ສອດຄ່ອງ​ກັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ