ອຳນາດການປົກຄອງ ແລະ ປະຊາຊົນ ບ້ານໂພນສົມບູນ ຂອບໃຈຕໍ່ຄວາມເອົາໃຈໃສ່ໃນການຊ່ວຍເຫຼືອເບື້ອງຕົ້ນຂອງການນຳ ນວ-ພາກສ່ວນເອກະຊົນ
ເວລາອອກຂ່າວ: 2026-03-30 09:18:14 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 88 | ຄວາມນິຍົມ: ![]()
ອຳນາດການປົກຄອງ ຕາງໜ້າໃຫ້ປະຊາຊົນ ບ້ານໂພນສົມບູນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ອອກມາຂອບໃຈຕໍ່ການເປັນຫ່ວງເປັນໃຍ
ແລະ ໄດ້ເອົາໃຈໃສ່ຢ່າງໃກ້ຊິດຈາກ ພັກ-ລັດ ກໍຄືການນຳນະຄອນຫຼວງວຽງຈັນ ແລະ ພາກສ່ວນເອກະຊົນ ເຊົ້າມາໃຫ້ການຊ່ວຍເຫຼືອແກ່ຄອບຄົວ ປະຊາຊົນໃນເບື້ອງຕົ້ນ ທີ່ພາຍຫຼັງທີ່ມີພາ ຍຸລະດູຮ້ອນພັດເຂົ້າໄດ້ສ້າງຄວາມເສຍຫາຍໃຫ້ແກ່ສັບສິນຂອງປະຊາຊົນ.
ທ່ານ ສຸວັນໄຊ ລິດທະລັງສີ ເລຂາພັກບ້ານ, ນາຍບ້ານ ບ້ານໂພນສະບູນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 26 ມີນາ 2026 ວ່າກ່ຽວກັບສະພາບຄວາມເສຍຫາຍ ແລະ ການຊ່ວຍເຫຼືອຟື້ນຟູ ພາຍຫຼັງທີ່ບ້ານໂພນສະບູນ ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກພາຍຸໝາກເຫັບ ແລະ ຟ້າລົມແຮງ ໃນທ້າຍອາທິດທີ່ຜ່ານມາເຫດການດັ່ງກ່າວໄດ້ເກີດຂຶ້ນໃນເວລາປະມານ 16:00 ໂມງ ຂອງວັນອາທິດ ວັນທີ 22 ມີນາ ຜ່ານມາ ຈາກການລົງສຳຫຼວດ ແລະ ເກັບກຳຂໍ້ມູນຕົວຈິງຂອງຄະນະກຳມະການປົກຄອງບ້ານ ຮ່ວມກັບພາກສ່ວນກ່ຽວຂ້ອງຂອງເມືອງ ເຫັນວ່າຕົວເລກຄອບຄົວທີ່ໄດ້ຮັບຜົນກະທົບແມ່ນເພີ່ມຂຶ້ນຈາກການຄາດການເບື້ອງຕົ້ນໂດຍໃນຈຳນວນທັງໝົດ 1.278 ຄອບຄົວທົ່ວບ້ານ ມີເຮືອນຊານທີ່ໄດ້ຮັບຄວາມເສຍຫາຍລວມທັງໝົດ 584 ຄອບ ຄົວ ເຊິ່ງແບ່ງອອກເປັນ 3 ເຂດຜົນກະທົບຄື: ເຂດໃຈກາງບ້ານ ເຂດສັນພູກະແຕ ແລະ ເຂດການຜະລິດ (ເຮືອນສວນ).
ກ່ຽວກັບການຊ່ວຍເຫຼືອໃນເບື້ອງຕົ້ນ ທ່ານ ສຸວັນໄຊ ລິດທະລັງ ສີກ່າວຕື່ມວ່າ: ບ້ານຂອງພວກເຮົາໄດ້ຮັບຄວາມເອົາໃຈໃສ່ຢ່າງໃກ້ຊິດຈາກການນຳນະຄອນຫຼວງວຽງຈັນ ແລະ ພາກສ່ວນເອກະຊົນ ໂດຍອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ມອບເງິນຊ່ວຍເຫຼືອສຸກເສີນຈຳນວນ 100 ລ້ານກີບ ເພື່ອແຈກຢາຍໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບໃນເບື້ອງຕົ້ນ ນອກຈາກນັ້ນ ຍັງມີງົບປະມານຊ່ວຍເຫຼືອຜູ້ທີ່ໄດ້ຮັບບາດເຈັບ ແລະ ເຄື່ອງອຸປະໂພກ-ບໍລິໂພກ ເຊັ່ນ: ເຂົ້າສານ, ໝີ່, ນ້ຳດື່ມ, ມຸ້ງ, ສາດ ແລະ ອຸປະກອນຈຳເປັນອື່ນໆຕື່ມອີກ
ພ້ອມນັ້ນ ບັນດາຫ້າງຮ້ານ ແລະ ຜູ້ໃຈບຸນກໍໄດ້ມາມອບການຊ່ວຍເຫຼືອເຊັ່ນກັນ.
ສຳລັບສະພາບພື້ນຖານໂຄງລ່າງ ປະຈຸບັນລະບົບໄຟຟ້າ ແລະ ນ້ຳປະປາ ຍັງບໍ່ທັນສາມາດນຳໃຊ້ໄດ້ປົກກະຕິ 100% ເນື່ອງຈາກມີຕົ້ນໄມ້ລົ້ມທັບສາຍໄຟຫຼາຍຈຸດ ເຊິ່ງເຈົ້າໜ້າທີ່ເຕັກນິກກຳລັງເລັ່ງມືສ້ອມແປງຢ່າງຮີບດ່ວນ ໃນຂະນະດຽວກັນປະຊາຊົນ ສ່ວນໃຫຍ່ແມ່ນໄດ້ຫັນມານຳໃຊ້ນ້ຳບາດານເພື່ອແກ້ໄຂບັນຫາສະເພາະໜ້າ.
ຢ່າງໃດກໍຕາມ ສິ່ງທີ່ເປັນສິ່ງທ້າທາຍທີ່ສຸດໃນເວລານີ້ແມ່ນ “ວັດສະດຸກໍ່ສ້າງ”ໂດຍສະເພາະແມ່ນກະເບື້ອງມຸງຫຼັງຄາ ເຊິ່ງກຳລັງຂາດຕະຫຼາດ ແລະ ບໍ່ພຽງພໍຕໍ່ຄວາມຕ້ອງການ ທ່ານ ນາຍບ້ານໄດ້ເນັ້ນໜັກວ່າ: ທາງຄະນະປົກຄອງບ້ານ ຈະສືບຕໍ່ປະສານງານກັບຂັ້ນເທິງຢ່າງໃກ້ຊິດ ເພື່ອຊອກຫາແຫຼ່ງວັດສະດຸ ແລະ ງົບປະມານເພີ່ມເຕີມ ເພື່ອຊ່ວຍເຫຼືອຄອບຄົວທີ່ທຸກຍາກຂາດເຂີນ ຖ້າຫາກຫົວໜ່ວຍທຸລະກິດຕ້ອງການຊ່ວຍ ເຫຼືອປະຊາຊົນ ສາມາດຕິດຕໍ່ມາໄດ້ທີ່ອຳນາດການປົກຄອງບ້ານເພື່ອໃຫ້ປະຊາຊົນສາ ມາດກັບມາມີທີ່ຢູ່ອາໄສທີ່ໝັ້ນຄົງໂດຍໄວທີ່ສຸດ.
ທ່ານ ສຸວັນໄຊ ລິດທະລັງສີ ໄດ້ສະແດງຄວາມຂອບໃຈມາຍັງທຸກພາກສ່ວນທີ່ໄດ້ຍື່ນມືເຂົ້າມາຊ່ວຍເຫຼືອໃນຍາມຄັບຂັນນີ້ ແລະ ຢືນຢັນວ່າຈະເຮັດວຽກຢ່າງເຕັມກຳລັງ ເພື່ອໃຫ້ພໍ່ແມ່ປະຊາຊົນຊາວບ້ານໂພນສົມບູນ ກັບມາມີຊີວິດການເປັນຢູ່ທີ່ປົກກະຕິໂດຍໄວ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















