ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ລາຍ​ງານ​ສະພາບ​ຄວາມ​ເສຍ​ຫາຍ ຈາກ​ພາຍຸ​ລະດູ​ຮ້ອນ ຢູ່​ເມືອງ​ສີ​ໂຄດ​ຕະບອງ ແລະ ນາ​ຊາຍ​ທອງ
ເວລາອອກຂ່າວ: 2026-03-27 14:56:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 144 | ຄວາມນິຍົມ:



ຄະນະ​ກຳມະການ​ຄຸ້ມ​ຄອງ ໄພພິບັດ ນະຄອນຫຼວງ​ວຽງ​ຈັນ ໄດ້​ລາຍ​ງານ​ສະພາບ​ຄວາມ​ເສຍ​ຫາຍ ຈາກ​ພາຍຸ​ລະດູ​ຮ້ອນ​ທີ່​ເກີດ​ຂຶ້ນ ໃຫ້​ຊາບ​ວ່າ: ໃນ​ຕອນ​ແລງ​ຂອງ​ວັນ​ອາທິດ, ວັນ​ທີ 22 ມີນາ 2026, ເວລາ​ປະມານ 16:00 ໂມງ ໄດ້​ມີ​ພາຍຸ​ລະດູ​ຮ້ອນ​ເກີດ​ຂຶ້ນ ເຊິ່ງ​ເຮັດ​ໃຫ້​ເກີດ​ມີ​ລົມ​ແຮງ, ຝົນຕົກ​ໜັກ ແລະ ເກີດ​ມີ​ໝາກເຫັບ​ຕົກ​ໜັກ ຢູ່​ເມືອງ​ສີ​ໂຄດ​ຕະບອງ ແລະ ເມືອງ​ນາ​ຊາຍ​ທອງ ເຊິ່ງ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ທີ່ຢູ່​ອາໄສ ແລະ ຊັບ​ສິນ ຂອງ​ປະຊາຊົນ ຈຳນວນ 17 ບ້ານ, ຈຳນວນ 5.490 ຫຼັງຄາ​ເຮືອນ, ໂຮງຮຽນ 5 ແຫ່ງ, ວັດ 2 ແຫ່ງ, ຫ້ອງການບ້ານ 1 ຫຼັງ, ສຸກສາລາ​ບ້ານ 1 ແຫ່ງ, ສູນ​ຜະລິດ​ຢາ​ວັກ​ຊິນ 1 ແຫ່ງ, ລົດ ​ໃຫຍ່​ເປ່​ເພ 53 ຄັນ ແລະ ປະຊາຊົນ​ໄດ້​ຮັບ​ບາດເຈັບ 9 ຄົນ ແລະ ຄ້າຍ​ທະຫານ​ ກອງພັນ​ໃຫຍ່ 11 ໄດ້​ຮັບ​ຜົນ​ເສຍ​ຫາຍ ຈຳນວນ 109 ຫຼັງຄາ ລາຍ​ລະອຽດ​ດັ່ງນີ້: ເມືອງ​ສີ​ໂຄດ​ຕະບອງ: ມີ 10 ບ້ານ ຈຳນວນ 5.012 ຫຼັງຄາ, ໂຮງຮຽນ 5 ແຫ່ງ, ວັດ 2 ແຫ່ງ, ຫ້ອງການ​ບ້ານ 1 ຫຼັງ, ສຸກສາລາ​ບ້ານ 1 ແຫ່ງ, ສູນ​ຜະລິດ​ຢາ​ວັກ​ຊິນ 1 ແຫ່ງ, ລົດ​ໃຫຍ່​ເປ່​ເພ 53 ຄັນ ແລະ ປະຊາຊົນ​ໄດ້​ຮັບ​ບາດ ເຈັບ 9 ຄົນ ແລະ ຄ້າຍ​ທະຫານ​ກອງພັນ​ໃຫຍ່ 11 ໄດ້​ຮັບ​ຜົນ​ເສຍ​ຫາຍ ຈຳນວນ 109 ຫຼັງຄາ​ຄື: - ບ້ານ ວຽງ​ຄຳ: ມີ​ເຮືອນ​ປະຊາຊົນ ໄດ້​ຮັບ​ຜົນ​ເສຍ​ຫາຍ ຈຳນວນ 1.593 ຫຼັງຄາ​ເຮືອນ, ຫ້ອງການ​ບ້ານ 1 ຫຼັງ, ໂຮງຮຽນ​ປະຖົມ 1 ແຫ່ງ, ລົດ​ໃຫຍ່​ເປ່​ເພ 14 ຄັນ ແລະ ປະຊາຊົນ​ໄດ້​ຮັບ​ບາດເຈັບ 8 ຄົນ. - ບ້ານ ຈັນ​ສະຫວ່າງ: ມີ​ເຮືອນ​ປະຊາຊົນ ໄດ້​ຮັບ​ຜົນ​ເສຍ​ຫາຍ ຈຳນວນ 1.200 ຫຼັງຄາ​ເຮືອນ, ວັດ 2 ແຫ່ງ, ໂຮງຮຽນ​ມັດທະຍົມ 1 ແຫ່ງ, ໂຮງຮຽນ​ອະນຸບານ 1 ແຫ່ງ, ສຸກສາລາ​ບ້ານ 1 ແຫ່ງ ແລະ ສູນ​ຜະລິດ​ຢາ​ວັກ​ຊິນ 1 ແຫ່ງ, ລົດ ໃຫຍ່​ເປ່​ເພ 3 ຄັນ. - ບ້ານ ໂພນ​ສົມບູນ: ມີ​ເຮືອນ​ປະຊາຊົນ ໄດ້​ຮັບ​ຜົນ​ເສຍ​ຫາຍ ຈຳນວນ 430 ຫຼັງຄາ​ເຮືອນ, ເສຍ​ຫາຍ 100% ຈຳນວນ 258 ຫຼັງຄາ, ລົດ​ໃຫຍ່​ເປ່​ເພ 30 ຄັນ, ຄອບຄົວ​ຂາດເຂີນ ຈຳນວນ 7 ຄອບຄົວ. - ບ້ານ ໜອງ​ດາ: ມີ​ເຮືອນ​ປະຊາຊົນ ໄດ້​ຮັບ​ຜົນ​ເສຍ​ຫາຍ ຈຳນວນ 37 ຫຼັງຄາ​ເຮືອນ, ເສຍ​ ຫາຍ 100% ຈຳນວນ 14 ຫຼັງ ຄາ, ລົດ​ໃຫຍ່​ເປ່​ເພ 1 ຄັນ. - ບ້ານຕາດ​ທອງ: ມີ​ເຮືອນ​ປະຊາຊົນ ໄດ້​ຮັບ​ຜົນ​ກະທົບ ຈຳ ນວນ 546 ຫຼັງຄາ​ເຮືອນ, ເສຍ​ຫາຍ 100% ຈຳນວນ 253 ຫຼັງຄາ, ລົດ​ໃຫຍ່​ເປ່​ເພ 5 ຄັນ, ຄອບຄົວ​ຂາດເຂີນ ຈຳນວນ 5 ຄອບຄົວ. - ບ້ານ​ໜອງ​ແຕ່ງ​ເໜືອ: ມີ​ ເຮືອນ​ປະຊາຊົນ ໄດ້​ຮັບ​ຜົນ​ເສຍ​ຫາຍ ຈຳນວນ 415 ຫຼັງຄາ​ເຮືອນ, ລົດ​ໃຫຍ່ 1 ຄັນ, ໂຮງຮຽນ​ລ້ຽງ​ເດັກ+ໂຮງຮຽນ​ປະຖົມ 1 ແຫ່ງ, ຄອບຄົວ​ຂາດເຂີນ ຈຳນວນ 3 ຄອບຄົວ. - ບ້ານ​ໃໝ່: ມີ​ເຮືອນ​ປະຊາ ຊົນໄດ້​ຮັບ​ຜົນ​ເສຍ​ຫາຍ ຈຳນວນ 618 ຫຼັງຄາ​ເຮືອນ, ເສຍ​ຫາຍ​ໜັກ 303 ຫຼັງຄາ, ເສຍຫາຍ​ປານ​ກາງ 127 ຫຼັງຄາ, ເສຍ​ຫາຍ​ເລັກ​ໜ້ອຍ 188 ຫຼັງຄາ. - ບ້ານ​ຈຳປາ: ມີ​ເຮືອນ​ປະຊາຊົນ ໄດ້​ຮັບ​ຜົນ​ເສຍ​ຫາຍ ຈຳນວນ 22 ຫຼັງຄາ​ເຮືອນ. - ບ້ານ​ໜອງ​ໜ່ຽວ: ມີ​ເຮືອນ​ປະຊາຊົນ ໄດ້​ຮັບ​ຜົນ​ເສຍ​ຫາຍ ຈຳນວນ 130 ຫຼັງຄາ​ເຮືອນ. - ບ້ານ​ໂພນ​ສະຫວາດ​ເໜືອ: ມີ​ເຮືອນ​ປະຊາຊົນ ໄດ້​ຮັບ​ຜົນ​ເສຍ​ຫາຍ ຈຳນວນ 21 ຫຼັງຄາ​ເຮືອນ, ເສຍ​ຫາຍ ເລັກ​ໜ້ອຍ 15 ຄອບຄົວ, ໂຮງຮຽນ​ລາວ-ເກົາຫຼີ 1 ຫຼັງ. - ຄ້າຍ​ທະຫານ​ກອງພັນ​ໃຫຍ່​ຈໍ 11: ໄດ້​ຮັບ​ຜົນ​ເສຍ​ຫາຍ ຈຳ ນວນ 109 ຫຼັງຄາ ຄື: ຫ້ອງ ການ 17 ຫຼັງຄາ, ສະໂມສອນ 1 ຫຼັງ, ເຮືອນນອນ 36 ຫຼັງ, ເຮືອນຄົວ 13 ຫຼັງ, ກະລາ​ລົດ​ສູ້​ຮົບ 2 ຫຼັງ, ສາງ​ເຂົ້າ 9 ຫຼັງ, ສາງອາ ວຸດ 3 ຫຼັງ, ຫ້ອງ​ນໍ້າ 18 ຫຼັງ, ສາງສາກ​ໝໍ້​ໄຟ 1 ຫຼັງ, ຫໍມູນ ເຊື້ອ 1 ຫຼັງ, ໂຮງໝໍ 10 ຕຽງ ມີ 2 ຫຼັງ, ໂຮງງານນ້ຳດື່ມ 1 ຫຼັງ ແລະ ສູນບັນຊາ 1 ຫຼັງ. - ເມືອງ​ນາ​ຊາຍ​ທອງ: ມີ 7 ບ້ານ, ຈຳນວນ 478 ຫຼັງຄາ​ເຮືອນ ຄື: - ບ້ານ​ນາງ​ລ່ຽນ: ມີ​ເຮືອນປະຊາຊົນ ໄດ້​ຮັບ​ຜົນ​ເສຍ​ຫາຍ ຈຳ ນວນ 95 ຫຼັງຄາ​ເຮືອນ, ບ້ານ​ສີ​ເກີດ: ມີ​ເຮືອນ​ປະຊາຊົນ ໄດ້​ຮັບ​ຜົນ​ເສຍ​ຫາຍ ຈຳນວນ 298 ຫຼັງຄາ​ເຮືອນ, ບ້ານ​ໄຊ​ມຸງຄຸນ: ມີ​ເຮືອນ​ປະຊາຊົນ ໄດ້​ຮັບ​ຜົນ​ເສຍ​ຫາຍ ຈຳນວນ 30 ຫຼັງຄາ​ເຮືອນ, ບ້ານ​ດົງ​ຫຼວງ: ມີ​ເຮືອນ​ປະຊາຊົນ ໄດ້​ຮັບ​ຜົນ​ເສຍ​ຫາຍ ຈຳນວນ 28 ຫຼັງຄາ​ເຮືອນ, ບ້ານ​ປັກ​ແຮດ: ມີ​ເຮືອນ​ປະຊາຊົນໄດ້​ຮັບ​ຜົນ​ເສຍຫາຍ ຈຳນວນ 23 ຫຼັງຄາ​ເຮືອນ, ບ້ານ​ນາ​ຊາຍ​ເໜືອ: ມີ​ເຮືອນ​ປະຊາຊົນ ໄດ້​ຮັບ​ຜົນ​ເສຍ​ຫາຍ ຈຳນວນ 1 ຫຼັງຄາ​ເຮືອນ ແລະ ບ້ານ​ນາ​ຊາຍ​ກາງ: ມີ​ເຮືອນ ​ປະຊາຊົນ ໄດ້​ຮັບ​ຜົນ​ເສຍ​ຫາຍ ຈຳນວນ 3 ຫຼັງຄາ​ເຮືອນ. ສຳລັບ​ການ​ເສຍ​ຫາຍ​ເປັນ​ແຕ່​ລະດັບ ແມ່ນ​ທາງ​ຄະນະ​ກອງ​ເລຂາ​ຄະນະ​ຄຸ້ມ​ຄອງ​ໄພພິບັດຂັ້ນ​ເມືອງ, ຂັ້ນນະຄອນຫຼວງ ແລະ ຂັ້ນ​ສູນ​ກາງ ກຳລັງ​ເກັບ​ກຳ​ຂໍ້​ມູນ ເພື່ອ​ວາງ​ແຜນ​ໃນ​ການ​ຊ່ວຍເຫຼືອ. ຕໍ່​ກັບ​ສະພາບ​ທີ່​ເກີດ​ຂຶ້ນ​ນັ້ນ ໃນ​ລະຫວ່າງ ວັນ​ທີ 23-26 ມີ ນາ 2026 ຄະນະ​ກຳມະການ​ຄຸ້ມ​ຄອງ​ໄພພິບັດຂັ້ນ​ສູນ​ກາງ, ຄະນະ​ນຳ​ບັນດາ​ກະຊວງ, ການ ​ນຳ​ແຂວງ, ພະນັກງານ-ນັກຮົບ, ບັນດາ​ນັກທຸລະກິດ ແລະ ປະຊາຊົນ​ບັນດາເຜົ່າ​ຜູ້​ທີ່​ມີ​ນ້ຳໃຈ ຕາງ​ກໍ​ໄດ້​ນຳ​ເອົາ​ເຄື່ອງ​ອຸປະໂພກ-ບໍລິໂພກ ແລະ ວັດຖຸ-ປັດ​ໄຈ ນຳໄປ​ຊ່ວຍເຫຼືອ ບັນດາ​ຄອບຄົວ​ທີ່​ຖືກ​ຜົນ​ກະທົບ ຈາກ​ພາຍຸ​ໃນ​ຄັ້ງ​ນີ້ ເພື່ອ​ຊ່ວຍ​ແບ່ງ​ເບົາ​ພາລະປະກອບສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂ​ຜົນ​ກະທົບ ແລະ ການ​ຊ່ວຍເຫຼືອ​ບັນເທົາ​ທຸກ, ຄວາມ​ເປັນ​ຫ່ວງ​ເປັນ​ໄຍ, ໃຫ້​ກຳລັງ​ໃຈ​ເຊິ່ງ​ກັນ ແລະ ກັນ ໃນ​ເວລາ​ທີ່​ພົບ​ກັບ​ຄວາມ​ຫຍຸ້ງຍາກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ