ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງຫົວໜ້າຫ້ອງວ່າການກະຊວງເນັ້ນໃຫ້ຊາວໜຸ່ມຫ້ອງວ່າການເອົາໃຈໃສ່ຫຼາຍບັນຫາ
ເວລາອອກຂ່າວ: 2019-09-26 08:01:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 125 | ຄວາມນິຍົມ:



ໃນໂອກາດເຂົ້າຮ່ວມເປັນປະ ທານກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມທົ່ວຫ້ອງວ່າການກະ ຊວງປ້ອງກັນປະເທດຄັ້ງທີ V ເມື່ອວັນທີ 24 ກັນຍານີ້, ສະຫາຍ ພົນຈັດຕະວາ ບຸນທອນ ສິດສຸວົງ ຄະນະພັກອົງການ, ຮອງຫົວໜ້າ ຫ້ອງວ່າການກະຊວງປ້ອງກັນ ປະເທດ ໄດ້ເນັ້ນໜັກໃຫ້ຄະນະ ຊາວໜຸ່ມຫ້ອງວ່າການກະຊວງ ແຕ່ລະຂັ້ນ, ຕ້ອງຕັ້ງໜ້າປັບປຸງ ການຈັດຕັ້ງຊາວໜຸຸ່ມໃຫ້ໜັກ ແໜ້ນເຂັ້ມແຂງ, ຕັ້ງໜ້າເຝິກຝົນ ຫຼໍ່ຫຼອມຕົນເອງໃຫ້ໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ມີຄຸນສົມບັດ ແລະ ມີລະບຽບວິໄນ ເຂັ້ມງວດ, ເປັນຕົ້ນແມ່ນເພີ່ມຄວາມຮູ້ຄວາມສາມາດໃນການ ນໍາພາ, ສຶກສາອົບຮົມຊາວໜຸ່ມໃຫ້ ເປັນແບບຢ່າງນໍາໜ້າ,ມີລັກສະ ນະມະຫາຊົນຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ, ເພີ່ມທະວີເຮັດໃຫ້ ຊາວຫນຸ່ມເປັນບ່ອນອີງທີ່ເຊື່ອ ຖືໄດ້ໃນການຈັດຕັ້ງນໍາພາແລະ ເຊື່ອຖືໄດ້ຂອງພັກ-ລັດ, ກາຍ ເປັນກໍາລັງນໍາໜ້າ, ກໍາລັງປະ ຈັນບານໃຫ້ສົມກັບຄໍາສອນຂອງ ປະທານ ໄກສອນ ພົມວິຫານ ເວົ້າ ວ່າ: ”ຊາວໜຸ່ມປຽບເໝືອນ ສິນ ໄຊ, ແຫ່ງຍຸກສະໄໝທີ່ບໍ່ຫວັ່ນ ໄຫວຕໍ່ພະຍຸລົມແດງ” ຕັ້ງໜ້າ ຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກ ກະຊວງວາງອອກ, ຕິດພັນກັບ ການປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມໃຫ້ຟົດຟື້ນ ແຂງແຮງກ່ວາເກົ່າພ້ອມກັນ ເຊີດຊູຈິດໃຈເພິ່ງຕົນເອງ, ເປັນ ເຈົ້າຕົນເອງສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ສ້າງກົມກອງໃຫ້ ຈະເລີນກ້າວໜ້າ, ເຂັ້ມແຂງເພື່ອ ສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ ປອດໃສ, ເຂັ້ມແຂງ, ໜັກແໜ້ນ. ໃນໂອກາດດຳເນີນກອງປະຊຸມ ໃຫຍ່ຜູ້ແທນຊາວໜຸ່ມທົ່ວຫ້ອງ ວ່າການກະຊວງປ້ອງກັນປະເທດ ຄັ້ງທີ V ຄັ້ງນີ້ ສະຫາຍ ພັນໂທ ສຸກັນ ພົງພັນຈິດ ຫົວໜ້າພະແນກ ຊາວໜຸ່ມຫ້ອງການເມືອງຫ້ອງ ວ່າການກະຊວງປ້ອງກັນປະເທດ ໄດ້ຕີລາຄາຄືນບົດບາດການນໍາ ພາຂອງຄະນະຊາວໜຸ່ມຕໍ່ຂົງເຂດ ວຽກງານຕ່າງໆ ໂດຍໄດ້ຍົກໃຫ້ ເຫັນຜົນງານທີເປັນພື້ນຖານ ແລະ ພ້ອມກັນຍາດມາໄດ້ໃນໄລຍະ 5 ປີຜ່ານມາເປັນຕົ້ນແມ່ນໄດ້ຖືສຳ ຄັນຕໍ່ວຽກງານສືກສາອົບຮົມ ການເມືອງນຳພາແນວຄິດໃຫັພະ ນັກງານສະມາຊີກຊາວໜຸ່ມໃນ ທົ່ວຫ້ອງວ່າການກະຊວງມີແນວ ຄິດອຸ່ນອຽ່ນທຸນທ່ຽງເຊື່ອໜັ້ນ ຕໍ່ການນໍາພາຂອງພັກ-ລັດ ແລະ ປະກອບສ່ວນເຮັດໜ້າທີ່ການ ເມືອງຂອງກົມກອງໂດຍປີ່ນອ້ອມ 4 ໜ້າທີ່ໃຫ່ຍ 26 ແຜນງານທີ່ຄະ ນະພັກກະຊວງປ້ອງກັນປະເທດ ວາງອອກຕິດພັນກັບການປັບປຸງ ກໍ່ສ້າງພັກໃຫັມີຄວາມ ປອດໃສ ເຂັ້ມແຂງ ໜັກແໜ້ນ ຕາມ 5 ຫຼັກການ 3 ທິດນຳຂອງພັກ ແລະ ຂະບວນການຈັດຕັ້ງປະຕິບັດຂໍ້ ແຂ່ງ ຂັນ 4 ບຸກ ເຊີ່ງຜ່ານການ ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ການຈັດຕັ້ງຊາວໜຸ່ມຂັ້ນພະແນກ ໄດ້ຮັບການຍ້ອງຍໍນາມມະຍົດ 4 ບຸກ 1 ໃບກວມເອົາ 100%, ຂັ້ນຄະ ນະບໍລິຫານງານ 3 ໃບກວມເອົາ 100%, ຂັ້ນໜ່ວຍຊາວໜຸ່ມ 4 ບຸກ ມີ 33 ໜ່ວຍກວມເອົາ 84,61%, ຍ້ອງຍໍຈາກສູນກາງ 6 ໜ່ວຍ ກວມເອົາ 10,25%, ໄດ້ຮັບການ ຍ້ອງຍໍລວມໝູ່ 9 ໜ່ວຍ, ຊົມເຊີຍ ລວມໜູ່ 5 ໜ່ວຍ, ຍ້ອງຍໍບຸກຄົນ ຈາກສູນກາງຊາວໜຸ່ມ ແລະ ຄະ ນະພັກຂັ້ນເທິງ 501 ສະຫາຍ, ຊົມ ເຊິຍບຸກຄົນຈາກສູນກາງ ຊາວ ໜຸ່ມ ແລະ ຄະນະພັກຂັ້ນເທິງ 421 ສະຫາຍ, ໄດ້ຮັບຫຼຽນໄຊປະເພດ ຕ່າງໆຈຳນວນ 386 ສະຫາຍ ໄດ້ຮັບໃບຍ້ອງຍໍປະເພດຕ່າງໆ ອີກຈຳນວນໜຶ່ງ. ຈາກນັ້ນໃນ ພິທີກໍໄດ້ຈັດຕັ້ງມອບ-ຮັບໃບນາມ ມະຍົດ 4 ບຸກໃຫ້ການຈັດຕັ້ງຊາວ ໜຸ່ມ ແລະ ມອບໃບຍ້ອງຍໍໃຫ້ ຄອບຄົວຕົວແບບຢ່າງສົມກຽດ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ