ມອບເຄື່ອງຊ່ວຍເຫຼືອຜູ້ຖືກຜົນກະທົບຈາກພາຍຸໝາກເຫັບ ຢູ່ເມືອງສີໂຄດຕະບອງ 1,4 ຕື້ກວ່າກີບ
ເວລາອອກຂ່າວ: 2026-03-25 09:12:04 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 167 | ຄວາມນິຍົມ: ![]()
ວັນທີ 23 ມີນາ 2026 ນີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໃນນາມຮອງປະທານຜູ້ປະຈຳການ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ (ຄພສ) ໄດ້ລົງພື້ນທີ່ຕິດຕາມ ແລະ ຊີ້ນຳການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ ໃນວັນທີ 22 ມີນາ 2026 ຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຢ່າງຮີບດ່ວນ.
ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ ຢູ່ເມືອງສີໂຄດຕະບອງ ໃນຄັ້ງນີ້, ຕາມຂໍ້ມູນເບື້ອງຕົ້ນ ໄດ້ຮັບຜົນກະທົບ 5 ບ້ານ, ເຮືອນປະຊາຊົນເສຍຫາຍລວມກວ່າ 2.000 ຄອບຄົວ, ໂຮງຮຽນ 4 ແຫ່ງ, ວັດ 1 ແຫ່ງ ແລະ ຫ້ອງການບ້ານ 1 ຫຼັງ ໄດ້ຮັບຄວາມເສຍຫາຍ. ໃນນັ້ນ, ບ້ານວຽງຄຳ ແລະ ບ້ານຈັນສະຫວ່າງ ໄດ້ຮັບຜົນກະທົບໜັກທີ່ສຸດ, ໂດຍມີເຮືອນປະຊາຊົນເສຍຫາຍບ້ານລະກວ່າ 1.000 ຄອບຄົວ, ບ້ານ ໂພນສົມບູນ 100 ກວ່າຄອບຄົວ, ບ້ານໜອງດາ ແລະ ບ້ານຕາດທອງ ບ້ານລະ 6 ຄອບຄົວ.
ໂອກາດນີ້, ທ່ານ ໂພໄຊ ໄຊຍະສອນ ໄດ້ມອບເຄື່ອງບັນເທົາທຸກສຸກເສີນ ເປັນຕົ້ນເຂົ້າສານ 20 ໂຕນ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງສຸຂະອະນາໄມ, ມຸ້ງ 1.000 ຜືນ ແລະ ສາດຢາງ 1.000 ຜືນ, ລວມມູນຄ່າການຊ່ວຍເຫຼືອ 1,4 ຕື້ກວ່າກີບ. ພ້ອມນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ກອງເລຂາ ຄພສ ປະສານງານກັບອົງການຄູ່ຮ່ວມພັດທະນາ ເພື່ອລະດົມທຶນຈັດຫາວັດຖຸອຸປະກອນກໍ່ສ້າງ ເຊັ່ນ: ຕະປູ, ສັງກະສີ ເພື່ອສ້ອມແປງທີ່ຢູ່ອາ ໄສໃຫ້ປະຊາຊົນໂດຍໄວ.
ສຳລັບໄລຍະຍາວ, ກົມສັງຄົມສົງເຄາະຈະຮ່ວມກັບທ້ອງຖິ່ນ ວາງແຜນຟື້ນຟູຊີວິດການເປັນຢູ່ໃຫ້ກັບສູ່ສະພາບປົກກະຕິ ໂດຍເນັ້ນໃສ່ການຊ່ວຍເຫຼືອແບບເຈາະຈົງເຖິງແຕ່ລະຄອບຄົວ.
ຂ່າວ-ພາບ: ກະຊວງ ຮສສ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















