ຕາຕະລາງແຂ່ງຂັນຂອງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ໃນລາຍການຊີງແຊັມອາຊຽນ
ເວລາອອກຂ່າວ: 2026-03-23 09:44:17 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 181 | ຄວາມນິຍົມ: ![]()
ລາຍລະອຽດຂອງການແຂ່ງຂັນບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ 17 ປີ ຊີງແຊັມອາຊຽນ ປະຈຳປີ 2026 (ASEAN U17 Boys' Championship 2026) ຈະໄດ້ຈັດຂຶ້ນທີ່ ປະເທດ ອິນໂດເນເຊຍ ລະຫວ່າງ 11 -24 ເມສາ 2026 ທີ່ ເມືອງ ຊູຣາບາຢາ ແຂວງອີດຈາວາ. ໂດຍຝ່າຍຈັດການແຂ່ງຂັນ ໄດ້ມີການປະກາດອອກມາຢ່າງເປັນທາງການແລ້ວ ໃນຄັ້ງວັນທີ 16 ມີນາ 2026 ພາຍຫຼັງທີ່ໄດ້ມີພິທີຈັບສະຫຼາກແບ່ງສາຍໄປ ໃນວັນທີ 6 ມີນາ 2026 ທີ່ຜ່ານມາ.
ໂດຍການແຂ່ງຂັນລາຍການນີ້ ມີທັງໝົດ 3 ກຸ່ມ ມີຄື: ກຸ່ມ A: ອິນໂດເນເຊຍ (ເຈົ້າພາບ), ຫວຽດນາມ, ມາເລເຊຍ ແລະ ຕີມໍ ເລສເຕ. ກຸ່ມ B: ໄທ, ລາວ, ມຽນມາ ແລະ ຟິລິບປິນ. ກຸ່ມ C: ອົດສະຕຣາລີ, ກຳປູເຈຍ, ສິງກະໂປ ແລະ ບຣູໄນ
ການແຂ່ງຂັນໃນປີນີ້ ແມ່ນຈະຄັດເອົາອັນດັບທີ 1 ຂອງແຕ່ລະກຸ່ມ (ເປັນ 3 ທີມ) ແລະ ເອົາອັນດັບ 2 ທີ່ດີທີ່ສຸດ ຈຳນວນ 1 ທີມ ເພື່ອເຂົ້າຮອບ 4 ທີມສຸດທ້າຍ ແລະ ຮອບຊີງຊະນະເລີດຕາມລຳດັບ.
ຕາຕະລາງການແຂ່ງຂັນຂອງທີມຊາດລາວ ເຊິ່ງມີລະອຽດດັ່ງນີ້:
- ວັນທີ 12 ເມສາ 2026 ເວລາ 19:30 ທີມຊາດລາວ ພົບ ທີມຊາດມຽນມາ ແຂ່ງຂັນທີ່ ສະຫນາມ Gelora Joko Samudro.
- ວັນທີ 15 ເມສາ 2026 ເວລາ 15:30 ທີມຊາດຟິລິບປິນ ພົບ ທີມຊາດລາວ ແຂ່ງຂັນທີ່ ສະໜາມ Gelora Joko Samudro
- ວັນທີ 18 ເມສາ 2026 ເວລາ 15:30 ທີມຊາດໄທ ພົບ ທີມຊາດລາວ ແຂ່ງຂັນທີ່ ສະໜາມ Gelora Delta.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















