ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ປອ ບຸນທອງ ຈິດມະນີ ພ້ອມຄະນະລົງເຄື່ືອນໄຫວເຮັດວຽກຢູ່ເມືອງ ຈຳພອນ ແຂວງສະຫວັນນະເຂດ
ເວລາອອກຂ່າວ: 2019-09-25 10:00:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 136 | ຄວາມນິຍົມ:



ວັນທີ 21 ກັນຍາ 2019 ທ່ານ ປອ.ບຸນທອງ ຈິດມະນີ ກໍາ ມະການກົມການເມືອງສູນກາງ ພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງ ພັກ, ປະທານອົງການກວດກາ ລັດຖະບານ ແລະ ຫົວໜ້າອົງ ການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ພ້ອມຄະນະໄດ້ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຈຳພອນ, ແຂວງສະຫວັນນະເຂດ ໂດຍມີ ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາ ພັກແຂວງ, ເຈົ້າແຂວງໆສະຫວັນ ນະເຂດ, ມີຄະນະພັກ, ຄະນະນຳ ຂອງແຂວງ, ພະແນກການອ້ອມ ຂ້າງແຂວງ, ບັນດາເຈົ້າເມືອງ 3 ເມືອງ, ພະນັກງານ, ທະຫານ, ຕໍາຫຼວດ ພາຍໃນເມືອງຈຳພອນ ຕ້ອນຮັບ ແລະ ຮ່ວມເຮັດວຽກ. ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ທ່ານ ໄດ້ຮັບຟັງການລາຍງານສະ ພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະທີ່ ຜ່ານມາໂດຍສັງເຂບ, ການກະ ກຽມກອງປະຊຸມໃຫຍ່ 3 ຂັ້ນ, ການລາຍງານກ່ຽວກັບຜົນເສຍ ຫາຍຈາກໄພນ້ຳຖ້ວມຈາກ ທ່ານ ເຈົ້າແຂວງ ແລະ ເຈົ້າເມືອງ ຕ່າງໆທີ່ຖືກນໍ້າຖ້ວມ. ພາຍຫຼັງທີ່ໄດ້ຮັບຟັງການລາຍ ງານສະພາບການຕ່າງໆແລ້ວ ທ່ານຮອງນາຍົກລັດຖະມົນຕີກໍ ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດ ຊີ້ນຳຕໍ່ຄະນະພັກ-ຄະນະນໍາຂອງ ແຂວງ, ເມືອງຕະຫຼອດຮອດພໍ່ ແມ່ປະຊາຊົນ ໂດຍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຄະນະ ພັກ, ຄະນະນຳແຂວງ, ເມືອງ ທີ່ໄດ້ມີຄວາມຕັດສິນໃຈສູງໃນ ການຊີ້ນຳ-ນຳພາວຽກງານ ຮອບດ້ານ, ໂດຍສະເພາະແມ່ນ ການແກ້ໄຂຜົນກະທົບຈາກໄພ ນ້ຳຖ້ວມ, ຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ແລະ ການກະກຽມກອງປະຊຸມ ໃຫຍ່ 3 ຂັ້ນ, ນອກຈາກນີ້ກໍໄດ້ ເນັ້ນໃຫ້ອົງການປົກຄອງແຕ່ລະ ຂັ້ນຈົ່ງພ້ອມກັນສືບຕໍ່ຊີ້ນຳ-ນຳ ພາການພັດທະນາຕາມຂອບ ເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມກ້າວໜ້າຢ່າງເປັນ ຮູບປະທຳ, ສືບຕໍ່ສຸມໃສ່ແກ້ໄຂ ຜົນກະທົບຈາກໄພນ້ຳຖ້ວມ ເປັນ ຕົ້ນແມ່ນແກ້ໄຂເລື່ອງອາຫານ ການກິນ, ພະຍາດລະບາດ, ໂຮງ ຮຽນ, ໂຮງໝໍ, ສຸກສາລາ, ຊົນລະ ປະທານ, ທຶນຮອນໃນການແກ້ ໄຂຕ້ອງໄດ້ປະສານສົມທົບກັບ ຫຼາຍພາກສ່ວນເຊັ່ນ: ການຊ່ວຍ ເຫຼືອຂອງລັດຖະບານ, ການລະ ດົມທຶນຂົນຂວາຍຈາກສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ແລະ ທຶນຈາກປະຊາຊົນເອງ ຕາມຄວາມສາມາດ; ສືບຕໍ່ປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມຕາມແຜນປີ 2019 ຕິດ ພັນກັບວຽກງານ 3 ສ້າງ, ວຽກ ງານແກ້ໄຂຄວາມທຸກຍາກ, ບັນ ດາຄາດໝາຍທີ່ກອງປະຊຸມໃຫຍ່ ແຂວງ, ຂອງອົງຄະນະພັກແຕ່ ລະເມືອງເຊັ່ນ: ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບ, ການລົງທຶນ, ການຜະລິດ ເປັນສິນຄ້າ, ການ ປູກການລ້ຽງ, ວຽກງານສຶກສາ, ສາທາລະນະ ສຸກເປັນຕົ້ນ; ຕໍ່ກັບການກະກຽມ ກອງປະຊຸມ 3 ຂັ້ນ ແມ່ນມີສາມ ວຽກໃຫຍ່ຄື: 1. ວຽກງານຊຸກ ຍູ້ຂະບວນການແມ່ນໃຫ້ຕິດພັນ ກັບຂະບວນການແຂ່ງຂັນຮັກ ຊາດ ແລະ ພັດທະນາ ໂດຍສະ ເພາະແມ່ນການແຂ່ງຂັນລົບ ລ້າງຄວາມທຸກຍາກ, ຂະບວນ ການຕິດພັນກັບການຟື້ນຟູຜົນກະ ທົບຈາກໄພພິບັດທຳມະຊາດ, ຢູ່ ສຳນັກງານ-ອົງການແມ່ນສ້າງ ຂະບວນການປະຕິບັດລະບຽບ ກົດໝາຍ, ການແຂ່ງຂັນກັນປະຕິບັດໜ້າທີ່ວິຊາສະເພາະ ແລະ ຄາດໝາຍສູ້ຊົນ; 2. ດ້ານເນື້ອ ໃນຕ້ອງກະກຽມບົດລາຍງານ ການເມືອງ, ແຜນພັດທະນາເສດ ຖະກິດ-ສັງຄົມ, ບົດສຳຫຼວດການ ນຳພາລວມຂອງຄະນະພັກຕ້ອງ ຕີລາຄາໃຫ້ຖືກຕ້ອງ ແລະ ວາງ ທິດທາງຕໍ່ໜ້າໃຫ້ແທດເໝາະຕົວ ຈິງຂອງເມືອງ; 3. ການກະກຽມ ບຸກຄະລາກອນຕ້ອງໄດ້ມີການ ດຳເນີນຊີວິດການເມືອງສຳຫຼວດ ກວດກາສະມາຊິກພັກ, ພະນັກ ງານໃຫ້ເລິກເຊິ່ງ ຕິດພັນກັບ ຄວາມຮັບຜິດຊອບຂອງສະມາ ຊິກພັກແຕ່ລະສະຫາຍ. ໂອກາດດຽວກັນນີ້ທ່ານຮອງ ນາຍົກລັດຖະມົນຕີຍັງໄດ້ມອບ ເງິນສົດໃຫ້ແຂວງສະຫວັນນະ ເຂດເພື່ອນຳເອົາໄປຊ່ວຍເຫຼືອ ປະຊາຊົນຜູ້ທີ່ປະສົບໄພນ້ຳຖ້ວມ ຈຳນວນ 100.000.000 ກີບ, ມອບໃຫ້ເມືອງຈຳພອນ 50.000.000 ກີບ ພ້ອມດ້ວຍ ເຄື່ອງອຸປະໂພກ-ບໍລິໂພກມູນ ຄ່າ 30.000.000 ກີບ ແລະ ມອບໃຫ້ເມືອງຊົນນະບູລີ 50.000.000 ກີບ ພ້ອມດ້ວຍ ເຄື່ອງອຸປະໂພກ-ບໍລິໂພກມູນຄ່າ 30.000.000 ກີບລວມ ມູນຄ່າ ທັງໝົດ 260.000.000 ກີບ. ໂດຍ: ຕູ່ນາ ເລົ່າຖາວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ