ຄຳມ່ວນ ສະເຫຼີມສະຫຼອງ ຮັບໃບຢັ້ງຢືນ ມໍຣະດົກໂລກອຸທິຍານແຫ່ງຊາດ ຫີນໜາມໜໍ່
ເວລາອອກຂ່າວ: 2026-03-23 09:33:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 128 | ຄວາມນິຍົມ: ![]()
ວັນທີ 19 ມີນາ 2026 ທີ່ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ຈັດພິທີສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ເນື່ອງໃນໂອກາດທີ່ “ອຸທິຍານແຫ່ງຊາດ ຫີນໜາມໜໍ່” ໄດ້ຮັບຂື້ນທະບຽນເປັນມໍຣະດົກໂລກທາງທຳມະຊາດ ຮ່ວມຊາຍແດນກັບ ອຸທິຍານແຫ່ງຊາດ ຟອງຫຍາ-ແກບາງ ຂອງ ສສ ຫວຽດນາມ. ພິທີດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາພັກແຂວງ, ມີບັນດາການນຳສູນກາງ, ການນຳແຂວງ, ອະດີດການນຳ, ບັນດາອົງການສາກົນ, ແຂວງກວາງຈິ ແລະ ແຂກຖືກເຊີນທັງພາຍໃນ ແລະ ສາກົນເຂົ້າຮ່ວມ.
ບັນຍາກາດພາຍໃນງານເປັນໄປຢ່າງຄືກຄື້ນ ແລະ ເຕັມໄປດ້ວຍຄວາມພາກພູມໃຈ ຂອງປະຊາຊົນຊາວລາວ ໂດຍສະເພາະຊາວແຂວງຄຳມ່ວນ. ຂະບວນຄາລາວານລົດແຫ່ໃບຢັ້ງຢືນ ໄດ້ເຄື່ອນຂະບວນຜ່ານເສັ້ນທາງສຳຄັນໃນເທສະບານເມືອງທ່າແຂກ ພ້ອມດ້ວຍການຕີກອງ, ຟ້ອນພື້ນເມືອງ, ຂັບລຳ ແລະ ການສະແດງດົນຕີ ສ້າງຄວາມຄືກຄື້ນໃຫ້ແກ່ງານຢ່າງຍິ່ງ. ໂດຍເລີ່ມຂະບວນຄາລາວານລົດແຫ່ທີ່ ຫ້ອງວ່າການແຂວງ, ລ້ຽວຂວາໄປຫາ 4 ແຍກໄຟແດງ ໂຮງແຮມຣີເວີເຣຍ ແລະ ລ້ຽວຊ້າຍໄປໜ້າຫໍຈາລຶກ 21 ມີນາ ແລ້ວລ້ຽວຊ້າຍໄປຫາ 4 ແຍກໄຟແດງບ້ານໂພນສະອາດ ເຂົ້າສູ່ ຫ້ອງປະຊຸມໃຫຍ່ສະໂມສອນ 21 ມີນາ (ຫຼັກ4) ໃນໂອກາດນີ້, ທ່ານ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີກະ
ຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກ່າວປະຫວັດຄວາມເປັນມາວ່າ: ການທີ່ອຸທິຍານແຫ່ງຊາດ ຫີນໜາມໜໍ່ ໄດ້ຮັບການຂຶ້ນທະບຽນເປັນມໍຣະດົກໂລກ ເປັນຜົນສຳເລັດອັນຍິ່ງໃຫຍ່ ແລະ ເປັນຄວາມພາກພູມໃຈຂອງຊາດ ເນື່ອງຈາກເປັນມໍຣະດົກໂລກທາງທຳມະຊາດແຫ່ງທຳອິດຂອງລາວ ແລະ ເປັນມໍຣະດົກໂລກຮ່ວມຊາຍແດນແຫ່ງທຳອິດໃນພາກພື້ນ. ຜົນສຳເລັດນີ້ ເກີດຈາກການຮ່ວມແຮງຮ່ວມໃຈ ຂອງຫຼາຍພາກສ່ວນ ຕະຫຼອດໄລຍະເວລາກວ່າ 20 ປີ. ອຸທິຍານແຫ່ງຊາດ ຫີນໜາມໜໍ່ ມີເນື້ອທີ່ປະມານ 82,000 ເຮັກຕາ ເປັນພື້ນທີ່ພູຫີນປູນທີ່ມີຄວາມງາມໂດດເດັ່ນ ແລະ ອຸດົມໄປດ້ວຍຊີວະນາໆ ພັນຫາຍາກ. ພ້ອມທັງ ຍັງເປັນພື້ນທີ່ສຳຄັນທາງດ້ານນິເວດວິທະຍາ ແລະ ການອະນຸລັກທຳມະຊາດ.
ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທຳ ແລະ ການ ທ່ອງທ່ຽວ ໄດ້ກ່າວວ່າ: ອຸທິຍານແຫ່ງຊາດຫີນໜາມໜໍ່ ແຂວງຄຳມ່ວນ ໄດ້ຮັບຮອງເປັນມໍຣະດົກໂລກຮ່ວມຊາຍແດນ ກັບ ອຸທິຍານແຫ່ງຊາດຟອງຫຍາ-ແກບາງ ຂອງ ສສ ຫວຽດນາມ ຢ່າງເປັນທາງການ ໃນກອງປະຊຸມມໍຣະດົກໂລກ ຄັ້ງທີ 47 ທີ່ ປາຣີ ປະເທດຝຣັ່ງ ໃນວັນທີ 13 ກໍລະກົດ 2025. ການຮັບຮອງຄັ້ງນີ້ ເຮັດໃຫ້ ຫີນໜາມໜໍ່ ກາຍ ເປັນມໍຣະດົກໂລກແຫ່ງທີ 4 ຂອງ ສປປ ລາວ ແລະ ເປັນມໍຣະດົກໂລກທາງທຳມະຊາດແຫ່ງທຳອິດ ພ້ອມທັງເປັນມໍຣະດົກໂລກແບບຮ່ວມຊາຍແດນແຫ່ງທຳອິດໃນພາກພື້ນ. ທ່ານ ໄດ້ຕີລາຄາສູງຕໍ່ຜົນສຳເລັດນີ້ ວ່າເປັນຫຼັກການສະທ້ອນໃຫ້ເຫັນ ນະໂຍບາຍອັນຖືກຕ້ອງ ຂອງພັກ ແລະ ລັດ ໃນການອະນຸລັກ ແລະ ສົ່ງເສີມມໍຣະດົກແຫ່ງຊາດ ພ້ອມທັງເປັນແບບຢ່າງດີ ໃນການຮ່ວມມື ລາວ-ຫວຽດນາມ ແລະ ສາກົນ. ພ້ອມນີ້ ຍັງໄດ້ເນັ້ນໃຫ້ທຸກພາກສ່ວນ ຮ່ວມກັນປົກປັກຮັກສາ ແລະ ສືບສານຄຸນຄ່າມໍຣະດົກ ໃຫ້ຄົງຢູ່ຢ່າງຍືນຍົງ ແລະ ນຳໃຊ້ເປັນແຮງຂັບເຄື່ອນ ການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດ. ທ່ານ ໄຊຊະນະ ໂຄດພູທອນ ໃນນາມຕາງໜ້າໃຫ້ຄະນະພັກ, ອົງການປົກຄອງແຂວງຄຳມ່ວນ ກ່າວມີຄຳເຫັນໃຫ້ຄຳໝັ້ນສັນຍາວ່າ : ຈະພ້ອມກັນກັບຄູ່ຮ່ວມມືພັດທະນາ ປົກປັກຮັກສາອຸທິຍານແຫ່ງຊາດຫີນໜາມໜໍ່ ມໍຣະດົກແຫ່ງຊາດ ແລະ ມໍຣະດົກໂລກຮ່ວມຊາຍແດນແຫ່ງນີ້ ກາຍເປັນມໍຣະດົກອັນລ້ຳຄ່າ ແລະ ຖ່າຍຖອດຈາກຮຸ້ນຄົນນີ້ສູ້ຮຸ້ນ ລູກ ແລະ ຮຸ້ນຫຼານ ສືບຕໍ່ໄປຢ່າງຍືນຍົງ. ພ້ອມກັນເສີມຂະຫຍາຍ ແລະ ນຳໃຊ້ທ່າແຮງທາງດ້ານທຳມະຊາດ ກໍຄືມໍຣະດົກໂລກແຫ່ງນີ້ ໃຫ້ກາຍເປັນຊັບພະຍາກອນການທ່ອງທ່ຽວ ແລະ ເປັນທ່າແຮງ ປະກອບເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວຍືນຍົງຂອງແຂວງຄຳມ່ວນ ຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນຢູ່ບໍລິເວນດັ່ງກ່າວໄດ້ຮັບການປັບປຸງ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ໃນໂອກາດນີ້ ທ່ານລັດຖະມົນ ຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຍັງໄດ້ ມອບໃບຢັ້ງຢືນ ອຸທິຍານແຫ່ງຊາດຫິນໜາມໜໍ່ ໃຫ້ທ່ານເລຂາພັກ
ແຂວງຄຳມ່ວນ ແລະ ເພື່ອຄວາມ ເປັນສິຣິມຸງຄຸນ ທ່ານ ນາຍົກ ລັດຖະມົນຕີ ຍັງໄດ້ເປັນກຽດລັ່ນຄ້ອງ 9 ບາດ ເພື່ອປະກາດໃຫ້ຊາວລາວ ຊາວໂລກຮັບຮູ້, ທັງ
ຢັ້ງຢືນການມອບຮັບໃບຢັ້ງຢືນມໍລະດົກໂລກຫີນໜາມໜໍ່ ຢ່າງເປັນທາງການ. ພາຍຫຼັງສຳເລັດພິທີສະເຫຼີມສະຫຼອງ ມອບໃບ ຢັ້ງຢືນ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາການນຳທີ່ເຂົ້າຮ່ວມຍັງໄດ້ຢ້ຽມຊົມງານຕະຫຼາດນັດວາງ ສະແດງ ແລະ ຈຳໜ່າຍສິນຄ້າ ບັ້ນຮົບປ້ອງກັນຕົວເມືອງທ່າແຂກຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















