ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສ່ອງແສງວຽກງານຮອບດ້ານເຂດ 5 ປະຈຳໄຕມາດ III
ເວລາອອກຂ່າວ: 2019-09-25 09:57:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 137 | ຄວາມນິຍົມ:



ກອງປະຊຸມສ່ອງແສງວຽກ ງານຮອບດ້ານເຂດ 5 ປະຈຳໄຕ ມາດ lll ແລະ ວາງທິດທາງແຜນ ການປະຈຳໄຕມາດ l Vທີ່ກອງບັນ ຊາການທະຫານ ແຂວງບໍລິ ຄຳໄຊ ເປັນເຈົ້າພາບຈັດຂຶ້ນໃນ ວັນທີ 13 ກັນຍາ ນີ້ ຢູ່ທີ່ຫ້ອງປະ ຊຸມຂອງຫ້ອງເຕັກນິກ ທະຫານ ແຂວງບໍລິຄຳໄຊ ໂດຍພາຍໃຕ້ ການເປັນປະທານ ຂອງ ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການຄະນະປະຈຳພັກກະ ຊວງປ້ອງກັນປະເທດ ຫົວໜ້າກົມ ໃຫຍ່ພະລາທິການກອງທັບ, ມີຄະ ນະພັກ-ຄະນະບັນຊາກອງບັນຊາ ການທະຫານແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ກອງ ພົນທີ 4, ກອງພັນໃຫ່ຍ 642, ກອງພັນໃຫຍ່ 644, ບໍລິສັດຂົວ ທາງ-ຕິດຕັ້ງໄຟຟ້າຄົບວົງຈອນ ໄຊສົມບູນ, ບໍລິສັດພັດທະນາຊົນ ນະບົດໃໝ່, ໂຮງງານປະສານເຫຼົ່າ ພາກກາງ ແລະ ໂຮງໝໍບໍລິເວນ 109 ເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພັນ ເອກ ຄຳແດງ ແພງພົງພັນ ຮອງ ເລຂາຄະນະພັກ ຫົວໜ້າການທະ ຫານກອງບັນຊາການທະຫານ ແຂວງບໍລິຄຳໄຊ ໄດ້ຂຶ້ນລາຍງານ ສະພາບການ ຮອບດ້ານ ໂດຍຫຍໍ້ ໃນທົ່ວແຂວງບໍລິຄຳໄຊ ເປັນຕົ້ນ ໄລຍະຜ່ານມາສາມາດເຮັດໃຫ້ໃນ ທົ່ວແຂວງມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີ ຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນຍູ້ທ່າງທຳມາຫາກິນ ເຮັດໃຫ້ເສດທະກິດພາຍໃນແຂວງ ໄດ້ຮັບການຂະຫຍາຍຕົວຢ່າງ ຕໍ່ເນື່ອງ, ພະນັກງານ-ນັກຮົບມີ ຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມ ເຊື້ອໝັ້ນຕໍ່ການນຳພາຂອງພັກ, ມີນຳໃຈເສຍສະຫຼະສູງ ເຊິ່ງສະ ແດງອອກໃນການເຮັດສຳເລັດ ໜ້າທີ່ທີ່ພັກ-ລັດ ຂັ້ນເທິງມອບ ໝາຍໃຫ້, ຈາກນັ້ນຜູ້ແທນບັນດາ ກົມກອງທີ່ເຂົ້າຮ່ວມກໍໄດ້ຜັດປ່ຽນ ກັນຂຶ້ນລາຍງານສະພາບການ ແລະ ການເຄື່ອນໄຫວຂອງຕົນ ໂດຍຫຍໍ້ຕໍ່ກອງປະຊຸມເຕີ່ມອີກ, ເພື່ອພ້ອມກັນປຶກສາຫາລື ແລະ ຊອກຫາວິທີການແກ້ໄຂບາງປະ ກົດການຫຍໍ້ທໍ້ໃນສັງຄົມໃຫ້ໝົດ ໄປແນໃສ່ເຮັດໃຫ້ທຸກຂົງເຂດທີ່ ຕົນຮັບຜິດຊອບມີຄວາມສະຫງົບ ໃນທຸກໆດ້ານ ແລະ ສະເໜີບາງ ບັນຫາທີ່ຍັງຄົງຄ້າງຕໍ່ຂັ້ນເທິງ ເພື່ອຄົ້ນຄວ້າພິຈາລະນາແກ້ໄຂ. ຕອນທ້າຍ ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ປະທານກອງ ປະຊຸມກໍໄດ້ໂອ້ລົມ ແລະ ເນັ້ນໜັກ ໃຫ້ແຕ່ລະກົມກອງທີ່ເຂົ້າຮ່ວມ ກອງປະຊຸມ ເອົາໃຈໃສ່ເກັບກຳ ບັນດາສະພາບການຕ່າງໆໃນ ຂອບເຂດທີ່ຕົນຮັບຜິດຊອບໃຫ້ດີ ຢາກເຮັດໄດ້ຄືແນວນັ້ນຕ້ອງເອົາ ໃຈໃສ່ລົງກໍ່ສ້າງຮາກຖານການ ເມືອງໃກ້ຊິດຕິດແທດກັບອຳນາດ ການປົກຄອງຂັ້ນຕ່າງໆ ແລະ ພໍ່ ແມ່ປະຊາຊົນໃຫ້ແໜ້ນແຟ້ນ, ເອົາ ໃຈໃສ່ຮັດແໜ້ນຄວາມສາມັກຄີ ພາຍໃນພາຍນອກໃຫ້ດີ, ເອົາໃຈ ໃສ່ສຶກສາອົບຮົມການເມືອງນຳ ພາແນວຄິດໃຫ້ພະນັກງານ-ນັກ ຮົບໃນກົມກອງຂອງຕົນໃຫ້ເປັນ ປົກກະຕິແນໃສ່ເຮັດສຳເລັດ ໜ້າທີ່ທີ່ພັກ-ລັດຂັ້ນເທິງມອບ ໝາຍໃຫ້. ໂດຍ: ສີທອງ ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ