ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ພຸດ​ທະ​ວົງ ສັງ​ວິໄລ ກັບ​ມາ​ເຝິກ​ຊ້ອມ​ຊ່ວຍ​ຕົ້ນ​ສັງກັດ ລຸ້ນ​ໂຄ​ຕ້າ​ໄປ ເອ​ເອັບ​ຊີ ແຊັມ​ປ້ຽນ​ລີກ ລະດູ​ການ​ໜ້າ
ເວລາອອກຂ່າວ: 2026-03-16 09:55:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 219 | ຄວາມນິຍົມ:



ພຸດ​ທະ​ວົງ ສັງ​ວິໄລ ກອງ​ຫຼັງ​ແບັກ​ຊ້າຍ ທີມ​ຊາດ​ລາວ ຂອງ​ສະໂມສອນ ບີ​ຈີ ປະທຸມ ຢູ​ໄນ​ເຕັດ ທີມ​ຊັ້ນ​ນຳ​ໃນ ໄທ​ລີກ 1 ລີກ​ສູງ​ສຸດ​ຂອງ​ປະເທດ​ໄທ ໄດ້​ຮັບ​ບາດເຈັບ​ບໍລິເວນ​ຂໍ້​ພັບ​ຫຼັງ​ຫົວເຂົ່າ​ໃນ​ເກມ​ລີກ​ນັດ​ຫຼ້າ​ສຸດ​ທ້າຍ​ອາທິດ​ຜ່ານ​ມາ ນັດ​ທີ່ ບີ​ຈີ ປະທຸມ ເສຍ​ຄາ​ບ້ານ​ໃຫ້ ຊົນ​ບູ​ຣີ ເອັບ​ຊີ 2-3 ປະຕູ. ແບັກ​ຊ້າຍ ອາຍຸ 21 ປີ ໄດ້​ຮັບ​ໂອກາດ​ເປັນ​ຕົວ​ຈິງ 2 ນັດ​ຕິດຕໍ່​ກັນ ໄດ້​ລົງ​ຫຼິ້ນ ເວລາ 71 ນາທີ ກ່ອນ​ຖືກ​ປ່ຽນ​ໂຕ​ອອກ​ຍ້ອນ​ບາດເຈັບ. ຫຼັງ​ເກມ ພຸດ​ທະ​ວົງ ໄດ້​ໃຫ້​ສຳພາດ​ວ່າ: ຫຼັງ​ທີມ​ແພດ​ໄດ້​ປະຖົມພະຍາບານ ກວດຮ່າງກາຍ ເຫັນ​ວ່າ: ເຈັບ​ບໍ່​ໜັກ ຄາດ​ວ່າ: ຈະ​ກັບ​ມາ​ເຝິກ​ຊ້ອມ​ເປັນ​ປົກກະຕິ​ໃນ​ໄວໆ​ນີ້. ພຸດ​ທະ​ວົງ ສັງ​ວິໄລ ສາມາດ​ຈັດ​ແອັດ​ຊິດ​ໃຫ້​ເພື່ອນຍິງ​ປະຕູໃນ​ລີກ​ສູງ​ສຸດ​ຂອງ​ປະເທດ​ໄທ​ໄດ້​ແລ້ວ ໃນ​ນັດ​ທີ່ ບີ​ຈີ ປະທຸມ ບຸກ​ໄປ​ຊະນະ ອາ​ຍຸດ​ທະ​ຍາ ຢູ​ໄນ​ເຕັດ 2-0 ປະຕູ ແລະ ມີ​ສ່ວນ​ຜ່ານ​ບານ​ເຂົ້າ​ມາ​ໃນ​ຂອບ​ເຂດ​ໂທດ​ໃຫ້​ທີມ​ສ້າງ​ຈັງຫວະ​ຍິງ​ປະຕູ ນັດ​ທີ່​ຕົ້ນ​ສັງກັດ​ເປີດ​ບ້ານ​ຊະນະ ສຸ​ໂຂ​ໄທ ເອັບ​ຊີ 2-1 ປະຕູ. ພຸດ​ທະ​ວົງ ສັງ​ວິໄລ ໂບກ​ມື​ລາ ເອ​ສະ​ຣາ ທີມ​ແຊັມ​ລີກ​ສູງ​ສຸດ​ຂອງ​ລາວ ຫຼັງ​ຈົບ​ລະດູ​ການ​ຜ່ານ​ມາ ເພື່ອ​ໄປ​ຫາ​ຄວາມ​ທ້າ​ທາຍ​ໃໝ່​ໃນ​ໄທ​ລີກ​ລະດູ​ການ​ນີ້. ເຊິ່ງ​ລະດູ​ການ​ນີ້ ພຸດ​ທະ​ວົງ ໄດ້​ລົງ​ຫຼິ້ນ​ພຽງ 8 ນັດ ໃນ​ນີ້, ໃນ​ໄທ​ລີກ 4 ນັດ, ເອັບ​ເອ​ຄັບ ໄທ 1 ນັດ (ຈັດ​ໜຶ່ງ​ແອັດ​ຊິດ), ອາ​ຊຽນ ຊັອບ​ປີ້ ຄັບ 1 ນັດ ແລະ ເອ​ເອັບ​ຊີ ແຊັມ​ປ້ຽນ​ລີກ ທູ 2 ນັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ