ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທີ່ປຶກສາທູປ້ອງກັນຊາດອິນໂດເນເຊຍມອບເງິນຊ່ວຍເຫຼືອແກ່ຜູ້ປະສົບໄພນ້ຳຖ້ວມ
ເວລາອອກຂ່າວ: 2019-09-23 10:15:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 127 | ຄວາມນິຍົມ:



ໃນຕອນເຊົ້າວັນທີ 20 ກັນ ຍາ ນີ້, ຢູ່ທີ່ຫ້ອງຮັບແຂກກົມພົວ ພັນຕ່າງປະເທດ, ກະຊວງປ້ອງ ກັນປະເທດລາວ, ທ່ານ ພົນຈັດ ຕະວາ ຄຳມ່ວນ ເລືອງວັນຫຼ້າ ຮອງຫົວໜ້າຫ້ອງວ່າການກະ ຊວງປ້ອງກັນປະເທດ ໄດ້ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ຮັບການຊ່ວຍເຫຼືອຜູ້ປະສົບໄພນໍ້າ ຖ້ວມຈາກທີ່ປຶກສາທູດປ້ອງກັນ ຊາດອິນໂດເນເຊຍປະຈຳ ສປປ ລາວ. ວັດຖຸປັດໄຈ ແລະ ເງິນທີ່ນໍາ ມາມອບໃນຄັ້ງນີ້ລວມທັງໝົດ ເປັນເງິນ 15 ລ້ານກີບ ເຊິ່ງ ກ່າວມອບໂດຍທ່ານ ພັນເອກ ຣໍຣີ ສີໂຕຣຸດ ທີ່ປຶກສາທູດປ້ອງ ກັນຊາດ ອິນໂດເນເຊຍ ປະຈຳ ສປປ ລາວ. ໃນໂອກາດນີ້, ທ່ານຮອງ ຫົວໜ້າຫ້ອງວ່າການກະຊວງ ປ້ອງກັນປະເທດ ໄດ້ກ່າວສະແດງ ຄວາມຂອບໃຈຕໍ່ທີ່ປຶກສາທູດ ປ້ອງກັນຊາດ ອິນໂດເນເຊຍ ປະ ຈຳ ສປປ ລາວ ທີ່ໄດ້ນໍາເອົາເງິນ ແລະ ເຄື່ອງຊ່ວຍເຫຼືອດັ່ງກ່າວມາ ມອບຕໍ່ໃຫ້ກະຊວງປ້ອງກັນປະ ເທດຄັ້ງນີ້ ເພື່ອຊ່ວຍເຫຼືອຜູ້ປະ ສົບໄພນໍ້າຖ້ວມເຊິ່ງເງິນຊ່ວຍເຫຼືອ ດັ່ງກ່າວແມ່ນຈະໄດ້ນໍາໄປມອບ ໃຫ້ພາກສ່ວນທີ່ກ່ຽວຂ້ອງເພື່ອ ນຳໄປຊ່ວຍເຫຼືອບັນເທົາທຸກແກ່ຜູ້ປະສົບໄພນໍ້າຖ້ວມໃນປີນີ້. ການ ຊ່ວຍເຫຼືອດັ່ງກ່າວເປັນການປະ ກອບສ່ວນເຮັດໃຫ້ການແກ້ໄຂ ໄພພິບັດ ກໍຄືຜົນກະທົບຕໍ່ຊີວິດ ການເປັນຢູ່ຂອງປະຊາຊົນທີ່ປະ ສົບໄພນໍ້າຖ້ວມຢູ່ທ້ອງຖິ່ນຕ່າງໆ ໃນຂອບເຂດທົ່ວປະເທດໄດ້ມີຊີ ວິດການເປັນຢູ່ດີຂຶ້ນ. ຂ່າວແຈ້ງຕື່ມວ່າ: ກ່ອນໜ້ານີ້ ໃນວັນທີ 12 ກັນຍາ ທີ່ຜ່ານມາ, ສູນປະສານງານຊ່ວຍເຫຼືອດ້ານ ມະນຸດສະທຳອາຊຽນປະຈຳ ຢູ່ ອິນໂດເນເຊຍ ໄດ້ນຳເຄື່ອງແຮສຸກ ເສີນສຳລັບຊ່ວຍເຫຼືອໄພພິບັດ ຂອງອາຊຽນຢູ່ປະເທດ ມາເລເຊຍ ມາມອບໃຫ້ ສປປ ລາວ ເພື່ອນຳ ໄປຊ່ວຍເຫລືອປະຊາຊົນທີ່ຖືກ ຜົນກະທົບຈາກໄພພິບັດນ້ຳຖ້ວມ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ. ໂດຍ: ຈິດ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ