ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ນັກ​ກິລາລອຍນ້ຳ​ເຍົາວະ​ຊົນ​ລາວ​ຍາດ​ໄດ້ 2 ຫຼຽນ​ເງິນ 2 ຫຼຽນ​ທອງ​ ການ​ແຂ່ງຂັນ​ລອຍນ້ຳ​ລະດັບ​ໂຮງຮຽນ​ນາໆຊາດ ທີ່​ພູ​ເກັດ ປະເທດ​ໄທ 2026
ເວລາອອກຂ່າວ: 2026-03-13 09:48:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 187 | ຄວາມນິຍົມ:



ລາຍການ​ນີ້ ມີ​ຊື່ວ່າ: BISP Sea Eagles ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 6-8 ມີນາ​ຜ່ານ​ມາ ໂດຍ​ມີ​ນັກ​ກິລາ 500 ກວ່າ​ຄົນ​ຈາກ 7 ປະເທດ​ເຂົ້າ​ຮ່ວມ, ໃນ​ນີ້ ມີ​ນັກ​ກິລາ​ເຍົາວະ​ຊົນ​ຈາກ​ລາວ ຕາງໜ້າ​ຈາກ​ໂຮງ ຮຽນ​ນາໆຊາດ ຮິດ​ເຟວ ວຽງ​ຈັນ (Heathfield International School Vientiane) ເຂົ້າ​ຮ່ວມ ແລະ ສາມາດ​ຍາດ​ໄດ້ 2 ຫຼຽນ​ເງິນ 2 ຫຼຽນ​ທອງ. 2 ຫຼຽນ​ເງິນ ໄດ້​ຈາກ ນາງ ວິພາ​ດາ ພັນທະ​ຈັກ ຫລື ນ້ອງ ວິນ​ນີ້ ລາຍການ ລອຍ 50 ແມັດ​ຍິງ ທ່າ​ຟຣີ​ສະໄ​ຕ ເວລາ 32.21 ວິນາທີ ແລະ ທ້າວ ສຸກ​ພະ​ໄຊ ພັນທະ​ຈັກ ຫລື ນ້ອງ ວິນ​ເນີ ອ້າຍ​ຄີງ​ຂອງ ວິນ​ນີ້ ລາຍການ ລອຍ 50 ແມັດ​ຊາຍ ທ່າ​ຟຣີ​ສະ​ໄຕ ເວລາ 28.54 ວິນາທີ. ສ່ວນ 2 ຫຼຽນ​ທອງ ໄດ້​ຈາກ ນ້ອງ ວິນ​ເນີ ລາຍການ ລອຍ 50 ແມັດ​ຊາຍ ທ່າ​ແມງກະເບື້ອ ເວລາ 32.57 ວິນາທີ ແລະ ນາງ ຊາ​​ຣ​ລີ ລອຍ 200 ແມັດ​ຍິງ ທ່າ​ຟຣີ​ສະ​ໄຕ ເວລາ 3 ນາທີ 20.05 ວິນາທີ. ສຳລັບ ສອງອ້າຍນ້ອງ ວິນ​ເນີ ແລະ ວິນ​ນີ້ ເຄື່ອນ​ໄຫວເ​ຝິກແອບ​ແຂ່ງຂັນ​ມາ​ຢ່າງ​ຕໍ່​ເນື່ອງ ທັງ​ພາຍ​ໃນ ແລະ ຕ່າງປະເທດ ໂດຍ​ສາມາດ​ຍາດ​ຫຼຽນ​ລາງວັນ​ມາ​ຄອງ​ຫຼາຍ​ລາຍການ ກາຍເປັນ​ດາວ​ດວງ​ໃໝ່​ທີ່​ໜ້າ​ຈັບ​ຕາ ເພື່ອ​ກ້າວ​ສູ່​ການ​ເປັນ​ນັກ​ກິລາ​ທີມ​ຊາດ​ໃນ​ອະນາຄົດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ