ປະກາດການບົ່ງຕົວແຕ່ງຕັ້ງ ກຳມະການປະຈຳພັກເມືອງ, ເມືອງຫົງສາ
ເວລາອອກຂ່າວ: 2026-03-06 10:06:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1051 | ຄວາມນິຍົມ: ![]()
ພິທີປະກາດການບົ່ງຕົວແຕ່ງຕັ້ງ ກຳມະການປະຈຳພັກເມືອງ, ເມືອງຫົງສາ, ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 5 ມີນາ 2026 ນີ້, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພອນສະຫວັນ ໄຊສົມພັນ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີສະຫາຍ ສີທະນົນໄຊ ທອງເທພາ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ອົງການ, ກົມກອງ, ຫົວໜ້າລັດວິສາຫະກິດ, ພະນັກງານຫຼັກແຫຼ່ງ, ທະຫານ, ຕຳຫຼວດ ແລະ ນາຍບ້ານເທດສະບານເມືອງເຂົ້າຮ່ວມ.
ສະຫາຍ ນາງ ຈັນທີ ຄຳພູວົງ ກຳມະການປະຈຳພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງໄຊຍະບູລີ ວ່າດ້ວຍການອະນຸມັດບົ່ງຕົວແຕ່ງຕັ້ງກຳມະການພັກເມືອງ ຫົງສາ, ຄະນະປະຈຳພັກແຂວງໄຊຍະບູລີ ຕົກລົງເຫັນດີບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ຄຳອ່ອນ ວັນເຮືອງ ເປັນກຳມະການພັກເມືອງ ຫົງສາ ແລະ ມະຕິຕົກລົງຂອງຄະນະປະຈຳພັກແຂວງໄຊຍະບູລີ ວ່າດ້ວຍການອະນຸມັດບົ່ງຕົວແຕ່ງຕັ້ງຄະນະປະຈຳພັກເມືອງ ຫົງສາ, ຄະນະປະຈຳພັກແຂວງໄຊຍະບູລີ ຕົກລົງເຫັນດີບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ຄຳອ່ອນ ວັນເຮືອງ ເປັນຄະນະປະຈຳພັກເມືອງ ຫົງສາ.
ໂອກາດດັ່ງກ່າວ, ສະຫາຍ ພອນສະຫວັນ ໄຊສົມພັນ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ພິທີຊຶ່ງບາງຕອນທ່ານກ່າວວ່າ: ການປະກາດຄະນະບໍລິຫານງານພັກເມືອງຫົງສາເພີ່ມເຕີມໃນຄັ້ງນີ້, ກໍ່ແມ່ນປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ເມື່ອມີການຍົກຍ້າຍ ກໍ່ຕ້ອງບົ່ງຕົວແຕ່ງຕັ້ງທົດແທນ ກໍາມະການຄະນະບໍລິຫານງານພັກທີ່ວ່າງລົງ ພ້ອມທັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບຕຳແໜ່ງໃໝ່ ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ສົມຄູ່ກັບຕຳແໜ່ງໜ້າທີ່ ທີ່ໄດ້ຮັບການມອບໝາຍ ເພື່ອຕອບສະໜອງໄດ້ຕາມຄວາມ ຮຽກຮ້ອງຂອງໜ້າທີ່ການເມືອງ ແລະ ວຽກງານວິຊາສະເພາະໃນໄລຍະໃໝ່.
ຂ່າວ: ຄ.ອ.ມ ຫົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















