ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ເມສາ 2026

  

ບໍລິສັດ ຮວຍ​ຢີນ ກໍ່ສ້າງ​ເຄຫາ​ສະຖານ ຈຳກັດ​ຜູ້​ດຽວ ມອບ​ລົດ ໃຫ້​ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ
ເວລາອອກຂ່າວ: 2026-03-06 09:07:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 270 | ຄວາມນິຍົມ:



ວັນ​ທີ 2 ມີນາ 2026 ນີ້, ບໍລິສັດ ຮວຍ​ຢີນ ກໍ່ສ້າງ​ເຄຫາ​ສະຖານ ຈຳກັດ​ຜູ້​ດຽວ ໄດ້​ນຳ​ເອົາ​ລົດ​ຈ້ານ​ຕີ່ ແລະ ເງິນສົດ​ຈຳນວນ​ໜຶ່ງ ມາ​ມອບ​ໃຫ້​ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ, ຕາງໜ້າ​ກ່າວ​ຮັບ​ໂດຍ ສະຫາຍ ພັນ​ເອກ ແສງ​ເພັດ ແສງ​ມະນີ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ພ້ອມ​ດ້ວຍ​ຄະນະ. ການ​ມອບ​ລົດ ແລະ ເງິນ​ໃນ​ຄັ້ງ​ນີ້, ກໍ​ເພື່ອ​ເປັນ​ການ​ປະກອບ ສ່ວນ​ອຸປະຖຳ​ຊຸກຍູ້ ເຂົ້າ​ໃນການ​ ປັບປຸງ​ກໍ່ສ້າງ​ກົມ​ກອງ ໃຫ້ມີ​ ຄວາມ​ສະດວກ​ສະບາຍ ກໍ​ຄືປະ ກອບສ່ວນ​ເຂົ້າ​ໃນ​ການຈັດຕັ້ງປະ ຕິບັດ ໜ້າທີ່​ການເມືອງ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ. ໂອກາດ​ນີ້, ສະຫາຍ ພັນ​ເອກ ແສງ​ເພັດ ແສງ​ມະນີ ໄດ້​ຕາງໜ້າ​ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ສະແດງ​ຄວາມ​ຂອບໃຈ​ມາ​ຍັງ ບໍລິສັດ ຮວຍ​ຢີນ ກໍ່ສ້າງ​ເຄຫາ​ສະຖານ ຈຳກັດ​ຜູ້​ດຽວ ທີ່​ໄດ້​ນຳ​ເອົາ​ລົດ ແລະ ເງິນ​ຈຳນວນ​ດັ່ງກ່າວ ມາ​ມອບ​ໃຫ້​ກົມ​ກອງ​ພວກ​ເຮົາ ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ນຳ​ເອົາ​ລົດ ແລະ ເງິນ​ຈຳນວນ​ດັ່ງກ່າວ ໄປ​ໝູນ​ໃຊ້​ເຂົ້າ​ໃນ​ການ​ປັບປຸງ​ກໍ່ສ້າງ​ກົມ​ກອງ ໃຫ້​ມີ​ໝາກ​ຜົນສຳເລັດ ແລະ ເກີດ​ຜົນ​ປະໂຫຍດ​ສູງ​ສຸດ. ໂດຍ: ນີ່ ທຳ​ມະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ