ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ເຜີຍແຜ່ກົດໝາຍໃຫ້ນັກຮຽນ
ເວລາອອກຂ່າວ: 2026-03-06 08:58:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 229 | ຄວາມນິຍົມ: ![]()
ໃນວັນທີ 26 ກຸມພາ 2026 ນີ້ ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດວ້ຍການຕ້ານ, ສະກັດກັ້ນ ຢາເສບຕິດ ແລະ ຜົນຮ້າຍຂອງຢາເສບຕິດ( ຢາບ້າ ), ກົດໝາຍວ່າດ້ວຍ ພັນທະປ້ອງກັນຊາດ ແລະ ກົດໝາຍອາຍາພາກສະເພາະ ບາງມາດຕາໃຫ້ນັກຮຽນ ກອງພັນ
ທີ 3 (ນາຍສິບ ), ໂດຍການເຜີຍແຜ່ຂອງສະຫາຍ ພັນໂທ ຄຳຜາຍ ດວງພະຈັນ ຫົວໜ້າພະແນກໄອຍະການໂຮງຮຽນ, ມີສະຫາຍ ພັນຕີ ທອງຈັນ ສາຍາສອນ ຄະນະກອງພັນທີ3 ພ້ອມຄະນະ ຕະຫຼອດຮອດອ້າຍນ້ອງ ນັກຮຽນ ເຂົ້າຮ່ວມຮັບຟັງ.
ການເຜີຍແຜ່ກົດໝາຍໃນ ຄັ້ງນີ້ ປະກອບມີ: ໝວດ ວ່າດວ້ຍການກະທຳຜິດຕໍ່ຄວາມສະຫງົບຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງ
ຄົມ, ໝວດ ວ່າດວ້ຍການກະທຳຜິດຕໍ່ຊີວິດ, ສຸຂະພາບ ແລະ ກຽດສັກສີຂອງບຸກຄົນ, ໝວດ ການກະທຳຜິດຕໍ່ກຳມະສິດ ແລະ ການສໍ້ລາດບັງຫຼວງ, ເຊິ່ງປະຈຸບັນ ສັງຄົມເຮົາຖືກຮຸກຮານ ຈາກຢາເສບຕິດ ແລະ ລະບາດແຮງ ບໍ່ວ່າຈະຢູ່ຊົນນະບົດ ຫຼື ຕົວເມືອງ ເຮັດໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ ຢ່າງເນື່ອງນິດລຽນຕິດ, ເພື່ອແກ້ໄຂບັນຫາດັ່ງກ່າວ ພັກ ແລະ ລັດຖະບານເຮົາ ໄດ້ວາງນະໂຍ
ບາຍ ປະກາດໃຊ້ລະບຽບກົດໝາຍ ແລະ ມະຕິຄຳສັ່ງຫຼາຍສະບັບ, ມີການຈັດຕັ້ງຊີ້ນຳ-ນຳພາ ທຸກພາກສ່ວນເອົາໃຈໃສ່ຕ້ານ, ສະກັດກັ້ນຢາເສບຕິດ, ການເຜີຍ
ແຜ່ກົດໝາຍ ແລະ ນິຕິກຳດັ່ງກ່າວ ແມ່ນຈະສືບຕໍ່ເຜີຍແຜ່ໃຫ້ອ້າຍນ້ອງນັກຮຽນຊັ້ນມໍ6, ມໍ7 ໃຫ້ສຳເລັດໃນຕົ້ນເດືອນ ມິນາ 2026. ທັງນີ້ ກໍ່ເພື່ອສຶກສາອົບ
ຮົມໃຫ້ບັນດາອ້າຍນ້ອງນັກຮຽນ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບກົດໝາຍ,ເພື່ອຄວາມຍຸດຕິທຳໃນສັງຄົມ, ຕ້ານສະກັດກັ້ນການກະທຳຜິດ, ເພື່ອປົກປ້ອງຜົນປະ
ໂຫຍດຂອງລັດ, ລວມໝູ່, ສິດ ແລະ ຜົນປະໂຫຍດອັນຊອບທຳ,ເຄົາລົບ, ປະຕິບັດກົດໝາຍ ຂອງ ນາຍ ແລະ ພົນທະຫານ , ພ້ອມທັງ ເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ເພື່ອໃຫ້ພະນັກງານ-ນັກຮົບ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















