ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 09 ມີນາ 2026

  

ເມືອງຫົງສາ ສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນ ປະຈໍາປີ 2025
ເວລາອອກຂ່າວ: 2026-03-03 10:51:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 545 | ຄວາມນິຍົມ:



ໃນວັນທີ 26 ກຸມພາ 2026 ນີ້, ເມືອງຫົງສາ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ຂື້ນ ໂດຍການເປັນປະທານຂອງທ່ານ ບຸນເລີດ ແກ້ວວົງສາ ຫົວໜ້າຫ້ອງການ-ການເງິນເມືອງ, ມີທ່ານ ແຫຼ້ ອ່ອນສົມບູນ ປະທານຄະນະກໍາມະການປົກຄອງເມືອງ, ມີບັນດາທ່ານຮອງປະທານຄະນະກໍາມະການປົກຄອງເມືອງ, ຫົວໜ້າຫ້ອງການ, ກົມກອງ, ລັດວິສາຫະກິດສູນບໍລິການປະຈໍາເມືອງ, ນາຍບ້ານ, ຜູ້ປະກອບການ ພ້ອມດ້ວຍພະນັກງານຄຸ້ມຄອງການເງິນຂອງແຕ່ລະຫ້ອງການ ແລະ ບ້ານພາຍໃນເມືອງເຂົ້າຮ່ວມ. ທ່ານ ບຸນເລີດ ແກ້ວວົງສາ ຫົວໜ້າຫ້ອງການ-ການເງິນເມືອງຫົງສາ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນການລົງທຶນຂອງລັດ, ແຜນງົບປະມານແຫ່ງລັດ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ເຊິ່ງສະຫາຍໄດ້ໃຫ້ຮູ້ວ່າ: ໃນປີ 2025 ເມືອງຫົງສາ ໄດ້ຮັບຕົວເລກແຜນເກັບລາຍຮັບລວມທັງໝົດ ຕາມແຜນເບື່ອງຕົ້ນ 11,69 ຕື້ກີບ, ດັດແກ້ແຜນເພີ່ມ 1,07 ຕື້ກີບ, ລວມແຜນດັດແກ້ທັງໝົດ 12,77 ຕື້ກີບ ທ່ຽບໃສ່ແຜນການປີຜ່ານມາ ເພີ່ມຂຶ້ນ 16,94% ເປັນເງິນ 1,85 ຕື້ກີບ ໃນນີ້: ແຜນລາຍຮັບອາກອນ 12,49 ຕື້ກີບ, ແຜນລາຍຮັບຈາກຊັບສິນແຫ່ງລັດ 280 ລ້ານກີບ. ຜ່ານການປະຕິບັດ ໃນ 1 ປີ ຜ່ານມາໄດ້ທັງໝົດ 15,52 ຕື້ກີບ ເທົ່າກັບ 132,76% ຂອງແຜນການເບື້ອງຕົ້ນ, ເທົ່າກັບ 121,55% ຂອງແຜນດັດແກ້, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 25,46% ເປັນເງິນ 3,15 ຕື້ກີບ. ໃນນັ້ນ: ຮັບຈາກສວຍສາອາກອນ 15,24 ຕື້ກີບ ເທົ່າກັບ 122,01% ຂອງແຜນການປີ, ຮັບຈາກຄຸ້ມຄອງຊັບສິນຂອງລັດ 275,52 ລ້ານກີບ ເທົ່າກັບ 98,40% ຂອງແຜນການປີ ສາເຫດທີ່ປະຕິບັດໄດ້ລື່ນແຜນການ ຍ້ອນວ່າພວກເຮົາໄດ້ຂຸດຄົ້ນ, ກວດກາໄລ່ລຽງລາຍຮັບບັງເອີນເກີດຂຶ້ນພາຍໃນເມືອງເຊັ່ນ: ຄ່າເຊົ່າທີ່ດິນ, ລົດ, ກິດຈະການຮັບເໝົາຍ່ອຍຢູ່ໃນໂຄງການໄຟຟ້າຫົງສາ ແລະ ອື່ນໆ. ໃນປີ 2025 ແຂວງຫັນເອົາລາຍຈ່າຍພາກ 62 ແລະ 63 ກັບຄືນມາໃຫ້ເມືອງຄຸ້ມຄອງ, ອະນຸມັດຈ່າຍ ແລະ ມອບແຜນລາຍຈ່າຍໃຫ້ເບື້ອງຕົ້ນ 3,59 ຕື້ກີບ, ໃນງວດ III ປີ2025 ແລະ ແຂວງໄດ້ດັດແກ້ແຜນລາຍຈ່າຍເພີ່ມໃຫ້ເມືອງຕື່ມ 58,77% ຈໍານວນ 3 ຄັ້ງ ເປັນເງິນ 2,11 ຕື້ກີບ; ລວມແຜນລາຍຈ່າຍຫຼັງດັດແກ້ 5,70 ຕື້ກີບ ທຽບໃສ່ລາຍຈ່າຍປີຜ່ານມາເພີ່ມຂຶ້ນ 18,50 % ເປັນເງິນ 892 ລ້ານກີບ, ຜ່ານການຈັດຕັ້ງປະຕິບັດລາຍຈ່າຍຕາມການສະເໜີຂອງຂະແໜງການພາຍໃນເມືອງ ແລະ ແຜນການທີ່ສະພາອະນຸມັດໄດ້ທັງໝົດ 5,70 ຕື້ກີບ ເທົ່າກັບ 158,77 % ຂອງແຜນການເບື້ອງຕົ້ນ ເທົ່າກັບ 100% ຂອງແຜນການຫຼັງດັດແກ້. ພ້ອມນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດ-ຄໍາເຫັນ ເພື່ອຍົກໃຫ້ເຫັນບັນດາໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດຮ່ວມກັນໃນໄລຍະຜ່ານມາ ແລະ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ, ໂອກາດດັ່ງກ່າວ, ກອງປະຊຸມຍັງໄດ້ມອບໃບຍ້ອງຍໍໃຫ້ຫ້ອງການ, ກົມກອງ, ບ້ານ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນການຈັດເກັບລາຍຮັບ ແລະ ປະຕິບັດພັນທະອາກອນ ເຂົ້າງົບປະມານ ປະຈໍາປີ 2025 ໄດ້ຕາມແຜນການ-ລື່ນແຜນການ ແລະ ທ່ວງທັນຕາມກໍານົດເວລາຈຳນວນໜຶ່ງ. ຂ່າວ: ສຸບັນ ເງິນງາມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ