ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 09 ມີນາ 2026

  

ກຳລັງກອງຫຼອນໝວດເອກະລາດ 3 ບ້ານພາຍໃນເມືອງ ຫົງສາ ໄດ້ຮັບການອົບຮົມ-ຫັດແອບ ການທະຫານ, ການເມືອງ ປະຈຳປີ 2026
ເວລາອອກຂ່າວ: 2026-03-03 10:23:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 573 | ຄວາມນິຍົມ:



ໃນວັນທີ 26 ກຸມພາ 2026 ນີ້, ກອງບັນຊາການທະຫານເມືອງ ຫົງສາ ແຂວງ ໄຊຍະບູລີ ໄດ້ຈັດພິທີເປີດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ ໃຫ້ກຳລັງກອງຫຼອນໝວດເອກະລາດ ບ້ານນ້ຳຕັບ, ທ່ານຸ່ນ ແລະ ບ້ານ ຫ້ວຍໄລ່ ປະຈຳປີ 2026 ຂື້ນ ໂດຍການເປັນປະທານຂອງສະຫາຍ ສີທະນົນໄຊ ທອງເທພາ ກໍາມະການພັກແຂວງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີຄະນະພັກ-ຄະນະບັນຊາການທະຫານເມືອງ, ແຂກຖືກເຊີນ, ວິທະຍາກອນຈາກກອງບັນຊາການທະຫານເມືອງ, ອົງການປົກຄອງບ້ານ, ກຳລັງກອງຫຼອນ 3 ບ້ານດັ່ງກ່າວ ພ້ອມດ້ວຍປະຊາຊົນບ້ານນ້ຳຕັບ ເຂົ້າຮ່ວມ. ສະຫາຍ ພັນຕີ ກອງເງິນ ເພັດນາຊາຍ ຮອງພະແນກເສນາ ກອງບັນຊາການທະຫານເມືອງ ໄດ້ຜ່ານແຜນການອົບຮົມ-ຫັດແອບ ການທະຫານ, ການເມືອງ ໃຫ້ໝວດເອກະລາດ 3 ບ້ານດັ່ງກ່າວ ປະຈຳປີ 2026 ວ່າ: ຈຸດປະສົງ ແມ່ນເພື່ອແນໃສ່ເຮັດໃຫ້ກຳລັງກອງຫຼອນມີຄວາມສາມາດກໍາໄດ້ພາກທິດສະດີ ແລະ ພາກປະຕິບັດຕົວຈິງໃນການ ປັບປຸງກໍາລັງທ້ອງຖິ່ນ-ກອງປ້ອງກັນຕົວ, ເຮັດໃຫ້ກຳລັງກອງຫຼອນກໍາໄດ້ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູໃນແຕ່ລະໄລຍະ, ເຮັດໃຫ້ພື້ນຖານປະຊາຊົນມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານຈັດຕັ້ງ ໃຫ້ບ້ານມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໃນສັງຄົມ ສ້າງກໍາລັງກອງຫຼອນເປັນກຳລັງຫຼັກແຫຼ່ງແຂງແກ່ນ ໃນການປົກປັກຮັກສາບ້ານເກີດເມືອງນອນຂອງຕົນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ ປກຊ-ປກສ ທົ່ວປວງຊົນຮອບດ້ານ, ສ້າງໃຫ້ຄະນະພັກ, ອໍານາດການປົກຄອງບ້ານ ເພີ່ມທະວີຄວາມຮັບຜິດຊອບ, ເອົາໃຈໃສ່ຕໍ່ວຽກງານ ປກຊ-ປກສ ໃຫ້ເຂັ້ມແຂງໃນທຸກດ້ານ. ການອົບຮົມ-ຫັດແອບ ຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ເຊື່ອມຊຶມເອກະສານສຳຄັນຕ່າງໆເຊັ່ນ: ເອກະສານປະເທດລາວຄົນລາວເປັນເຈົ້າຂອງ, ເອກະສານຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ເອກະສານມູນເຊື້ອຂອງກອງທັບ ແລະ ຂໍ້ກຳນົດຂອງກົມທະຫານທ້ອງຖິ່ນ, ວ່າດ້ວຍການປົກປັກຮັກສາອາວຸດ-ລູກກະສູນຂອງກໍາລັງກອງຫຼອນ, ຮຽນຮູ້ 7 ຈັງຫວະພື້ນຖານຂອງທະຫານຮາບບຸກຄົນອາໄສພູມີປະເທດ, ຈຸ, ໝູ່, ໝວດດັກສະກັດອັດປ່ອງຂ້າມລອຍຂອງສັດຕູ (ປະສານສຽງແຕກ ), ຊອກຄົ້ນຕີສັດຕູ (ປະສານສຽງແຕກ), ປ້ອງກັນເວນຍາມບ້ານ, ຮຽນຮູ້ຄຸນຄ່າສະມັດຕະພາບການປະກອບສ້າງຂອງປືນ AK, CKC, ເລັ່ງຍິງບົດເປີດສາກຈາກປືນ AK, CKC (ຍິງລູກປືນແທ້) ແລະ ຮູບແຖວຂັ້ນໝູ່, ໝວດ, ກອງຮ້ອຍ. ການອົບຮົມ-ຫັດແອບຈະໄດ້ດຳເນີນໄປເປັນເວລາ 5 ວັນ ຈຶ່ງສຳເລັດ. ຂ່າວ: ຄ.ອ.ມ ຫົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ