ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 09 ມີນາ 2026

  

ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ລົງຊຸກຍູ້ວຽກງານການເມືອງ ຢູ່ບັນດາກົມກອງປະຕິບັດໜ້າທີ່ ເຂດຊາຍແດນ
ເວລາອອກຂ່າວ: 2026-03-03 10:19:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 573 | ຄວາມນິຍົມ:



‎    ກຸມພາ 2026 ນີ້, ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກກະຊວງ, ຫົວກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ຄະນະຮັບຜິດຊອບວຽກງານການເມືອງແນວຄິດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ແລະ ເກັບກຳສະພາບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ຢູ່ບັນດາກົມກອງປະຕິບັດໜ້າທີ່ເຂດຊາຍແດນ ເມືອງມຸນລະປະໂມກ ແຂວງຈຳປາສັກ-ລາຊະອານາຈັກກຳປູເຈຍ. ‎ໃນການລົງເຄື່ອນໄຫວຄັ້ງນີ້, ສະຫາຍ ຫົວໜ້າກົມໂຄສະນາອົບຮົມ ພ້ອມຄະນະ ຮັບຟັງການລາຍງານສະພາບການປະຕິບັດໜ້າທີ່ວຽກງານຂອງກອງບັນຊາການທະຫານແຂວງຈຳປາສັກ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນ ວຽກງານຮັບປະກັນເຮັດໃຫ້ຂົງເຂດຮັບຜິດຊອບມີຄວາມສະຫງົບປອດໄພ, ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ແກ່ນາຍ ແລະ ພົນທະຫານ ໃຫ້ມີຄວາມອຸ່ນອຽງທຸ່ນທ່ຽງ, ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ ແລະ ວຽກງານອື່ນໆປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງວາງອອກ. ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ໄດ້ມີຄຳເຫັນໂອລົມ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນເອົາໃຈໃສ່ບາງບັນຫາສຳຄັນເປັນຕົ້ນແມ່ນການ ‎ສືບຕໍ່ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດແບບແຜນການດໍາເນີນວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ແກ່ພະນັກງານ-ນັກຮົບ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ກຳໃຫ້ໄດ້ສະພາບແນວຄິດຂອງກຳລັງ ທີ່ປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກ. ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະ ຕາມການມອບໝາຍຂອງຂັ້ນເທິງ ເພື່ອຮັບປະກັນຄວາມສະຫງົບ ແລະ ປົກປັກຮັກສາອຳນາດອະທິປະໄຕຂອງຊາດໄວ້ໃຫ້ໝັ້ນຄົງ. ‎ໃນວັນດຽວກັນນັ້ນ, ສະຫາຍ ຫົວໜ້າກົມໂຄສະນາອົບຮົມ ພ້ອມດ້ວຍຄະນະ ກໍໄດ້ສືບຕໍ່ລົງຊີ້ນຳຊຸກຍູ້ວຽກງານ ດັ່ງກ່າວຢູ່ບັນດາກົມກອງປະຕິບັດໜ້າທີ່ຢູ່ລຽບຕາມຊາຍແດນເມືອງມຸນລະປະໂມກ-ລາຊະອານາຈັກກຳປູເຈຍ ເຊັ່ນກອງພັນ 28 ກອງບັນຊາການທະຫານແຂວງຈຳປາສັກ, ກອງຮ້ອຍທະຫານຊາຍແດນ525 ແລະ ກອງຮ້ອຍທະຫານຊາຍແດນ 529. ໃນໂອກາດ‎ ການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ສະຫາຍ ຫົວໜ້າກົມໂຄສະນາອົບຮົມ ຍັງໄດ້ນຳເອົາວັດຖຸປັດໄຈ ແລະ ອຸປະກອນຮັບໃຊ້ວຽກງານວິຊາສະເພາະ ຈຳນວນໜຶ່ງມອບໃຫ້ບັນດາກົມກອງດັ່ງກ່າວຕື່ມອີກ. ‎ອາໄຊ ໂທລະພາບກອງທັບ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ