ຫໍພິພິທະພັນມູນເຊື້ອໄຊຊະນະຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ ສະຫຼຸບວຽກງານ ປະຈຳປີ 2025
ເວລາອອກຂ່າວ: 2026-03-03 10:07:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 578 | ຄວາມນິຍົມ: ![]()
ໃນວັນທີ 2 ມີນາ 2026 ນີ້, ຫໍພິພິທະພັນມູນເຊື້ອໄຊຊະນະຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ ບໍລິເວນທາງເລກ 9 ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ແລະ ເປັນປະທານຮ່ວມໂດຍ ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ, ຫົວໜ້າການເມືອງກອງບັນຊາການທະຫານແຂວງສະຫວັນນະເຂດ, ມີຄະນະພັກ -ຄະນະບັນຊາ ພ້ອມດ້ວຍພະນັກງານທົ່ວຫໍພິພິທະພັນເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ຄຳໄຂ ພອນປະເສີດ ຮອງອຳນວຍການ ຫໍພິພິທະພັນມູນເຊື້ອໄຊຊະນະຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ ທາງເລກ 9 ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໃນ 1 ປີຜ່ານມາ ເຊິ່ງມີບາງຈຸດທີ່ພົ້ນເດັ່ນດັ່ງນີ້: ດ້ານການເມືອງ-ແນວຄິດ ພະນັກງານ-ນາຍ ແລະ ພົນທະຫານ ມີຄວາມອຸ່ນອຽງທຸ່ນທ່ຽງ, ຫ້າວຫັນຕໍ່ໜ້າທີ່ວຽກງານ, ມີຄວາມສາມັກຄີເປັນເອກະພາບສູງ ແລະ ພ້ອມກັນສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ-ຂອງຊາດ ຢ່າງຟົດຟື້ນ. ໄດ້ສຸມໃສ່ການຄຸ້ມຄອງ, ປົກປັກຮັກສາວັດຖຸພັນ ແລະ ຈັດວາງສະແດງຜົນງານມູນເຊື້ອໄຊຊະນະຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ ຢູ່ເຂດພາກກາງ ແລະ ພາກໃຕ້. ພ້ອມນັ້ນ, ຍັງໄດ້ເຮັດພາລະບົດບາດເປັນບ່ອນສຶກສາອົບຮົມມູນເຊື້ອໃຫ້ແກ່ແຂກພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາຢ້ຽມຊົມ ແລະ ຄົ້ນຄວ້າກ່ຽວກັບບັ້ນລົບລາມເຊີນ 719 ແລະ ເສັ້ນທາງໂຮ່ຈີມິນ ຕົວຈິງ. ສຸມໃສ່ການບຳລຸງຍົກລະດັບຄວາມຮູ້ຄວາມສາມາດທາງດ້ານທິດສະດີການເມືອງ ແລະ ວິຊາສະເພາະໃຫ້ພະນັກງານ ເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່.
ໂອກາດນີ້, ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ໄດ້ມີຄຳເຫັນໂອລົມ ພ້ອນເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ເພີ່ມທະວີການສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານທຸກສະຫາຍກຳແໜ້ນແນວທາງຂອງພັກ, ສືບຕໍ່ຄົ້ນຄວ້າ, ເກັບກຳ ແລະ ຮັກສາວັດຖຸພັນທີ່ມີຄຸນຄ່າທາງປະຫວັດສາດໃຫ້ດີທີ່ສຸດພ້ອມທັງປັບປຸງຮູບແບບການໂຄສະນານຳທ່ຽວໃຫ້ມີຄວາມທັນສະໄໝ ແລະ ໜ້າສົນໃຈຂຶ້ນຕື່ມ ເພື່ອໃຫ້ຫໍພິພິທະພັນແຫ່ງນີ້ກາຍເປັນໂຮງຮຽນແຫ່ງການສຶກສາມູນເຊື້ອສາມັກຄີສູ້ຮົບພິເສດ ລາວ-ຫວຽດນາມ ໃຫ້ແກ່ຄົນຮຸ່ນຫຼັງ. ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ, ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກໃຫ້ແໜ້ນແຟ້ນ, ປະຕິບັດລະບອບກວດກາສ່ອງແສງໃຫ້ເປັນປົກກະຕິ ແລະ ເອົາໃຈໃສ່ປັບປຸງຊີວິດການເປັນຢູ່ຂອງພະນັກງານໃຫ້ດີຂື້ນເທື່ອລະກ້າວ. ພ້ອມນັ້ນ ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຍັງໄດ້ມອບຄອມພິວເຕີ 1 ຊຸດລວມມູນຄາ 12.850.000ກີບ ແລະ ເງິນສົດ 10.000.000 ກີບໃຫ້ຫໍພິພິທະພັນມູນເຊື້ອໄຊຊະນະຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ ຕື່ມອີກ.
ໂດຍ: ອາໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















