ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ລົງຊຸກຍູ້ ແລະ ກວດກາສະຖານທີ່ ພິທີປິດວຽກງານກວດກູ້ລະເບີດເພື່ອມະນຸດສະທຳ ລາວ-ຣັດເຊຍ ທີ່ເມືອງວຽງໄຊ
ເວລາອອກຂ່າວ: 2026-03-03 10:03:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 639 | ຄວາມນິຍົມ: ![]()
ໃນວັນທີ 2 ມີນາ 2026 ນີ້, ທີ່ຖ້ຳຊ້ງລອດ, ເມືອງວຽງໄຊ, ແຂວງ ຫົວພັນ ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະຮັບຜິດຊອບແຕ່ລະພາກສ່ວນ ໄດ້ລົງເຄື່ອນໄຫວກວດກາວຽກງານຮອບດ້ານ ຢູ່ສະຖານທີ່ຈັດພິທີປິດວຽກງານກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກເພື່ອມະນຸດສະທຳ ລາວ-ຣັດເຊຍ ປະຈຳສົກປີ 2025-2026.
ການລົງເຄື່ອນໄຫວໃນຄັ້ງນີ້, ແມ່ນເພື່ອສຳຫຼວດກວດກາການກະກຽມສະຖານທີ່ໃຫ້ມີຄວາມພ້ອມສູງສຸດ ເປັນຕົ້ນແມ່ນ: ດ້ານສະຖານທີ່ ແລະ ພິທີການ, ລະບຽບແບບແຜນ, ການປະດັບປະດາເອ້ຢ້ອງໃຫ້ມີຄວາມສະຫງ່າງາມ ແລະ ສົມກຽດ ກັບໝາກຜົນແຫ່ງການຮ່ວມມືສອງຊາດ, ດ້ານຄວາມປອດໄພ, ໂດຍເນັ້ນໜັກການວາງກຳລັງປ້ອງກັນ ແລະ ເວນຍາມຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ພິທີດັ່ງກ່າວ ມີຄວາມສະຫງົບ ແລະ ປອດໄພ 100%. ດ້ານການເປັນຢູ່: ຄະນະໄດ້ລົງຢ້ຽມຢາມສະຖານທີ່ພັກເຊົາຂອງກຳລັງວິຊາການພາກສະໜາມ ທັງຝ່າຍລາວ ແລະ ຣັດເຊຍ ເພື່ອຕິດຕາມສະພາບການເປັນຢູ່ ແລະ ໃຫ້ກຳລັງໃຈແກ່ບຸກຄະລາກອນທີ່ປະຕິບັດໜ້າທີ່ຢ່າງຫ້າວຫັນ.
ການຮ່ວມມືກວດກູ້ລະເບີດໃນຄັ້ງນີ້, ບໍ່ພຽງແຕ່ແມ່ນການເຄື່ອນໄຫວທາງດ້ານເຕັກນິກວິຊາການເທົ່ານັ້ນ ແຕ່ຍັງເປັນສັນຍະລັກແຫ່ງຄວາມສາມັກຄີຮັກແພງ ແລະ ການຊ່ວຍເຫຼືອອັນຈິງໃຈຂອງເພື່ອນມິດຣັດເຊຍ ທີ່ມີຕໍ່ປະຊາຊົນລາວ ເພື່ອເຮັດໃຫ້ເນື້ອທີ່ດິນເຂດປະຫວັດສາດແຫ່ງນີ້ ກາຍເປັນເຂດທີ່ປອດໄພ ແລະ ສາມາດນຳໃຊ້ເຂົ້າໃນການພັດທະນາ.
ໃນໂອກາດດຽວກັນ, ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ພ້ອມຄະນະ ຍັງໄດ້ເຂົ້າຢ້ຽມຊົມເຂດຮ່ອງຮອຍປະຫວັດສາດການປະຕິວັດ ຢູ່ເມືອງວຽງໄຊ ເປັນຕົ້ນແມ່ນ ຖ້ຳທ່ານຜູ້ນຳ ໄກສອນ ພົມວິຫານ, ຖ້ຳທ່ານ ສຸພານຸວົງ ແລະ ຫໍວາງສະແດງອາວຸດຍຸດໂທປະກອນ ທີ່ນຳໃຊ້ເຂົ້າໃນການຕໍ່ສູ້ກູ້ຊາດ. ການຢ້ຽມຊົມຄັ້ງນີ້, ເປັນການຫວນຄືນມູນເຊື້ອຄວາມອົງອາດກ້າຫານຂອງບັນດາທ່ານຜູ້ນຳ ແລະ ນັກຮົບປະຕິວັດ, ທັງເປັນການສ້າງຈິດສຳນຶກ ແລະ ຄວາມພາກພູມໃຈໃຫ້ແກ່ຄະນະຜູ້ແທນທີ່ໄດ້ມາປະຕິບັດໜ້າທີ່ໃນດິນແດນແຫ່ງວິລະຊົນນີ້.
ໂດຍ: ຮທ ໄພລິນ ບຸນຍັງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















