ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 09 ມີນາ 2026

  

ໜ່ວຍປະສານງານປະຈຳພື້ນທີ່ຊາຍແດນ ລາວ - ໄທ ແຂວງຄຳມ່ວນ ກັບ ຈັງຫວັດນະຄອນພະນົມລາດຕະເວນທາງນ້ຳຮ່ວມກັນ.
ເວລາອອກຂ່າວ: 2026-03-03 09:58:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 570 | ຄວາມນິຍົມ:



ວັນທີ 26 ກຸມພາ 2026 ນີ້, ຢູ່ທີ່ຂົວມິດຕະພາບແຫ່ງລາວ - ໄທ ແຫ່ງທີ 3 ແຂວງຄຳມ່ວນ ສປປ ລາວ, ໄດ້ຈັດພິທີເປີດການລາດຕະເວນທາງນ້ຳ ຄັ້ງທີ 4 ເຊິ່ງການເປັນປະທານຮ່ວມຂອງ ທ່ານ ພັນເອກ ບຸນເລີດ ບຸບຜາວັນ ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ຫົວໜ້າໜ່ວຍປະສານງານປະຈຳພື້ນທີ່ຊາຍແດນແຂວງຄຳມ່ວນ ສປປ ລາວ , ຝ່າຍໄທນໍາໂດຍ ທ່ານ ພົນຕີ ມຸງຄົນ ຫໍທອງ ຜູ້ບັນຊາການກອງກຳລັງສຸລະສັກມົນຕີ ຫົວໜ້າໜ່ວຍປະສານງານປະຈຳພື້ນທີ່ຊາຍແດນ ຈັງຫວັດນະຄອນພະນົມ ຣາຊາອານາຈັກໄທ ພ້ອມດ້ວຍຄະນະໜ່ວຍປະສານງານປະຈຳພື້ນທີ່ຊາຍແດນ ແລະ ພະນັກງານວິຊາການ ທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ. ໂອກາດນີ້, ຫົວໜ້າຄະນະທັງສອງຝ່າຍ ກໍ່ໄດ້ກ່າວເປີດການລາດຕະເວນທາງນ້ຳ ຄັ້ງທີ 4 ຮ່ວມກັນຢ່າງເປັນທາງການ. ທັງນີ້ກໍເພື່ອສະແດງໃຫ້ເຫັນເຖິງການຮ່ວມມືທີ່ດີຂອງທັງສອງປະເທດ, ກໍ່ຄືເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງສອງກອງທັບ ລາວ - ໄທ ໂດຍສະເພາະຂອບເຂດ ແຂວງຄຳມ່ວນ ກັບ ຈັງຫວັດນະຄອນພະນົມ ພ້ອມກັນຮ່ວມມືໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃຫ້ນັບມື້ຫຼຸດໜ້ອຍຖອຍລົງ ແລະ ມີຄວາມສະຫງົບ ການລາດຕະເວນຮ່ວມໃນຄັ້ງນີ້ ເຫັນໄດ້ວ່າຂອບເຂດເສັ້ນຊາຍແດນມີຄວາມເປັນລະບຽບຮຽບຮ້ອຍ ແລະ ສຳເລັດຕາມແຜນການທີ່ວາງໄວ້, ຈາກນັ້ນ ຄະນະໜ່ວຍປະສານງານ ແຂວງຄຳມ່ວນ ແລະ ຈັງຫວັດນະຄອນພະນົມ ກໍ່ໄດ້ຮ່ວມພົບປະແລກປ່ຽນສະພາບ ຢູ່ທີ່ຫ້ອງປະຊຸມທ່າແຂກໃໝ່ ເມືອງທ່າແຂກ ແຂວງຄຳມ່ວນ ໃນກອງປະຊຸມ ທັງສອງຝ່າຍໄດ້ລາຍງານສະພາບການ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະ 6 ເດືອນທ້າຍປີ 2025 ແລະ ຜ່ານທິດທາງແຜນການ 6 ເດືອນ ຕົ້ນປີ 2026 ໂດຍສະເພາະ ໄດ້ຮ່ວມກັນຕ້ານ ແລະ ສະກັດກັ້ນການຄ້າຂາຍຢາເສບຕິດ, ການລັກລອບ ເຂົ້າ - ອອກ ປະເທດທີ່ຜິດກົດໝາຍ, ການກໍ່ອາດສະຍາກຳ, ການລຸກລ້ຳເສັ້ນຊາຍແດນຂອງຜູ້ປະກອບການທຸລະກິດ ແລະ ປະກົດການຫຍໍ້ທໍ້ອື່ນໆຕາມບໍລິເວນຊາຍແດນຂອງທັງສອງແຂວງ ພ້ອມທັງປຶກສາຫາລື ປະກອບຄຳຄິດເຫັນ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າໃຫ້ຖືກຕ້ອງ ແລະ ມີປະສິດທິຜົນສູງ ເພື່ອເຮັດໃຫ້ຊາຍແດນແຂວງຄຳມ່ວນ ກັບ ຈັງຫວັດນະຄອນພະນົມ ກາຍເປັນຊາຍແດນແຫ່ງສັນຕິພາບ ມິດຕະພາບ ແລະ ມີການພັດທະນາຮ່ວມກັນຕະຫຼອດໄປ. ໃນກອງປະຊຸມ ທັງສອງຝ່າຍກໍ່ໄດ້ລົງນາມເຊັນບົດບັນທຶກໃນການສືບຕໍ່ປະຕິບັດງານຮ່ວມກັນ ໃນຄັ້ງທີ VI ປະຈຳປີ 2026 ຢ່າງເປັນທາງການ ແລະ ຍັງໄດ້ມອບຂອງຂວັນເພື່ອເປັນທີ່ລະນຶກເຊິ່ງກັນ ແລະ ກັນຕື່ມອີກ. ໂດຍ: ເກດມະນີ ສຸວັນນະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ