ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 09 ມີນາ 2026

  

ກົມກົດໝາຍສຳເລັດການລົງເຜີຍແຜ່ກົດໝາຍວຽກງານສານທະຫານ ຢູ່ກອງບັນຊາການທະຫານແຂວງບໍລິຄຳໄຊ
ເວລາອອກຂ່າວ: 2026-03-03 09:45:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 413 | ຄວາມນິຍົມ:



ໃນວັນທີ 26 ກູມພາ 2026 ນີ້, ກົມກົດໝາຍ ກົມໃຫຍ່ການເມືອງກອງທັບ ໄດ້ລົງເຜີຍແຜ່ກົດໝາຍວຽກງານສານທະຫານ ຢູ່ກອງບັນຊາການທະຫານແຂວງບໍລິຄຳໄຊ ເຊິ່ງນຳພາໂດຍ ສະຫາຍ ພັນເອກ ພັນສະໃໝ ວິໄລ ຮອງຫົວໜ້າກົມກົດໝາຍ ກົມໃຫຍ່ຫານເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ຄຳແພນ ວີລື້ທຳ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ, ມີຄະນະພັກ-ຄະນະບັນຊາ,ກອງພັນໃຫຍ່ 642, ກອງພັນໃຫຍ່ 621, ໂຮງຮຽນຊາຍແດນ 712, ໂຮງຮຽນ 301, ໂຮງຮຽນ 303, ອົງການ 5ຫ້ອງ, ກົມກອງອ້ອມຂ້າງ, ພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ອຸດອນ ບຸນພາສຸກ ຮອງປະທານສານທະຫານພາກກາງ ໄດ້ກ່າວວ່າ: ຈຸດປະສົງການໂຄສະນາເຜີຍແຜ່ກົດໝາຍ ໃນຄັ້ງນີ້ ກໍ່ເພື່ອແນໃສ່ເຮັດໃຫ້ນາຍ ແລະ ພົນທະຫານໄດ້ຮັບຮູ້ເຂົ້າໃຈຕໍ່ຂໍ້ກຳນົດຫຼັກການ, ລະບຽບການ, ມາດຕະການ, ກ່ຽວກັບການຈັດຕັ້ງເຄື່ອນໄຫວ ແລະ ການຕິດຕາມ ກວດກາ ວຽກງານສານທະຫານ, ເພື່ອຮັບປະກັນການປະຕິບັດໜ້າທີ່ຂອງສານທະຫານໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ເຮັດໃຫ້ການພິຈາລະນາຕັດສິນ,ພິພາກສາຄະດີອາຍາ ມີຄວາມວ່ອງໄວ,ໂປ່ງໃສ,ພາວະວິໄສ,ຖືກຕ້ອງ ແລະ ຍຸຕິທຳ ແນໃສ່ປົກປ້ອງຜົນປະໂຫຍດຂອງກອງທັບ,ສິດ ແລະ ຜົນປະໂຫຍດອັນຊອບທຳຂອງນາຍ ແລະ ພົນທະຫານ,ໃນເວລາປະຕິບັດໜ້າທີ່ປ້ອງກັນຊາດ,ເຮັດໃຫ້ກອງທັບມີຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ,ຄວາມໜັກແໜ້ນ,ເຂັ້ມແຂງທາງດ້ານກົດໝາຍ ແລະ ມີແບບແຜນທີ່ທັນສະໄໝປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ,ກົດໝາຍສານທະຫານປະກອບມີ 10 ພາກ, 71 ມາດຕາ. ໂອກາດນີ້, ປະທານຍັງໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາຕະຫຼອດຮອດນາຍ ແລະ ພົນທະຫານແຕ່ລະກົມກອງຈົ່ງຍົກສູງສະຕິຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດຂໍ້ກຳນົດກົດໝາຍຂອງພັກ-ລັດຢ່າງເຂັ້ມງວດ ເພື່ອຮັບປະກັນເຮັດໃຫ້ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ມີຜົນສຳເລັດສູງ, ສ້າງໃຫ້ກົມກອງມີຄວາມປອດໃສ ປອດໄພ ປອດຄະດີ ແລະ ຫັນເຂົ້າສູ່ລະບຽບແບບແຜນທີ່ທັນສະໄໝຂຶ້ນໄປເລື້ອຍໆ. ພ້ອນັ້ນຍັງໄດ້ມອບປື້ມກົດໝາຍສານທະຫານ ໃຫ້ກອງບັນຊາການທະຫານແຂວງບໍລິຄຳໄຊຕື່ມອີກ. ໂດຍ: ວັນ ນ້ອຍວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ