ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 09 ມີນາ 2026

  

ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໂອ້ລົມ ພະນັກງານ-ນັກຮົບ ກົມພົວພັນຕ່າງປະເທດ
ເວລາອອກຂ່າວ: 2026-03-03 09:23:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 458 | ຄວາມນິຍົມ:



ວັນທີ 2 ມີນາ 2026 ນີ້, ທີ່ສະໂມສອນ ຫ້ອງວ່າການກະຊວງປ້ອງກັນປະເທດ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ພົບປະໂອ້ລົມ ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ກົມພົວພັນຕ່າງປະເທດ. ໃນພິທີ ສະຫາຍ ພົນຈັດຕະວາ ວົງໄຊ ອິນທະຄໍາ ຫົວໜ້າກົມພົວພັນຕ່າງປະເທດ ໄດ້ຜ່ານການຈັດຕັ້ງປະຕິບັດວຽກງານຂອງກົມພົວພັນຕ່າງປະເທດໃນໄລຍະຜ່ານມາ ໂດຍໄດ້ຮັບການຊີ້ນຳໂດຍກົງຈາກ ກະຊວງປ້ອງກັນປະເທດ ກົມພົວພັນຕ່າງປະເທດ ໄດ້ເອົາໃຈໃສ່ສືກສາອົບຮົມການເມືອງເເນວຄິດໃຫ້ພະນັກງານ-ນັກຮົບເປັນປົກກະຕິ, ຕິດຕາມເກັບກຳສະພາບການຂອງໂລກ, ປະເທດເພື່ອນມິດຄູ່ຮ່ວມຍຸດທະສາດ ໂດຍສະເພາະຕ້ອນຮັບການເຂົ້າພົບປະໂອ້ລົມຈາກບັນດາປະເທດທີ່ມາຢ້ຽມຢາມລັດຖະມົນຕີ, ຄະນະພັກ-ຄະນະບັນຊາກະຊວງ, ກົມ, ພະແນກການທີ່ກ່ຽວຂ້ອງ ແລະ ອື່ນໆ. ນອກນັ້ນ, ຍັງໄດ້ເກັບກໍາການນໍາສົ່ງນັກຮຽນໄປຮຽນຕ່າງປະເທດເປັນຕົ້ນ ສ ຣັດເຊຍ, ຈີນ, ຫວຽດນາມ ແລະ ປະເທດເພື່ອນມິດ ນອກນັ້ນ, ຍັງໄດ້ປະສານສົມທົບວຽກງານລະຫວ່າງກະຊວງປ້ອງກັນປະເທດກັບປະເທດ, ອົງການ, ກະຊວງຕ່າງໆ ທັງພາຍໃນ ແລະ ພາຍນອກດ້ວຍຄວາມເອົາໃຈໃສ່ ເຮັດໃຫ້ມີຜົນສຳເລັດໃນໄລຍະຜ່ານມາ. ຄຽງຄູ່ກັບດ້ານດີ ຍັງມີບາງດ້ານທີ່ຈະໄດ້ປັບປຸງໃນຕໍ່ໜ້າ ເປັນຕົ້ນແມ່ນຕ້ອງເອົາໃຈໃສ່ສືກສາອົບຮົມການເມືອງແນວຄິດໃຫ້ແທດເຖິງເລິກເຊິ່ງຂຶ້ນ, ສົ່ງພະນັກງານ-ນັກຮົບ ໄປຍົກລະດັບ ເພື່ອເຮັດໃຫ້ການພົວພັນວຽກງານມີຄວາມຖືກຕ້ອງສອດຄ່ອງ, ສືບຕໍ່ສ້າງແຜນການປະສານສົມທົບວຽກງານກັບທຸກພາກສ່ວນ, ເປັນຕົ້ນແມ່ນກັບຕ່າງປະເທດ ໃຫ້ຖືກຕ້ອງຕາມຫຼັກການ ສົ່ງພະນັກງານ-ນັກຮົບ ໄປຮຽນດ້ານພາສາຕ່າງປະເທດ ເພື່ອຍົກສູງຄວາມຮູ້ຄວາມສາມາດໃນການພົວພັນວຽກງານສະດວກໃນຕໍ່ໜ້າ ແລະ ອື່ນໆ ທີ່ຈະໄດ້ເອົາໃຈໃສ່ປັບປຸງໃນຕໍ່ໜ້າ. ນອກນັ້ນ, ສະຫາຍ ຍັງໄດ້ມີຄໍາສະເໜີບາງບັນຫາ ເພື່ອໃຫ້ຂັ້ນເທິງນໍາໄປພິຈາລະນາຄົ້ນຄວ້າຕື່ມອີກ. ໂອກາດນີ້, ສະຫາຍ ສາຍໃຈ ກົມມະສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ, ຜົນສໍາເລັດທີ່ພະນັກງານ-ນັກຮົບ ກໍຄືຄະນະພັກ-ຄະນະບັນຊາ ກົມພົວພັນຕ່າງປະເທດ ເຮັດສຳເລັດໃນໄລຍະຜ່ານມາ ພ້ອມເນັ້ນໜັກບາງບັນຫາເປັນຕົ້ນພະນັກງານ-ນັກຮົບ ກົມພົວພັນຕ່າງປະເທດ ເອົາໃຈໃສ່ຖືເອົາວຽກງານການເມືອງແນວຄິດເປັນກົກ, ກໍ່ສ້າງສະມາຊິກພັກ, ພະນັກງານ ທີ່ມີຄຸນນະພາບ, ສ້າງຄວາມສາມັກຄີພາຍໃນ, ຍົກສູງສະຕິຕໍ່ກົນອຸບາຍຫັນປ່ຽນຢ່າງສັນຕິຂອງກຸ່ມອິດທິກໍາລັງປໍລະປັກ ຕັ້ງໜ້າປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນຕາມແນວທາງນະໂຍບາຍຂອງພັກ-ລັດ ຕິດພັນກັບກົດໝາຍທີ່ພົວພັນກັບວຽກພົວພັນຕ່າງປະເທດ ວຽກງານພິທີການ ຄຽງຄູ່ກັບການຈັດຕັ້ງປະຕິບັດຂໍ້ກົດນົດກົດລະບຽບຂອງກອງທັບ, ເອົາໃຈໃສ່ສືກສາຄົ້ນຄວ້າຮໍ່າຮຽນວິຊາສະເພາະພາສາຕ່າງປະເທດ ເພື່ອສ້າງຄວາມສະດວກໃນການພົວພັນປະສານສົມທົບວຽກງານກັບປະເທດເພື່ອນມິດ, ໂດຍສະເພາະວຽກງານນະໂຍບາຍຂອງພັກ-ລັດ ຕໍ່ການພົວພັນກັບຕ່າງປະເທດ, ໂດຍສະເພາະສ້າງຫ້ອງການທິປຶກສາໃນບັນດາປະເທດ, ແກ້ໄຂບັນຫາລະເບີດບໍ່ທັນແຕກໃນລາວ, ການປະຕິບັດວຽກງານມະນຸດສະທຳ ແລະ ອື່ນໆ ທີ່ກ່ຽວຂ້ອງກ່ຽວກັບການພົວພັນຕ່າງປະເທດ ຕາມພາລະບົດບາດສິດໜ້າທີ່ ຕັ້ງໜ້າເຮັດສໍາເລັດວຽກງານທີ່ຂັ້ນເທິງມອບໝາຍໃຫ້. ໂດຍ: ພຸດທະພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ