ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 09 ມີນາ 2026

  

ປະທານຄະນະກຳມະການປົກຄອງ ແຂວງຫຼວງພະບາງ ຢ້ຽມຢາມອ້າຍນ້ອງທີ່ປ້ອງກັນເວນຍາມເສັ້ນທາງລົດໄຟ
ເວລາອອກຂ່າວ: 2026-03-03 09:21:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 301 | ຄວາມນິຍົມ:



ໃນວັນວັນທີ 28 ກຸມພາ 2026 ນີ້, ສະຫາຍ ບຸນເຫຼືອ ສິນໄຊວໍລະວົງ ປະທານຄະນະກຳມະການປົກຄອງ ແຂວງຫຼວງພະບາງ ແລະ ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ກຳມະການປະຈໍາພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ຢ້ຽມຢາມ ອ້າຍນ້ອງ ທີ່ເຮັດໜ້າທີ່ປ້ອງກັນເວນຍາມເສັ້ນທາງລົດໄຟລາວ - ຈີນ. ຈຸດປະສົງ ກໍເພື່ອເປັນການຢ້ຽມຢາມຖາມຂ່າວ ເຖິງຊີວິດການເປັນຢູ່ ຂອງພະນັກງານ ທີ່ເຮັດກໍາລັງເຮັດໜ້າທີ່ປ້ອງກັນເວນ ຍາມເສັ້ນທາງລົດໄຟ ຢູ່ແຕ່ລະຈຸດ ແນໃສ່ເຮັດໃຫ້ຂອບເຂດຮັບຜິດຊອບ ມີຄວາມເປັນລະບຽບຮຽບຮ້ອຍ, ສັງຄົມມີຄວາມສະຫງົບປອດໄພ, ໂອກາດດຽວກັນນີ້ ປະທານຍັງໄດ້ມີຄໍາເຫັນຊີ້ນໍາຫຼາຍບັນຫາທີ່ສຳຄັນ ພ້ອມທັງໄດ້ເນັ້ນໜັກໃຫ້ສືບຕໍ່ເຮັດສໍາເລັດໜ້າທີ່ອັນມີກຽດສະຫງ່າ ທີ່ພັກ - ລັດ ແລະ ປະຊາຊົນມອບໝາຍໃຫ້. ໃນໂອກາດລົງເຄື່ອນໄຫວຊຸກຍູ້ຢ້ຽມຢາມອ້າຍນ້ອງໃນຄັ້ງນີ້ ຍັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຈຳນວນໜຶ່ງ ເພື່ອເປັນຂວັນກໍາລັງໃຈໃນການປະຕິບັດໜ້າທີ່ວຽກງານຂອງອ້າຍຢູ່ແຕ່ລະຈຸດ ຕື່ມອີກ. ໂດຍ: ບຸນເພັງ ວົງແກ້ວມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ