ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ປະກາດແຕ່ງຕັ້ງຮອງຫົວໜ້າພະແນກພະລາທິການ ແລະ ປະດັບຫຼຽນກາລະນຶກ 70 ປີ
ເວລາອອກຂ່າວ: 2018-11-25 12:24:55 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 412 | ຄວາມນິຍົມ:



ໃນວັນທີ 21 ພະຈິກ 2018 ນີ້, ສາງ ອ1 ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງຫົວໜ້າພະແນກພະ ລາທິການ ແລະ ປະດັບຫຼຽນກາ ລະນຶກ 70 ປີ ກອງທັບປະຊາຊົນ ລາວ ໃຫ້ແກ່ນາຍ ແລະ ພົນທະ ຫານຜູ້ທີ່ມີຜົນງານ,ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ໂດຍການ ເປັນປະທານຂອງພັນເອກ ລ້າ ແກ້ວ ໄຊຍະສິດ ຄະນະພັກອົງ ການກົມໃຫຍ່ ຫົວໜ້າກົມຄຸ້ມ ຄອງອາ ວຸດ-ລູກກະສຸນກົມໃຫຍ່ ເຕັກນິກ, ມີພະແນກພະນັກງານ, ຄະນະພັກ-ຄະນະບັນຊາພະ ນັກງານ-ນັກຮົບເຂົ້າຮ່ວມ. ພັນໂທ ວຽງນາກ ວິລະວົງ ຫົວໜ້າພະແນກພະນັກງານ, ກົມໃຫຍ່ເຕັກນິກກອງທັບ ໄດ້ຂຶ້ນ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງ ຕັ້ງຮອງຫົວໜ້າພະແນກພະລາທິ ການທີ່ຂຶ້ນກັບສາງ ອ 1, ອີງ ຕາມກົດໝາຍນາຍທະຫານກອງ ທັບປະຊາຊົນລາວ ໝວດ IV ມາດຕາ 21 ວ່າດ້ວຍການແຕ່ງ ຕັ້ງຍົກຍ້າຍນາຍທະຫານ ເຊິ່ງໄດ້ ແຕ່ງຕັ້ງ ພັນຕີ ຄຳຂີນ ສີວິໄລ ເປັນຮອງພະແນກພະລາທິການ ສາງ ອ1, ອີງຕາມຂໍ້ຕົກລົງຂອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ ວ່າດ້ວຍການຜະລິດ ແລະ ນຳໃຊ້ຫຼຽນກາລະນຶກ 70 ປີ ກອງທັບປະຊາຊົນລາວ, ເພື່ອ ຕອບສະໜອງຜົນງານ, ແລະ ຄຸນງາມຄວາມດີຂອງນາຍ ແລະ ພົນທະຫານກອງທັບປະຊາຊົນ ລາວທີ່ໄດ້ອຸທິດຕົນປະກອບສ່ວນ ເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍ ຊາດ ແລະ ປົກປັກຮັກສາພັດທະ ນາປະເທດຊາດຕະຫຼອດໄລຍະທີ່ ຜ່ານມາ, ຈຶ່ງໄດ້ປະດັບຫຼຽນກາ ລະນຶກ 70 ປີ ກອງທັບປະຊາ ຊົນລາວໃຫ້ແກ່ນາຍ ແລະ ພົນ ທະຫານ ສາງ ອ1 ຈໍານວນ 58 ສະຫາຍ. ໃນໂອກາດດັ່ງກ່າວ ພັນເອກ ລ້າແກ້ວ ໄຊຍະສິດ ໄດ້ໃຫ້ກ້ຽດ ໂອ້ລົມ, ເນັ້ນໜັກຜູ້ທີ່ໄດ້ຮັບການ ແຕ່ງຕັ້ງ ແລະ ຜູ້ທີ່ໄດ້ຮັບຫຼຽນ ກາລະນຶກ 70 ປີ ກອງທັບປະ ຊາຊົນລາວໃນຄັ້ງນີ້ຈົ່ງພ້ອມກັນ ເປັນເຈົ້າການສ້າງວິໄສທັດໃນ ການພັດທະນາຕົນເອງ ແລະ ເປັນແບບຢ່າງນຳໜ້າທີ່ດີມີຄຸນ ທາດການເມືອງໜັກແໜ້ນ, ຄຸນ ສົມບັດສິນທຳປະຕິວັດ, ເພີ່ມ ຄວາມສາມັກຄີເປັນປຶກແຜ່ນໃນ ໝູ່ຄະນະກໍຄືອ້າຍນ້ອງພາຍໃນ ກົມກອງໃຫ້ໜັກແໜ້ນ, ມີແບບ ແຜນວິທີເຮັດວຽກທີ່ທັນສະໄໝ ປະຕິບັດຫຼັກການລວມສູນປະຊາ ທິປະໄຕເຮັດວຽກເປັນໝູ່ຄະນະ ແບ່ງປັນໃຫ້ບຸກຄົນຮັບຜິດຊອບ ຍົກສູງລະດັບຄວາມຮູ້ດ້ານ ຕ່າງໆໃຫ້ສູງຂຶ້ນ ແລະ ສູ້ຊົນປັບ ປຸງກົມກອງໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງຂຶ້ນເປັນກ້າວໆ. ໂດຍ: ຄໍາສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ