ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ຮັບປະກັນຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນ ຂົນສົ່ງດ້ວຍຄວາມປອດໄພ
ເວລາອອກຂ່າວ: 2019-09-19 09:11:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 425 | ຄວາມນິຍົມ:



ສະຫາຍ ຮ້ອຍໂທ ເວດສຸວັນ ໄຊຍະແສງ ພະນັກງານຫ້ອງເຕັກ ນິກ ກອງບັນຊາການທະຫານ ແຂວງ ສະຫວັນນະເຂດປະຕິບັດ ຫນ້າທີ່ດ້ວຍຄວາມຫ້າວຫັນກວດ ເຊັກເຄື່ອງຈັກໃຫ້ມີຄວາມພ້ອມຢູ່ ຕະຫຼອດເວລາ ເພື່ອຮັບປະກັນ ການຂົນສົ່ງລໍາລຽງຜູ້ປະສົບໄພ ນ້ໍາຖ້ວມ ທັງເວັນທັງຄືນດ້ວຍ ຄວາມປອດໄພ ແລະ ວ່ອງໄວທັນ ການ . ເຮືອຂົນສົ່ງໄວທີ່ທັນສະໄໝ ຈາກກະຊວງປ້ອງກັນປະເທດໄດ້ ນໍາສົ່ງມາສົມທົບຢ່າງຮີບດ່ວນ ແລະ ເຂົ້າປະຈໍາການຢູ່ເມືອງ ສອງຄອນ ແຂວງສະຫວັນນະ ເຂດ ເພື່ອກອບກູ້ ແລະ ຊ່ວຍເຫຼືອ ພໍ່ແມ່ປະຊາຊົນ ທີ່ປະເຊີນກັບໄພພິ ບັດນ້ໍາຖ້ວມ ຢ່າງໜັກໜ່ວງເຮັດ ໃຫ້ພວກເພີ່ນບໍ່ສາມາດອອກ ຈາກພື້ນທີ່ໄດ້ ແລະ ເຄື່ອນຍ້າຍ ວັດຖຸມີຄ່າ ອອກມາໄດ້ເນື່ອງຈາກ ລະດັບນ້ໍາຖ້ວມສູງ ແລະ ມີກະແສ ນ້ໍາໄຫຼແຮງ, ສະຫາຍ ຮ້ອຍໂທ ເວດສຸວັນ ໄຊຍະແສງ ຈຶ່ງໄດ້ຮັບ ການມອບໝາຍ ຈາກຄະນະພັກ-ຄະນະບັນຊາ ກອງບັນຊາການ ທະຫານແຂວງສະຫວັນນະເຂດ ກໍຄືຫ້ອງເຕັກນິກ ໃຫ້ມາປະຈໍາ ການຢູ່ເຂດບ້ານລະຫານ້ໍາເຂົ້າ ໄປຫາ 4 ບ້ານ ທີ່ຖືກນ້ໍາຖ້ວມສູງແລະ ມີກະແສນ້ໍາໄຫຼແຮງຍ້ອນ ມີຄວາມຊໍານິຊໍານານຈາກການ ຮໍ່າຮຽນ ແລະ ການເອົາໃຈໃສ່ ຂອງຫ້ອງເຕັກນິກ ມີການເຝິກແອບເປັນປະຈໍາໃນການນໍາໃຊ້ ເຮືອ, ເຄື່ອງຈັກ, ລະບົບເຕັກນິກ ໃຫ້ຮັບປະກັນຊີວິດ ແລະ ຊັບສິນ ຂອງພໍ່ແມ່ປະຊາຊົນ ຕາມຈຸດປະ ສົງ ແລະ ເປົ້າໝາຍທີ່ຂັ້ນເທິງມອບ ໝາຍໃຫ້. ສະຫາຍ ເວດສຸວັນ ໄຊຍະແສງ ບອກກັບນັກຂ່າວວ່າ: ຕົນເອງໄດ້ ຮັບການມອບໝາຍ ມາປະຈໍາ ການເຂດດັ່ງກ່າວນັບແຕ່ວັນທີ 1 ກັນຍາ ຫາປັດຈຸບັນ ເພື່ອກອບກູ້, ຊ່ວຍເຫຼືອ ແລະ ລໍາລຽງສະບຽງ ອາຫານເຂົ້າໄປໃນ 4 ບ້ານ ໂດຍ ມີການວາງແຜນປະສານສົມທົບ ກັບເຮືອຂອງກອງບັນຊາການ ເມືອງ ແລະ ບັນດາກົມກອງເຂດ ເມືອງສອງຄອນ ເຊິ່ງໃນບາງມື້ ເສັ້ນທາງນ້ໍາທີ່ຈະເຂົ້າໄປຫາເຂດ ບ້ານນ້ໍາຖ້ວມແມ່ນມີກະແສນ້ໍາ ໄຫຼແຮງ ເຮັດໃຫ້ການລໍາລຽງ ຂົນສົ່ງພົບຄວາມຫຍຸ້ງຍາກລໍາ ບາກ ແລະ ການທີ່ຈະເດີນທາງ ເຂົ້າໄປຫາຜູ້ປະສົບໄພນັ້ນຕ້ອງ ໃຊ້ເວລາເຖິງ 30 ນາທີ ຈຶ່ງຈະໄປ ຮອດ. ແຕ່ດ້ວຍຄວາມຕັດສິນ ໃຈບວກກັບຄວາມຊໍານິຊໍານານ ຂອງກໍາລັງພວກເຮົາຈຶ່ງສາມາດ ຜ່ານຜ່າອຸປະສັກໄປໄດ້ ແລະ ກອບກູ້ເອົາຊີວິດ ,ເຄື່ອນຍ້າຍຊັບ ສິນມີຄ່າຂອງຜູ້ປະສົບໄພໄວ້ໄດ້ ຈໍານວນໜຶ່ງ.ຈົນມາຮອດປັດຈຸ ບັນ, ລະດັບນ້ໍາມີທ່າຫຼຸດລົງ, ກໍາ ລັງເຮືອຂອງພວກເຮົາ ກໍໄດ້ສືບ ຕໍ່ໃຫ້ການຊ່ວຍເຫລືອຜູ້ປະສົບໄພ ແລະ ນໍາສົ່ງ ພາກສ່ວນຕ່າງໆ ທັງ ພາກລັດ ແລະ ເອກະຊົນ ເຂົ້າໄປ ໃຫ້ກໍາລັງໃຈ ແລະ ມອບເຄື່ອງ ຊ່ວຍເຫຼືອບັນເທົາທຸກ 4-5 ຖ້ຽວ ຕໍ່ວັນ ແລະ ສົມທົບກັບອໍານາດ ການປົກຄອງບ້ານໃນການວາງແຜນຊ່ວຍເຫຼືອ ແລະ ພື້ນຟູພື້ນທີ່ນ້ໍາບົກແຫ້ງໃຫ້ເປັນປົກກະຕິໂດຍ ໄວ. ພ້ອມດຽວກັນນີ້,ສະຫາຍ ຍັງ ບອກວ່າ: ໃນກໍລະນີຂ່າວສັງຄົມ ອອນລາຍບາງເພສໄດ້ລາຍງານ ໂດຍອ້າງວ່າມີຫາງສຽງຈາກພໍ່ ແມ່ປະຊາຊົນ ບໍ່ໄດ້ຮັບການຊ່ວຍ ເຫຼືອຈາກຂັ້ນເທິງແມ່ນບໍ່ມີມູນ ຄວາມຈິງເປັນການປັນປ່ວນຈາກ ກຸ່ມຄົນບໍ່ຫວັງດີ, ໃນສະພາບການ ຕົວຈິງແລ້ວ ກໍາລັງເຮືອຂອງພວກ ເຮົາໄດ້ນໍາພາອໍານາດການປົກ ຄອງ, ຄະນະພັກ-ຄະນະບັນຊາ, ອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນນໍາເອົາເຄື່ອງບໍລິຈາກ ແລະ ຢ້ຽມຢາມໃຫ້ກໍາລັງໃຈຜູ້ ປະສົບໄພ ຢ່າງອົບອຸ່ນ ແລະ ທົ່ວ ເຖິງ. ໂດຍ: ໂຊເລ້ ບຸນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ