ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

41 ປີ​ແຫ່ງ​ການ​ກຳເນີດ ແລະ ເຮັດ​ສຳເລັດ​ໜ້າທີ່​ການເມືອງ ຂອງ​ກອງ​ພົນ​ທີ 1
ເວລາອອກຂ່າວ: 2026-02-18 10:05:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2291 | ຄວາມນິຍົມ:



ກ່ອນ​ໜ້າ​ນີ້ 41 ປີ, ໂດຍ​ຕອບ​ສະໜອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ການເມືອງ​ໃນ​ໄລຍະ​ໃໝ່​ຂອງ​ການ​ປະຕິວັດ, ການ​ປັບປຸງ​ກໍ່ສ້າງ​ກອງທັບ​ໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ​ເທື່ອ​ລະ​ກ້າວ, ດັ່ງນັ້ນ​ກອງ​ພົນ​ທີ 1 ໄດ້​ຮັບ​ການ​ສ້າງຕັ້ງ​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 12 ກຸມພາ 1985, ການ​ກຳເນີດ​ເກີດ​ຂຶ້ນ​ຂອງ​ກອງ​ພົນ​ທີ 1 ເປັນ​ເຫດການ-ການເມືອງ​ຄັ້ງ​ປະຫວັດສາດ​ຂອງ​ຊາດ, ຂອງ​ກອງທັບ​ເຮົາ, ແມ່ນ​ຂີດ​ໝາຍ​ອັນ​ສຳຄັນ​ຍິ່ງ​ທີ່​ສ່ອງ​ແສງ​ໃຫ້​ເຫັນ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ ແລະ ເຂັ້ມແຂງ​ຂອງ​ກອງທັບ​ປະຊາຊົນ​ລາວ, ພາຍຫຼັງ​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ກອງ​ພົນ​ທີ 1 ກໍໄດ້​ຮັບ​ມອບ​ໝາຍ​ໜ້າທີ່​ປົກ​ປັກ​ຮັກສາ​ນະຄອນຫຼວງ​ວຽງ​ຈັນ, ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ ແລະ ສົມທົບ, ກັບ​ກຳລັງ​ທ້ອງຖິ່ນ​ລຸກ​ຮື້​ກຸ່ມ​ກໍ່​ກະບົດ​ຢູ່​ນະຄອນຫຼວງ​ວຽງ​ຈັນ, ກວດ​ລ້າງ​ກຸ່ມ​ກອງ​ປຸນ​ຢູ່​ແຂວງ​ວຽງ​ຈັນ, ເຂດ​ພິເສດ​ໄຊ​ສົມ ບູນ ແລະ ບ່ອນ​ອຶ່ນໆ, ພ້ອມ​ກັນ​ນັ້ນ​ກໍ່​ໄດ້​ປັບປຸງ​ກໍ່ສ້າງ​ກຳລັງ​ໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ ແລະ ເພີ່ມ​ພູນ​ຜະລິດຜົນ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ - ນັກຮົບ​ໃນ​ກົມ​ກອງ​ໃຫ້​ນັບ​ມື້​ດີ​ຂຶ້ນ. ສະຫາຍ ພັນ​ເອກ ຄຳ​ຊາວ ລິນ​ທະ​ກຸນ​ແກ້ວ ຫົວໜ້າ​ການ​ທະຫານ​ກອງ​ພົນ​ທີ 1 ໃຫ້​ຮູ້​ວ່າ: ການກຳເນີດ​ເຕີບ​ໃຫຍ່​ຂະຫຍາຍຕົວ ແລະ ສູ້​ຮົບ​ມີ​ໄຊ​ຂອງ​ກອງ​ພົນ​ທີ 1 ໄດ້​ແບ່ງ​ອອກ​ເປັນ​ຫຼາຍ​ໄລຍະ, ​ພົ້ນ​ເດັ່ນ​ກວ່າ​ໝູ່​ແມ່ນ​ການ​ເຂົ້າ​ຮ່ວມ​ບັ້ນ​ຮົບ, ຢູ່​ຕາແສງ​ນາ​ບໍ່​ນ້ອຍ, ເມືອງ​ບໍ່​ແຕນ, ແຂວງ​ໄຊ​ຍະ​ບູ​ລີ ເປັນ​ເວລາ 68 ວັນ​ຄືນ, ຕະຫຼອດ​ໄລຍະ​ເວລາ ດັ່ງກ່າວ, ສາມາດ​ຮັກສາ ແລະ ເສີມ​ຂະຫຍາຍ​ມູນເຊື້ອ​ສູ້​ຮົບ​ຢ່າງ​ພິລະ​ອາດ​ຫານ, ອົງອາດ​ກ້າແກ່ນ, ໃນ​ນີ້​ສູ້​ຮົບ​ທັງ​ໝົດ 29 ຄັ້ງ, ຂ້າ​ສັດຕູ​ຕາຍ 182 ບັກ, ບາດເຈັບ 386 ບັກ, ປັດ​ເຂ່ຍ​ສັດຕູ​ອອກ​ຈາກ​ວົງ​ສູ້​ຮົບ 568 ບັກ, ຢຶດ​ອາວຸດ​ໄດ້​ທັງ​ໝົດ 56 ກະບອກ, ຢຶດ​ສະໜາມ​ປືນ​ໃຫຍ່ 106 ​ມມ ໄດ້ 1 ສະໜາມ, ຢຶດ ແລະ ກູ້​ມິນ​ໄດ້ 113 ໜ່ວຍ, ຈັກ​ຕິດຕໍ່​ສື່ສານ 3 ເຄື່ອງ, ແຜນທີ່​ການ​ທະຫານ 1 ຊຸດ ພ້ອມ​ກະ​ສູນ​ຈຳນວນ​ໜຶ່ງ, ຜ່ານ​ການ​ສູ້​ຮົບ​ຢູ່​ບັ້ນ​ຮົບ​ບໍ່​ແຕນ​ໄດ້​ມີ​ບັນດາ​ກົມ​ກອງ​ລວມ​ໝູ່ ແລະ ບຸກຄົນ ໄດ້​ຮັບ​ການ​ຍ້ອງຍໍ​ສັນລະ ເສີນ​ຈາກ​ພັກ-ລັດ ຢ່າງ​ສົມ​ກຽດ, ໃນ​ນີ້​ກອງ​ພົນ​ໄດ້​ຮັບ​ນາມມະຍົດ​ເປັນ​ກອງ​ພິລະ​ອາດ​ຫານ​ມີ 1 ກອງພັນ​ນອ້ຍ ແລະ 4 ກອງຮ້ອຍ​ໄດ້​ຮັບ​ນາມມະຍົດ​ເປັນ​ກອງ​ວິລະ​ຊົນ, 3 ສະຫາຍ ໄດ້​ຮັບ​ນາມມະຍົດ​ເປັນ​ວິລະ​ຊົນ​ແຫ່ງ​ຊາດ ແລະ ມີ 11 ສະຫາຍ ໄດ້​ຮັບ​ນາມມະຍົດ​ເປັນ​ນັກຮົບ​ແຂ່ງຂັນ, ນອກ​ນັ້ນ​ຍັງ​ໄດ້​ຮັບ​ຫຼຽນ​ໄຊ​ພິລະ​ອາດ​ຫານ, ໃບ​ຍ້ອງຍໍ​ປະເພດ​ຕ່າງໆ​ຈຳນວນ​ຫຼວງຫຼາຍ, ພ້ອມ​ກັນ​ນັ້ນ​ກອງ​ພົນ​ທີ 1 ຍັງ​ໄດ້​ຊີ້​ນຳ​ບັນດາ​ກົມ​ກອງ​ເຄື່ອນ​ໄຫວ​ກວາດ​ລ້າງ​ກຸ່ມ​ຄົນ​ບໍ່​ດີ, ຈັດ​ຕັ້ງ​ປະຈຳການ​ກຽມພ້ອມ​ສູ້​ຮົບ ເພື່ອ​ຕອບ​ຕ້ານ​ທຸກ​ກົນອຸບາຍ​ມ້າງເພ​ຂອງ​ສັດຕູ​ໃນ​ທຸກ​ສະພາບ​ການ, ສະແດງ​ອອກ​ໃນ​ໄລຍະ​ປີ 2006-2010 ໄດ້​ເຄື່ອນ​ໄຫວ​ທັງ​ໝົດ 258 ຄັ້ງ, ຕີ​ສັດຕູ 46 ຄັ້ງ, ຂ້າ​ຕາຍ 129 ຄົນ, ຍຶດ​ອາວຸດ​ໄດ້ 17 ກະບອກ, ເຈັບ 5 ຄົນ ແລະ ເຄື່ອງ​ສິນ​ເສິກ​ອີກ​ຈຳນວນ​ໜຶ່ງ, ພ້ອມ​ທັງ​ຂົນຂວາຍ​ເອົາ​ພາກສ່ວນ​ທີ່​ເລື່ອນ​ລ່ອຍ​ຢູ່​ປາ​ອອກ​ມາ​ເປັນ​ພົນລະເມືອງ​ດີ ຈຳນວນ 151 ຄົນ. ໄປ​ຄຽງ​ຄູ່​ກັບ​ວຽກ​ງານ​ເຄື່ອນ​ໄຫວ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ ກອງ​ພົນ​ທີ 1 ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ​ນຳພາ​ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ ມີ​ຄວາມ​ຈົ່ງ​ຮັກ​ພັກດີ, ບໍລິສຸດ​ສັດຊື່​ຕໍ່​ພັກ, ຕໍ່​ປະເທດ​ຊາດ, ຕໍ່​ປະຊາຊົນ, ເຊື່ອມ​ຊຶມ​ກຳ​ແໜ້ນ​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ ໃນ​ແຕ່​ລະ​ໄລຍະ, ຮັບ​ຮູ້​ເຊື່ອມ​ຊຶມ​ຕໍ່ໜ້າ​ທີ່​ການເມືອງ​ຂອງ​ກອງທັບ ກໍ​ຄື​ຂອງ​ກົມ​ກອງ​ເປັນ​ຢ່າງດີ, ຕັ້ງໜ້າ ​ເຝິກແອບ​ຮ່ຳຮຽນສິລະປະ​ຍຸດ-ຍຸດທະວິທີ, ຍົກ​ສູງ​ລະດັບ​ການ​ທະຫານ, ຍົກ​ສູງ​ຄວາມ​ສາມາດ ຂອງ​ພະນັກງານ​ບັນຊາ-ນຳ​ພາໃຫ້​ສູງ​ຂຶ້ນ​ເລື້ອຍໆ, ຜ່ານ​ການເຄື່ອນໄຫວ​ເຮັດ​ສຳເລັດ​ໜ້າທີ່​ວຽກ​ງານ​ຂອງ​ຕົນ ໄດ້​ເຮັດ​ໃຫ້​ກອງ​ພົນ​ທີ 1 ໄດ້​ຮັບ​ການ​ຍ້ອງຍໍ​ສັນລະເສີນ​ຈາກ​ພັກ-ລັດ ຢ່າງ​ສົມ​ກຽດ) ສະຫາຍ ​ພັນ​ເອກ ຄຳ​ຊາວ ລິນ​ທະ​ກຸນ​ແກ້ວ ໃຫ້​ຮູ້​ຕື່ມ​ອີ​ກວ່າ: ໃນ​ປີ 2015-2020 ເປັນ​ໄລຍະ​ສືບຕໍ່​ປັບປຸງ​ກໍ່ສ້າງ​ກຳລັງ ແລະ ເຮັດ​ໜ້າທີ່​ເຂດ​ທຸລະກັນດານ, ຫ່າງ​ໄກ​ສອກຫຼີກ ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ຂອບ​ເຂດ​ຮັບຜິດຊອບ​ມີ​ບຸກຄົນ ແລະ ກົມ​ກອງ​ລວມ​ໝູ່​ໃນ​ທົ່ວ​ກອງ​ພົນ​ທີ 1 ໄດ້​ຮັບ​ຫຼຽນ​ໄຊ​ປະເພດ​ຕ່າງໆ 1.026 ໜ່ວຍ, ຫຼຽນ​ກາ​ແຮງ​ງານ 815 ໜ່ວຍ, ຫຼຽນ​ກຽດ​ຕິ​ຄຸນ 56 ໜ່ວຍ, ໃບ​ຍ້ອງຍໍ​ປະເພດ​ຕ່າງໆ 1.371 ໃບ, ສຳລັບ​ຜົນ ງານ​ລວມ​ໝູ່​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງ​ພົນ​ ຄົບຮອບ 40 ປີ ປະກອບ​ມີ: ຫຼຽນ​ໄຊ​ພິລະ​ອາດ​ຫານ ຊັ້ນ I; 2 ກົມ​ກອງ, ຫຼຽນ​ໄຊ​ພິລະ​ອາດ​ຫານ ຊັ້ນ II; 8 ກົມ​ກອງ, ຫຼຽນໄຊ​ພິລະ​ອາດ​ຫານ ຊັ້ນ III; 20 ກົມ​ກອງ, ໃບ​ຍ້ອງຍໍ​ກະຊວງ​ປ້ອງ​ກັນ​ປະເທດ 31 ກົມ​ກອງ,ໃບ​ຍ້ອງຍໍ​ກົມ​ໃຫຍ່​ການເມືອງ​ກອງທັບ 42 ກົມ​ກອງ. ສັງ​ລວມ​ແລ້ວ, ຕະຫຼອດ​ໄລຍະ 41 ປີ ແຫ່ງ​ການ​ສ້າງຕັ້ງ ແລະ ການ​ເຕີບ​ໃຫຍ່​ຂະຫຍາຍຕົວ ແລະ ສູ້​ຮົບ​ມີ​ໄຊ​ຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ​ຂອງ​ກອງ​ພົນ​ທີ 1, ພະນັກງານ-ນັກຮົບ​ ພວກ​ເຮົາ​ໄດ້​ປະ​ເຊີນ​ໜ້າ​ກັບ​ອຸປະສັກ​ນາໆ ປະການ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ເສຍສະຫຼະ​ທັງ​ຊີວິດ​ອິນ​ຊີ ແລະ ເລືອດ​ເນື້ອ​ສະຫງ່າ​ຂອງ​ຕົນ, ທີ່​ພັກ-ລັດ ແລະ ປະຊາຊົນ​ມອບ​ໝາຍ​ໃຫ້, ໃນ​ການ​ປັບປຸງ​ກໍ່ສ້າງ​ກຳລັງ​ຂອງ​ ຕົນ​ໃຫ້​ມີ​ຄວາມ​ເຕີບ​ໃຫຍ່​ເຂັ້ມແຂງ ທັງ​ຈຳນວນ ແລະ ຄຸນ​ນະ​ພາບ​ ໃນຜົນງານ ແລະ ໄຊຊະນະ​ທີ່​ຍາດ​ມາ​ໄດ້​ນັ້ນ ແມ່ນ​ມາ​ຈາກ​ການ​ນຳພາ​ຂອງ​ພັກ-ລັດ, ໂດຍ​ສະເພາະ​ແມ່ນ​ການ​ຊີ້​ນຳ​ຢ່າງ​ໃກ້​ສິດ​ຕິດ​ແທດ​ຈາກ​ຄະນະ​ພັກ-ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ, ໄດ້​ມາ​ຈາກ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ, ຄວາມ​ຕັດສິນ​ໃຈ​ບຸກ​ບືນ, ນ້ຳໃຈ​ສູ້​ຊົນ ເສຍສະຫຼະ ແລະ ​ຫົວຄິດ​ປະດິດ​ສ້າງ​ຂອງ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ພົນ​ແຕ່​ລະ​ຮຸ້ນ, ພະນັກງານ-ນັກຮົບ ແຕ່​ລະ​ສະຫາຍ ແລະ ອຳນາດ​ການ​ປົກຄອງ​ທ້ອງຖິ່ນ, ພໍ່​ແມ່​ປະຊາຊົນ ບັນດາເຜົ່າ, ບັນດາ​ບໍລິສັດ​ຫ້າງ​ຮ້ານ​ທັງ​ພາກ​ລັດ ແລະ ເອກະ​ຊົນ​ອ້ອມ​ຂ້າງ, ພ້ອມ​ທັງ​ໄດ້​ຮັບ​ການ​ຊ່ວຍເຫຼືອ​ຈາກ ປະເທດ​ເພື່ອນ​ມິດ​ຂອງ​ພວກ​ເຮົາ​ດ້ວຍ​ດີ​ຕະຫຼອດ​ມາ) ໃນ​ໂອກາດ​ອັນ​ມີ​ຄວາມ​ໝາຍ​ສຳຄັນ​ນີ້ ສະຫາຍ ພັນ​ເອກ ຄຳ​ຊາວ ລິນ​ທະ​ກຸນ​ແກ້ວ ຍັງ​ໄດ້​ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບ ໃນ​ທົ່ວ​ກອງ​ພົນ​ທີ 1, ສະແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ການ​ນຳ​ພັກ-ລັດ, ຄະນະ​ນຳ​ກະ ຊວງ​ປ້ອງ​ກັນ​ປະເທດ, ເຊິ່ງ​ຍາມ​ໄດ້​ກໍ່​ໄດ້​ເອົາໃຈໃສ່​ຊີ້​ນຳ-ນຳພາ​ກອງ​ພົນ​ທີ 1 ເຮັດ​ສຳເລັດ​ໜ້າທີ່​ອັນ​ມີ​ກຽດ​ສະຫງ່າ​ຂອງ​ຕົນ​ໂດຍ​ດີ​ຕະຫຼອດ​ມາ, ຂໍ​ສະແດງ​ຄວາມ​ ຮູ້​ບຸນຄຸນ​ຢ່າງ​ລົ້ນ​ເຫຼືອ​ຕໍ່​ການ​ເອົາໃຈໃສ່​ອຸ້ມ​ຊູ​ຊ່ວຍເຫຼືອ​ເບິ່ງແຍງ​ຂອງ​ອຳນາດ​ການ​ປົກຄອງ ແລະ ພໍ່​ແມ່​ປະຊາຊົນ​ບັນດາເຜົ່າ​ໃນ​ຂອບ​ເຂດ​ທົ່ວ​ປະເທດ, ທີ່​ໄດ້​ເອົາໃຈໃສ່​ເບິ່ງ​ແຍ່ງທາງ​ດ້ານ​ວັດຖຸ ແລະ ຈິດໃຈ​ໃຫ້​ແກ່​ກອງ​ພົນ​ຄື​ກັບ​ວ່າ​ເປັນ​ຄອບຄົວ​ດຽວ​ກັນ ສົມ​ແລ້ວ​ກັບ​ຄຳ​ເວົ້າ​ທີ່​ວ່າ: ກອງທັບ​ກັບ​ປະຊາຊົນ​ຄື​ປາ​ກັບ​ນ້ຳ, ຂໍ​ສະແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ສູງ​ຕໍ່​ບັນດາ​ສະຫາຍ​ຄະນະ​ນຳ​ກອງ​ພົນ​ແຕ່​ລະ​ຮຸ້ນ, ພະນັກງານ​ອາວຸໂສ​ບຳນານ ຕະຫຼອດ​ຮອດ​ພະນັກງານ-ນັກຮົບ ທຸກ​ສະຫາຍ​ທີ່​ໄດ້​ປະກອບສ່ວນ ອຸທິດ​ເຫື່ອແຮງ, ສະຕິ​ປັນຍາ​ເຂົ້າ​ໃນ​ການ​ປັບປຸງ​ກໍ່ສ້າງ​ກອງ​ພົນ​ຕະ ຫຼອດ​ໄລຍະ​ທີ່​ຜ່ານ​ມາ​ເຮັດ​ໃຫ້ ກອງ​ພົນທະຫານ​ຮາບ​ທີ 1, ເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ. ເພື່ອ​ປັບປຸງ​ກໍ່ສ້າງ​ກອງ​ພົນ​ທີ 1 ໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ​ໃນ​ທຸກ​ດ້ານ, ປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ​ກອງທັບ ເຮົາ​ກ້າວ​ຂຶ້ນ​ເປັນ​ກອງທັບ​ປະຕິວັດ​ທີ່​ມີ​ແບບແຜນ​ທັນ​ສະໄໝ, ສະຫາຍ​ ພັນ​ເອກ ຄຳ​ຊາວ ລິນ​ທະ​ກຸນແກ້ວ ຫົວໜ້າ​ ການທະຫານ​ກອງ​ພົນ​ທີ 1, ຍັງ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ສະຫາຍ​ນາຍ ແລະ ພົນທະຫານ​ທົ່ວ​ກອງ​ພົນທະຫານ​ຮາບ​ທີ 1 ຈົ່ງ​ພ້ອມ​ກັນ​ເສີມ​ຂະຫຍາຍ​ມູນເຊື້ອ​ອັນ​ດີງາມ​ຂອງ​ກອງທັບ ແລະ ຂອງ​ກົມ​ກອງ, ເສີມ​ຂະຫຍາຍ​ນ້ຳໃຈ​ຮັກ​ເຊື້ອ​ແພງ​ ຊາດ, ມີ​ຄວາມ​ຈົ່ງ​ຮັກ​ພັກດີ​ຕໍ່​ປະເທດ​ຊາດ, ຕໍ່​ປະຊາຊົນ ເປັນ​ເຈົ້າ​ການ​ກຳ​ແໜ້ນ ແລະ ຈັດ​ຕັ້ງ​ປະຕິບັດ​ແນວທາງ​ຂອງ​ພັກ, ກົດໝາຍ​ຂອງ​ລັດ​ໃຫ້​ຖືກຕ້ອງ, ເພີ່ມ​ທະວີ​ຄວາມ​ສາມັກຄີ​ພາຍ​ໃນ, ຄວາມ​ສາມັກຄີ ລະຫວ່າງ ກົມ​ກອງ​ກັບ​ອຳນາດ​ການປົກຄອງ​ທ້ອງຖິ່ນ ແລະ ພໍ່​ແມ່​ປະຊາຊົນ​ບັນດາເຜົ່າ​ໃນ​ຂອບ​ເຂດ​ກົມ​ກອງ​ຕັ້ງ​ທັບ​ໃຫ້​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ, ເພື່ອ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ປະຊາຊົນ​ບັນດາເຜົ່າ, ເພື່ອ ຄວາມ​ຮຸ່ງເຮືອງ​ສີວິໄລ​ຂອງ​ປະເທດ​ຊາດ, ເພື່ອ​ຄວາມ​ເຕີບ​ໃຫຍ່​ເຂັ້ມແຂງ​ຂອງ​ກອງທັບ​ປະຊາຊົນ​ລາວ, ພະນັກງານ-ນັກຮົບ ກອງ​ພົນ​ທີ 1 ຈົ່ງ​ພ້ອມ​ກັນ​ບຸກ​ໜ້າ​ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ຊັນ​ໂດ ລາດ​ຊະ​ພູມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ