ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ຫົວໜ້າກົມສື່ສານ ເນັ້ນໃຫ້ໂຮງຮຽນສື່ສານ 205 ສ້າງນັກວິຊາສະເພາະສື່ສານໃຫ້ມີຄຸນນະພາບ
ເວລາອອກຂ່າວ: 2019-09-18 09:38:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 466 | ຄວາມນິຍົມ:



ໃນໂອກາດທີ່ເຂົ້າຮ່ວມພິທີເປີດ ສົກຮຽນໃໝ່ຂອງໂຮງຮຽນເຫຼົ່າ ຮົບສື່ສານ 205 ສົກຮຽນປີ 2019- 2020, ເຊິ່ງຈັດຂຶ້ນຢູ່ໂຮງຮຽນ ດັ່ງກ່າວ ໃນຕອນເຊົ້າວັນທີ 17 ກັນຍາ ນີ້, ສະຫາຍ ພົນຈັດຕະວາ ຄຳຄິດ ໄຊສົງຄາມ ຫົວໜ້າກົມ ສື່ສານກົມໃຫຍ່ເສນາທິການກອງ ທັບ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ ຄະນະພັກ-ຄະນະອຳນວຍການໂຮງຮຽນຍົກສູງຄວາມຮັບຜິດ ຊອບໃນໜ້າທີ່ວຽກງານໃຫ້ສູງ ຂຶ້ນຖືເອົາການຊີ້ນໍານໍາພາໂຮງ ຮຽນເຫຼົ່າຮົບສື່ສານໄປຕາມທິດຊີ້ນຳຂອງກະຊວງປ້ອງກັນປະ ເທດ ແລະ ແຜນຍຸດທະສາດຂອງ ເຫຼົ່າຮົບເພື່ອປັບປຸງຕົນເອງໃຫ້ແທດເໝາະກັບສະພາບຕົວຈິງ ຂອງປະເທດເຮົາ, ຕັ້ງໜ້ານຳພາ, ເສີມຂະຫຍາຍມູນເຊື້ອອັນດີງາມ ໃນການຈັດຕັ້ງປະຕິບັດແຜນ ການອົບຮົມ ແລະ ກໍ່ສ້າງໃຫ້ໄດ້ນັກວິຊາສະເພາະສື່ສານທີ່ມີຄຸນນະພາບສູງ. ສະຫາຍຫົວໜ້າກົມສື່ສານ ກ່າວຕື່ມວ່າ: ຢາກເຮັດໄດ້ຄືແນວ ນັ້ນບັນຫາສຳຄັນຕ້ອງເປັນເຈົ້າການປັບປຸງຫຼັກສູດການຮຽນ, ວິທີການສອນໃຫ້ມີຄວາມທັນ ສະໄໝ ແລະ ຫຼາກຫຼາຍແທດ ເຖິງຕົວຈິງນັກຮຽນແຕ່ລະລະບົບ ເອົາໃຈໃສ່ສຶກສາອົບຮົມດ້ານລະ ບຽບກົດໝາຍຂອງລັດ, ຂໍ້ກຳນົດ ກົດລະບຽບ, ກົດໝາຍຂອງກອງ ທັບ, ຂໍ້ກໍານົດຂອງໂຮງຮຽນໃຫ້ ນາຍ ແລະ ພົນທະຫານມີຄວາມ ເຊື່ອມຊຶມເລິກເຊິ່ງ, ນໍາໄປຈັດ ຕັ້ງປະຕິບັດໃຫ້ຖືກຕ້ອງເຂັ້ມ ງວດ, ປັບປຸງແບບແຜນວິທີເຮັດ ວຽກ, ລົງເລິກໃກ້ຊິດຕິດແທດ ກັບບັນດາຂະແໜງການ ໂດຍ ສະເພາະແມ່ນຂະແໜງອົບຮົມ ທີ່ເປັນວຽກໃຈກາງຂອງໂຮງ ຮຽນ, ຈັດຕັ້ງສະຫຼຸບຖອດຖອນບົດຮຽນໃຫ້ເປັນປົກກະຕິ ແລະ ມີແຜນການສ້າງຖັນແຖວພະນັກ ງານຄູສອນອາຈານຢ່າງເປັນ ລະບົບຕໍ່ເນື່ອງ ສ່ວນຄູອາຈານ ຕ້ອງສືບຕໍ່ຄົ້ນຄວ້າຮໍ່າຮຽນຕື່ມ, ຊອກຮູ້ເພີ່ມເຕີ່ມວິຊາສະເພາະທີ່ຕົນຮຽນມາ, ທັງມີຄວາມຮັບຜິດ ຊອບໃຫ້ເລິກເຊິ່ງຕໍ່ໜ້າທີ່ການສິດ ສອນ, ມີຄວາມຊໍານິຊໍານານ ໃນ ການສົ່ງຄວາມຮູ້ໃຫ້ນັກຮຽນໃນ ແຕ່ລະດ້ານ, ຄູຍາມໃດກໍຕ້ອງ ເປັນແມ່ພິມ, ເປັນຕົ້ນສະບັບ, ເປັນດວງວິນຍານ, ເປັນສີສັນອັນ ຈົບງາມ ແລະ ອຸທິດຕົນເຂົ້າໃນ ການກໍ່ສ້າງພະນັກງານວິຊາສະເພາະຮຸ່ນສືບທອດໃຫ້ເຫຼົ່າຮົບສື່ ສານ ແລະ ກອງທັບ, ກໍາແໜ້ນ ການຈັດຕັ້ງປະຕິບັດແຜນການ ອົບຮົມກໍ່ສ້າງແຕ່ລະເປົ້າໝາຍ ຂອງເຫຼົ່າຮົບສື່ສານກໍ່ຄືໂຮງຮຽນ ວາງອອກ ແລະ ມີແຜນການຍົກ ລະດັບຄວາມຮູ້ຄວາມສາມາດ ຂອງຄູໃຫ້ເປັນລະບົບ. ສະຫາຍ ຫົວໜ້າກົມສື່ສານ ຍັງກ່າວຕື່ມອີກວ່າ: ສຳລັບນັກ ຮຽນແມ່ນຈົ່ງພ້ອມກັນເພີ່ມທະວີຄວາມເປັນເຈົ້າການຕໍ່ການເຝິກ ຝົນຫຼໍ່ຫຼອມ ຕົນເອງ, ເອົາໃຈໃສ່ ຄົ້ນຄວ້າຮ່ໍາຮຽນໃຫ້ກາຍເປັນນັກ ສຶກສາດີເດັ່ນ, ກໍາແຫນ້ນທິດສະ ດີ, ຫຼັກການເພື່ອນໍາໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງໃຫ້ປະ ກົດຜົນເປັນຈິງ ພາຍຫຼັງຮຽນຈົບ ແລະ ເອົາໃຈໃສ່ປະຕິບັດຂໍ້ກໍານົດ, ກົດລະບຽບຂອງກອງທັບເວົ້າ ລວມ, ເວົ້າສະເພາະ ຂໍ້ກໍານົດ, ກົດລະບຽບທີ່ໂຮງຮຽນວາງ ອອກໃຫ້ເຂັ້ມງວດ. ສຳລັບເນື້ອໃນຫຼັກສູດອົບຮົມກໍ່ສ້າງ ແລະ ບຳລຸງປະກອບມີ: ໂຄງການກໍ່ສ້າງນາຍຮ້ອຍເຕັກນິກສື່ສານຊັ້ນກາງລະບົບ 3 ປີ ຈໍານວນ 40 ສະຫາຍ, ໂຄງການ ກໍ່ສ້າງນາຍສິບໂທລະເລກ ລະ ບົບ 1 ປີ ຈໍານວນ 80 ສະຫາຍ, ໂຄງການກໍ່ສ້າງນາຍສິບໂທລະ ລົມ ລະບົບ 1 ປີ ຈໍານວນ 30 ສະ ຫາຍ, ໂຄງການກໍ່ສ້າງນາຍສິບ ໂທລະສັບຊັ້ນຕົ້ນ ລະບົບ 1 ປີ ຈໍາ ນວນ 30 ສະຫາຍ, ໂຄງການກໍ່ ສ້າງນາຍສິບໄຟຟ້າຊັ້ນຕົ້ນລະ ບົບ 1 ປີ ຈໍານວນ 30 ສະຫາຍ ແລະ ບຳລຸງບັນຊາ-ເສນາສື່ສານ ຊຸດທີ 6 ລະບົບ 6 ເດືອນ ຈຳນວນ 30 ສະຫາຍ. ໂດຍ: ນ. ຈ໋ອຍ ເພັດດາວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ